ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ກອງພັນ 435 ສຳເລັດ​ການ​ອົບຮົມ-ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2026-06-08 15:26:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ວັນ​ທີ 27 ພຶດສະພາ 2026 ຜ່ານ​ມາ, ກອງພັນ 435 ກອງ​ພົນ​ທີ 1 ໄດ້​ຈັດ​ຕັ້ງ​ປະຕິບັດ​ປະສານ​ສຽງ​ແຕກ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ພາກ​ສິລະປະ​ຍຸດ ປະຈຳ 06 ເດືອນ​ຕົ້ນ​ປີ 2026. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພັນ​ໂທ ນວນ​ຈັນ ເທບ​ສະຫວັນ ຫົວໜ້າ​ພະ​ແນກ​ຕີ​ພິເສດ, ມີ​ສະ ຫາຍ ພັນ​ໂທ ພູມີ ວຽງ​ທະລັງ​ສີ ຫົວໜ້າ​ການເມືອງ ກອງພັນ 435, ມີ​ພະແນກການ​ທີ່​ກ່ຽວ ຂ້ອງ, ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ ທົ່ວ​ກົມ​ກອງ ເຂົ້າ​ຮ່ວມ. ໂດຍ​ປະຕິບັດ​ຕາມ​ແຜນການ​ອົບຮົມ-ຫັດ​ແອບ​ ປະຈຳ 06 ເດືອນ​ຕົ້ນ​ປີ 2026; ສະຫາຍ ຮ້ອຍ​ເອກ ຄຳ​ຈັນ ໄຊ​ນິ​ວັນ ຄະນະ​ຮັບຜິດຊອບ​ການ​ອົບຮົມ-ຫັດ​ແອບ​ຍິງ​ລູກປືນ​ແທ້ ໄດ້​ຜ່ານ​ແຜນ​ຮ່າງ​ບົດ​ຍິງ​ເບຍ​ເຂດ​ພູຜາ​ປ່າດົງ ກາງເວັນ ແລະ ບົດ​ຍິງ​ເບຍ​ກ້າວ 1 ກາງຄືນ​ຂອງ​ເຫຼົ່າ​ຮົບ​ຕີ​ພິເສດ; ເພື່ອ​ໃຫ້​ພະນັກງານ-ນັກຮົບ​ຊາບ​ຊຶມ​ເປົ້າ​ໝາຍ ແລະ ໜ້າທີ່​ຂອງ​ແຕ່​ລະ​ພາກສ່ວນ. ການ​ປະຕິບັດ​ຍິງ​ລູກປືນ​ແທ້​ໃນ​ຄັ້ງ​ນີ້​ກໍ​ເພື່ອ​ກວດ ກາ​ຄຸນ​ນະ​ພາບ​ໃນ​ການ​ອົບຮົມ-ຫັດ​ແອບ​ຕົວ​ຈິງ​ຂອງ​ກົມ​ກອງ, ຄວາມ​ຮັບ​ຮູ້, ຄວາມ​ເຂົ້າໃຈ​ກ່ຽວ​ກັບ​ທິດ​ສະ​ດີ, ຫຼັກການ​ສິລະປະ​ຍຸດ-ຍຸດທະວິທີ​ເຫຼົ່າ​ຮົບ​ຕີ​ພິເສດ​ຂອງ​ພະນັກງານ-ນັກຮົບ​ໃນ​ການ​ຮ່ຳຮຽນ​ໄລຍະ​ຜ່ານ​ມາ ສາມາດ​ໝູນ​ໃຊ້​ໃນ​ພູມີ​ປະເທດ​ຕົວ​ຈິງ ໃຫ້​ມີ​ຄວາມ​ຊິນ​ເຄີຍ​ຊຳນິ​ຊຳນານ​ຄ່ອງ​ແຄ້ວ​ໃນ​ການ​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນ ເມື່ອ​ຂັ້ນ​ເທິງ​ຕ້ອງການ​ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ. ຜ່ານ​ການຈັດຕັ້ງ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ແມ່ນ​ບັນລຸ​ຄາດໝາຍ​ສູງ ແລະ ມີ​ຄວາມ​ຮັບປະກັນ​ປອດ​ໄພ 100%. ໃນ​ຕອນ​ທ້າຍ ສະຫາຍ ພັນ​ໂທ ນວນ​ຈັນ ເທບ​ສະຫວັນ ໄດ້​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ ​ຄູ-ອາຈານ ທີ່​ໄດ້​ເອົາໃຈໃສ່​ໃນ​ການ​ອົບຮົມ-ຫັດ​ແອບ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ເຮັດ​ໃຫ້ການ​ອົບຮົມ​ຄັ້ງ​ນີ້​ສຳເລັດ​ໄປ​ຕາມ​ຈຸດປະສົງ, ຄາດໝາຍ​ທີ່​ວາງ​ໄວ້. ຈາກ​ນັ້ນ, ສະຫາຍ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ພະນັກງານ-ນັກຮົບ​ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ຂຶ້ນ​ຕື່ມ ແລະ ພ້ອມ​ກັນ​ນຳ​ເອົາ​ບົດຮຽນ​ຄັ້ງ​ນີ້​ໄປ​ຈັດ​ຕັ້ງ​ປະຕິບັດ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຂອງ​ກົມ​ກອງ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ. ໂດຍ: ອິນ​ພອນ ພັນ​ຕະການ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ