ຍ້ອນຄະນະຊີ້ນຳເອົາໃຈໃສ່ໃກ້ຊິດຕິດແທດ ຈຶ່ງເຮັດໃຫ້ບັ້ນຊ້ອມຮົບຍິງລູກປືນແທ້ຂອງໂຮງຮຽນນາຍສິບເຫຼົ່າຮົບ ສຳເລັດຢ່າງຈົບງາມ
ເວລາອອກຂ່າວ: 2026-06-05 08:52:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 211 | ຄວາມນິຍົມ: ![]()
ບັ້ນຊ້ອມຮົບຍິງລູກປືນແທ້ ຂອງນັກຮຽນນາຍສິບ 3 ເຫຼົ່າຮົບ (ເຫຼົ່າຮົບລົດຕັງ-ຍານເກາະ, ເຫຼົ່າຮົບປືນໃຫຍ່ໜ້າດິນ ແລະ ເຫຼົ່າຮົບປ້ອງກັນອາກາດ) ຊຸດທີ 2 ໂຮງຮຽນນາຍສິບເຫຼົ່າຮົບ ພາຍຫຼັງທີ່ໄດ້ດຳເນີນການຊ້ອມຮົບມາເປັນເວລາ 5 ວັນ ນັບແຕ່ວັນທີ 25-29 ພຶດສະພາ 2026 ກໍໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ, ບັນລຸຕາມຄາດໝາຍ ແລະ ຮັບປະກັນຄວາມປອດໄພ 100%. ປັດໄຈຕັດສິນອັນສຳຄັນທີ່ສຸດ ທີ່ເຮັດໃຫ້ບັ້ນຊ້ອມຮົບພາກສະໜາມດຳເນີນໄປຢ່າງເຂັ້ມງວດ ແລະ ຜ່ານຜ່າໄດ້ທຸກບົດ ເຝິກຫັດແມ່ນຍ້ອນມີຄະນະຊີ້ນຳ-ຄູເຝີກທີ່ມີຄວາມຊຳນານດ້ານວິຊາສະເພາະ ແລະ ມີຄວາມຮັບ ຜິດຊອບສູງ.
ຕະຫຼອດໄລຍະການເຝິກຊ້ອມ ແລະ ປະຕິບັດການຍິງລູກປືນແທ້, ຄະນະຊີ້ນຳໄດ້ຕິດຕາມ, ກວດກາ ແລະ ບັນຊາການຢ່າງໃກ້ຊິດໃນ ທຸກບາດກ້າວ. ຍ້ອນຄວາມເປັນມືອາຊີບ ແລະ ປະສົບການຂອງຄະນະຊີ້ນຳ ທີ່ໄດ້ຖ່າຍທອດສິລະປະຍຸດ-ຍຸດທະວິທີ, ວິທີການນຳໃຊ້ວັດຖຸລະເບີດ-ອາວຸດຍຸດໂທປະກອນຢ່າງຖືກຕ້ອງຕາມຫຼັກ ການວິທະຍາສາດການທະຫານ, ເຮັດໃຫ້ນັກຮຽນນາຍສິບທຸກສະ ຫາຍມີສະຕິລະວັງຕົວສູງ, ມີ ຄວາມກ້າຫານ, ໜັກແໜ້ນທາງ ດ້ານຈິດໃຈ ແລະ ສາມາດທຳ ລາຍເປົ້າໝາຍ ໄດ້ຢ່າງຊັດເຈນ.
ສະຫາຍ ພັນເອກ ລັດສະໝີ ແສງດາວັນ ຮອງຫົວໜ້າການທະຫານ ໂຮງຮຽນນາຍສິບເຫຼົ່າຮົບ, ຜູ້ຊີ້ນຳບັ້ນຊ້ອມຮົບຍິງລູກປືນແທ້ ໄດ້ກ່າວວ່າ: ບັ້ນຊ້ອມຮົບຍິງລູກປືນແທ້ໃນຄັ້ງນີ້ ແມ່ນໜຶ່ງໃນແຜນການເຝິກອົບຮົມ-ຫັດແອບໃຫ້ນັກຮຽນ ນາຍສິບຊຸດທີ 2 ສົກຮຽນ 2025-2026, ໄດ້ຮັບການຊີ້ນຳຢ່າງໃກ້ຊິດຕິດແທດຈາກກະຊວງປ້ອງກັນປະເທດ. ຈຸດປະສົງຕົ້ນຕໍ ແມ່ນເພື່ອທົດສອບຄວາມພ້ອມຮົບ, ຍົກລະດັບສິລະປະຍຸດ-ຍຸດທະວິທີຂອງນັກ ຮຽນນາຍສິບ ທັງ 3 ເຫຼົ່າຮົບ ໃຫ້ມີຄວາມຊຳນິຊຳນານ ໃນການນຳໃຊ້ກຳລັງ, ນຳໃຊ້ອາວຸດຍຸດໂທປະກອນທີ່ມີຢູ່ໃນມືເຂົ້າໃນການສູ້ຮົບຕົວຈິງ, ທັງເປັນການຍົກສູງຂີດຄວາມສາມາດໃນການບັນຊາ, ການປະສານສົມທົບ ລະຫວ່າງບັນດາເຫຼົ່າຮົບ ໃຫ້ມີຄວາມກົມກຽວ, ວ່ອງໄວ ແລະ ແນ່ນອນ ເພື່ອຮັບປະກັນໃຫ້ແກ່ການປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໃຫ້ມີຄວາມໝັ້ນຄົງ ໃນທຸກສະຖານະການ.
ຜົນສຳເລັດຂອງບັ້ນຊ້ອມຮົບຍິງລູກປືນແທ້ ໃນຄັ້ງນີ້ບໍ່ພຽງ ແຕ່ເປັນການຍົກລະດັບຄວາມສາ ມາດໃນການສູ້ຮົບຕົວຈິງຂອງນັກຮຽນນາຍສິບເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງວິໄສທັດ, ຄວາມສາມາດ ແລະ ມາດຕະ ຖານອັນສູງສົ່ງຂອງຄະນະຊີ້ນຳ ທີ່ເປັນກຳລັງແຮງຫຼັກໃນການເຝິກຝົນຫຼໍ່ຫຼອມກຳລັງພົນໃຫ້ກາຍເປັນກອງທັບທີ່ມີຄວາມເຂັ້ມ ແຂງ, ທັນສະໄໝ ແລະ ສາມາດປົກປັກຮັກສາປະເທດຊາດ ໄວ້ໄດ້ຢ່າງໝັ້ນຄົງ.
ໂດຍ: ສົມຮັກ ຈັນທະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















