ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ, ເນື້ອໃນເອກະສານເຝິກອົບຮົມວຽກງານ ປກຊ-ປກສ
ເວລາອອກຂ່າວ: 2026-06-04 14:47:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 474 | ຄວາມນິຍົມ: ![]()
ວັນທີ 2 ມິຖຸນາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເປີດກອງປະຊຸມເຜີຍແຜ່ການປັບປຸງໂຄງການຫຼັກສູດ ແລະ ເນື້ອໃນເອກະສານເຝິກອົບຮົມວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຊຸດທີ XXII, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອຳນວຍການ, ກົມໂຮງຮຽນ, ກົມການທະຫານທ້ອງຖິ່ນ, ກົມກໍ່ສ້າງຮາກຖານ ພ້ອມດ້ວຍພາກສ່ວນທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ຄໍາຕ້ອຍ ມະນີວອນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຂຶ້ນຜ່ານຂໍ້ຕົກລົງ ແລະ ແຜນການ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ, ພາກສ່ວນສ້າງເນື້ອໃນເອກະສານ ໃນການຈັດຕັ້ງກະກຽມປັບປຸງໂຄງການຫຼັກສູດ ແລະ ເນື້ອໃນເອກະສານ ເຝິກອົບຮົມວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຊຸດທີ XXII ຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອເປັນການປັບປຸງຄືນໂຄງການຫຼັກສູດ, ບັນດາເນື້ອໃນເອກະສານ ແລະ ຫົວບົດຂຶ້ນຫ້ອງສິດສອນເຝິກອົບຮົມວຽກງານ ປກຊ-ປກສ ຢູ່ໃນໂຄງການຫຼັກສູດການຮຽນ-ການສອນ, ບາງເນື້ອໃນ ແລະ ຂໍ້ມູນໃນບົດສອນ ທີ່ຂຶ້ນຫ້ອງສິດສອນໃຫ້ພະນັກງານນໍາພາ-ຄຸ້ມຄອງ ໃຫ້ຮັດກຸມສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ ແລະ ການຜັນແປໃນໄລຍະໃໝ່.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງເປັນເຈົ້າການປັບປຸງໂຄງການຫຼັກສູດການຮຽນ-ການສອນຄືນໃໝ່, ຈັດລຽງບັນດາຫົວຂໍ້ເອກະສານໃຫ້ໄປຕາມຂັ້ນຕອນຢ່າງມີວິທະຍາສາດ ແລະ ສອດຄ່ອງກັບທິດສະດີຫຼັກການຕົວຈິງ ເພື່ອເຮັດໃຫ້ວຽກງານເຝິກອົບຮົມວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ນໍາໃຊ້ໄດ້ຍາວນານ ແລະ ຕ້ອງເປັນເຈົ້າການໃນວຽກງານທຸກໆດ້ານ, ແຕ່ງຕັ້ງຄູສໍາຮອງແຕ່ລະຫົວບົດຂຶ້ນໃຫ້ລະອຽດ ແລະ ແບ່ງຫົວບົດ, ເນື້ອໃນ, ຮັບປະກັນທາງດ້ານງົບປະມານໃຫ້ລະອຽດ ເພື່ອຮັບປະກັນວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ໃຫ້ທັນຕາມແຜນການທີ່ໄດ້ກໍາໄວ້.
ໂດຍ: ເຂັງພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















