ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ປະກາດການເລື່ອນຊັ້ນພັນຕີ ຂຶ້ນຊັ້ນພັນໂທ ໃຫ້ນາຍທະຫານ ທົ່ວ ວນກ
ເວລາອອກຂ່າວ: 2026-06-04 14:46:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 531 | ຄວາມນິຍົມ:



ວັນທີ 3 ມິຖຸນາ 2026 ນີ້, ວິທະຍາຄານ ນາຍທະຫານບົກ ກົມມະດຳ (ວນກ) ໄດ້ຈັດຕັ້ງພິທີ ປະກາດການເລື່ອນຊັ້ນ ໃຫ້ນາຍທະຫານ ຊັ້ນພັນຕີ ຂຶ້ນຊັ້ນພັນໂທ, ໂດຍເປັນປະທານ ຂອງສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ບັນດາຫ້ອງ, ພະແນກການ, ກອງພັນ ແລະ ພະນັກງານ ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ. ສະຫາຍ ພັນເອກ ອີນພອນ ໄຊຍະສິດ ຮັກສາການ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ວິທະຍາຄານ ນາຍທະຫານບົກ ກົມມະດຳ ໃນນີ້, ເລື່ອນພັນຕີຂຶ້ນຂັນພັນໂທ ຈຳນວນ 72 ສະຫາຍ, ຍິງ 31 ສະຫາຍ. ໂອກາດນີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ໄດ້ໃຫ້ກຽດຂຶ້ນປະດັບຊັ້ນ ໃຫ້ບັນດາສະຫາຍຜູ້ທີໄດ້ຮັບຊັ້ນໃໝ່, ພ້ອມທັງ ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ນາຍທະຫານທີ່ໄດ້ຮັບຊັ້ນໃໝ່ ແຕ່ລະສະຫາຍ ໃຫ້ຖືເອົາວຽກງານການເມືອງແນວຄິດເປັນກົກ, ສືບຕໍ່ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວີທີເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສຳເລັດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຊອກຮູ້ຮ່ຳຮຽນໃຫ້ນັບມື້ມີຄວາມຮູ້ຄວາມສາມາດສູງຂຶ້ນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້. ໂດຍ: ນາງ ລານີ ວັນຍາສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ