ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກອງປະຊຸມທາບທາມຮ່າງດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ.
ເວລາອອກຂ່າວ: 2026-06-04 14:39:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 432 | ຄວາມນິຍົມ:



ກອງປະຊຸມທາບທາມຮ່າງດໍາລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ຢູ່ກອງບັນ ຊາການທະຫານແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 3 ມິຖຸນາ 2026 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຄຳແພນ ວິລືທຳ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງບໍລິຄຳໄຊ, ມີສະຫາຍ ພັນໂທ ສົມທອງ ຈັນທະວົງ ຮອງຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ, ມີຄະນະຮັບຜິດຊອບຈາກກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ກອງບັນຊາການປກຊ-ປກສ ແຂວງ, ຫ້ອງການ ປກຊ-ປກສ ແລະ ແຂກຖືກເຊີນມາຈາກພະແນກການອ້ອມຂ້າງແຂວງ, ເມືອງ ແລະ ບ້ານອ້ອມຂ້າງ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງດໍາລັດ ວ່າດ້ວຍກໍາລັງກອງຫຼອນ ແລະ ກໍາລັງປ້ອງກັນຕົວເຊີ່ງ ປະກອບມີ 9 ພາກ, 11 ໝວດ, 68 ມາດຕາ ແລະ ຄໍາຖາມເຈາະຈີ້ມ. ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄຳເຫັນໃສ່ຮ່າງດຳລັດ ເພື່ອກຳນົດເອົາຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ການກວດກາວຽກງານກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ເພື່ອໃຫ້ສອງກຳລັງດັ່ງກ່າວມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝ ແນ່ໃສ່ເຮັດສຳເລັດໜ້າທີ່ ໃນ ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ພາຍໃນບ້ານ, ສຳນັກງານອົງການ, ລັດວິສາຫະກິດ, ໂຮງຈັກ, ໂຮງງານ ທີ່ເປັນຂອງລັດ ໃຫ້ມີຄວາມສະຫງົບປອດໄຟ ແລະ ເປັນລະບຽບຮຽບຮ້ອຍ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂອກາດນີ້, ປະທານກອງປະຊຸມ ຍັງໄດ້ສະຫຼຸບຄືນ ແລະ ຕີລາສູງຕໍ່ກັບການປະກອບຄຳຄິດຄຳເຫັນ ຈາກຜູ້ແທນກອງປະຊຸມ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ, ສ້າງສັນສົມເຫດສົມຜົນ, ເຮັດ ໃຫ້ກອງປະຊຸມທາບທາມຮ່າງດຳລັດຄັ້ງນີ້ເຕັມໄປດ້ວຍຄວາມໝາຍ, ຄວາມສຳຄັນ ແລະ ມີເນື້ອໃນຄົບຖ້ວນສົມບູນຍີ່ງໆຂຶ້ນ. ໂດຍ: ພັນຕີ ສີທອງ ຈັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ