ວພກ ຈັດພິທີມອບບັດສະມາຊິກພັກ ຊຸດທີ 8, ມອບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍ
ເວລາອອກຂ່າວ: 2026-06-04 14:39:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 457 | ຄວາມນິຍົມ: ![]()
ວັນທີ 3 ມິຖຸນາ 2026 ນີ້, ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ຈັດພິທີ ມອບບັດສະມາຊິກພັກ ຊຸດທີ 8, ມອບຫຼຽນໄຊ, ຫຼຽນກາ ແລະ ຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານການປະຕິບັດເຂົ້າໜ້າທີ່ກະຊວງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕະຫຼອດໄລຍະ 5 ປີ ( 2019-2024), ໂດຍການເຂົ້າເປັນປະທານຂອງ ສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ເລຂາຄະນະພັກ, ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ຜູ້ທີ່ໄດ້ຮັບການຍ້ອງຍໍ ເຂົ້າຮ່ວມ.
ພັນໂທ ພຸດຫຼ້າຄໍາ ແສງພະຈັນ ຫົວໜ້າພະແນກຈັດຕັ້ງພັກ ວິທະຍາຄານພະລາທິການກອງທັບ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການອອກບັດ-ມອບບັດສະມາຊິກພັກ ໃຫ້ສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ, ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ ຮັບຮອງການອອກບັດ-ມອບບັດໃຫ້ບັນດາສະມາຊິກພັກສົມບູນຢູ່ ວິທະຍາຄານພະລາທິການກອງທັບ ຈໍານວນ 85 ສະຫາຍ. ຈາກນັ້ນ, ສະຫາຍ ພັນໂທ ຄໍາສະຫວັດ ສີຊານົນ ຫົວໜ້າພະແນກນະໂຍບາຍ ວິທະຍາຄານພະລາທິການກອງທັບ ໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດ ແລະ ດໍາລັດ ຂອງນາຍຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ຈໍານວນ 8 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 50 ສະຫາຍ, ຫຼຽນກາແຮງງານ ຈໍານວນ 225 ສະຫາຍ ແລະ ໃບຍ້ອງຍໍ ຈໍານວນ 129 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນສະຫາຍທີ່ໄດ້ຮັບບັດສະມາຊິກພັກໃໝ່ ແລະ ໄດ້ຮັບການຍ້ອງຍໍຂັ້ນຕ່າງໆ, ພ້ອມທັງ ຮຽກຮ້ອງໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານໃຫ້ປະສົບຜົນສໍາເລັດຕາມການມອບໝາຍ, ເປັນເຈົ້າການປະຕິບັດຂໍ້ກໍານົດ-ກົດລະບຽບທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ, ພ້ອມກັນສຸມເຫື່ອແຮງສະຕິປັນຍາປະກອບສ່ວນສ້າງສາພັດທະນາກົມກອງໃຫ້ນັບມື້ເຂັ້ມແຂງທັນສະໄໝຂຶ້ນເປັນກ້າວໆ.
ຂ່າວໂດຍ: ບຸນປອນ ພັນດາລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















