ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ວປກ ເຜີຍແຜ່ແຜນການກະກຽມປິດສົກຮຽນ 2025-2026
ເວລາອອກຂ່າວ: 2026-06-04 14:34:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 443 | ຄວາມນິຍົມ:



ວັນທີ 2 ມິຖຸນາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ແຜນການກະກຽມປິດສົກຮຽນ 2025-2026 ໃຫ້ນັກສຶກສາ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສະເຫຼີມ ທອງຄໍາມູນ ຮອງຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຂຶ້ນເຜີຍແຜ່ແຜນການຈັດຕັ້ງພິທີປິດສົກຮຽນ 2025-2026 ຢູ່ ວປກ ເພື່ອແນ່ໃສ່ຮັບປະກັນວຽກງານປິດສົກຮຽນ 2025-2026 ໃຫ້ບັນລຸຕາມແຜນການທີ່ໄດ້ກໍານົດໄວ້, ຮັບປະກັນກຽມພ້ອມທາງດ້ານເນື້ອໃນ ແລະ ຮູບການປະຕິບັດໃຫ້ເປັນເອກະພາບ ລະຫວ່າງ ຂັ້ນເທິງກັບຂັ້ນລຸ່ມ, ພ້ອມທັງ ເພື່ອແນ່ໃສເຮັດໃຫ້ທຸກພາກສ່ວນທີ່ມີຄວາມກ່ຽວຂ້ອງ ປະຕິບັດໜ້າທີ່ໄດ້ຢ່າງຖືກຕ້ອງຕາມພາລະບົດບາດ, ມີຜົນໄດ້ຮັບສູງຕາມຄາດໝາຍ ແລະ ທັງເປັນການຕີລາຄາຄຸນນະພາບ ຂອງການສຶກສາໃນສົກຮຽນນີ້ອີກດ້ວຍ. ສຳລັບສົກຮຽນ 2025-2026 ນີ້, ມີນັກສຶກສາຈົບທັງໝົດ 233 ສະຫາຍ, ນັກສຶກສາລະບົບກໍ່ສ້າງ, ກໍ່ສ້າງເລັ່ງລັດ ຈຳນວນ 158 ສະຫາຍ ແລະ ນັກສຶກສາພາສາຕ່າງປະເທດ ຈໍານວນ 75 ສະຫາຍ, ຄາດກະປິດຮຽນຢ່າງເປັນທາງການໃນວັນທີ 16 ມິຖຸນາ 2026 ທີ່ຈະມາເຖິງນີ້. ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄໍາເຫັນຫຼາຍບັນຫາທີສໍາຄັນ ແລະ ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຫົວໜ່ວຍກົມກອງເປັນເຈົ້າການ ແລະ ເອົາໃຈໃສ່ຊີ້ນໍາແຕ່ລະພະແນກການທີ່ກ່ຽວຂ້ອງກະກຽມວຽກງານໃນທຸກໆດ້ານໃຫ້ທ່ວງທັນ ແລະ ມອບຫມາຍໜ້າທີ່ຢ່າງລະອຽດ ເພື່ອເຮັດໃຫ້ການປິດສົກຮຽນ 2025-2026 ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດຕາມກຳນົດເວລາວາງອອກ ໃຫ້ປະກົດຜົນເປັນຈິງຕາມແຜນການ. ໂດຍ: ເຂັງພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ