ປະກາດການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງຈໍາປາສັກ
ເວລາອອກຂ່າວ: 2026-06-04 10:34:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 370 | ຄວາມນິຍົມ: ![]()
ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງຈໍາປາສັກ ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2026 ນີ້, ຢູ່ທີ່ສະໂມສອນຂອງເເຂວງ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຮອງປະທານຄະນະກຳມະການ ປກຊ-ປກສ ສູນກາງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີ ສະຫາຍ ປອ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານພັກແຂວງ, ປະທານຄະນະກໍາມະການ ປກຊ-ປກສ ເເຂວງຈໍາປາສັກ, ມີກຳມະການພັກແຂວງ, ຄະນະຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ການນໍາເເຂວງ, ຄະນະພັກ-ຄະນະບັນຊາ ກໍາລັງ ປກຊ-ປກສ ແຂວງ, ພະເເນກການອ້ອມຂ້າງເເຂວງ, ເເຂກທີຖືກເຊີນທີ່ມາຈາກ ເມືອງ-ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ປອ ອາລຸນໄຊ ສູນນະລາດ ໄດ້ຜ່ານບົດລາຍງານໂດຍຫຍໍ້ ໃນການຈັດຕັ້ງປະຕິບັດ ວຽກງານ ປກຊ-ປກສ ແຂວງຈໍາປາສັກ ໃນໄລຍະຜ່ານມາ ສາມາດຮັກສາໄດ້ຄວາມສະຫງົບ ໂດຍພື້ນຖານ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມສາຍຕັ້ງ ເເລະ ສາຍຂວາງ ເພື່ອປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ, ປັບປຸງກຳລັງກອງຫຼອນ, ປກສ ບ້ານ ຢູ່ຂັ້ນຕາເເສງ, ຂັ້ນບ້ານ ໃຫ້ເປັນລະບົບ, ປັບປຸງຕາມເເຜນການກໍ່ສ້າງທ່າສະໜາມ 61 ກຸ່ມບ້ານ, ກຸ່ມບ້ານສູ້ຮົບຕິດລ່ຽນ 125 ກຸ່ມບ້ານ, ບ້ານປ້ອມໝັ້ນສູ້ຮົບຕິດລ່ຽນ 301 ບ້ານ, ບ້ານປ້ອງກັນຊາດເຂັ້ມແຂງ 587 ກຸ່ມບ້ານ, ສ້າງໃນປີ 2025 ມີ 21 ບ້ານ, ສ້າງປ້ອມໃຫ້ທະຫານຊາຍເເດນ ຈໍານວນ 10 ປ້ອມ, ປະຈຸບັນສ້າງສໍາເລັດເເລ້ວ ຈໍານວນ 4 ປ້ອມ, ອີກຈໍານວນ 6 ປ້ອມ ສ້າງເເລ້ວ ໄດ້ 90%. ຈາກນັ້ນ, ສະຫາຍ ພັນເອກ ບົວພັນ ດວງຈໍາປາ ຮອງຫົວໜ້າຫ້ອງການ ປກຊ - ປກສ ສູນກາງ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງຈໍາປາສັກ. ໃນນັ້ນ, ຄະນະເລຂາທິການສູນກາງພັກ ຕົກລົງແຕ່ງຕັ້ງ ສະຫາຍ ປອ ອາລຸນໄຊ ສູນນະລາດ ເປັນປະທານຄະນະກຳມະການ ປກຊ-ປກສ ເເຂວງ, ສະຫາຍ ປອ ສຸກສະຫວັນ ວິໄລວົງ ເປັນຮອງປະທານ, ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ເປັນຮອງປະທານ ທັງເປັນຜູ້ປະຈໍາການ, ສະຫາຍ ພົນຈັດຕະວາ ບຸນອ່ຽງ ພັນວົງສາ ເປັນກຳມະການ, ສະຫາຍ ສຸພາບ ທຳມະຮັກສາ ເປັນກຳມະການ, ສະຫາຍ ປອ ສຸກກະເສີມ ສີຫານຸວົງ ເປັນກຳມະການ, ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ເປັນກຳມະການ, ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ເປັນກຳມະການ ເເລະ ສະຫາຍ ພັນໂທ ຄໍາພູວົງ ແກ້ວວົງກົດ ເປັນກຳມະການ.
ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາສຳຄັນ ຕໍ່ຜູ້ທີ່ໄດ້ຮັບມອບໝາຍ ໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເປັນຄັນທຸງນຳໜ້າໃນການປົກປັກຮັກສາຄວາມສະຫງົບຮຽບຮ້ອຍພາຍໃນແຂວງ, ການຫັນລົງຮາກຖານຕ້ອງໃກ້ຊິດກັບປະຊາຊົນ, ເສີມຂະຫຍາຍກຳລັງແຮງທົ່ວປວງຊົນເຂົ້າໃນວຽກງານ ປກຊ-ປກສ ຢ່າງແທ້ຈິງ, ຮັບປະກັນໃຫ້ເຂດບໍລິເວນຊາຍແດນ ແລະ ທ້ອງຖິ່ນ ໃຫ້ມີຄວາມສະຫງົບ, ສຸມໃສ່ການສະກັດກັ້ນບັນຫາຢາເສບຕິດ, ການຄ້າມະນຸດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດຫນ້ອຍຖອຍລົງຢ່າງຕັ້ງໜ້າ.
ໂດຍ: ນາງ ສີລິຄານ ສີດາວົງ ກອງບັນຊາການທະຫານເເຂວງຈໍາປາສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















