ເຜີຍແຜ່ແຜນການຫັດແອບປະສານສຽງແຕກ ໃຫ້ແກ່ນັກຮຽນກໍ່ສ້າງຊັ້ນກາງທະຫານຊາຍແດນ ຊຸດທີ III
ເວລາອອກຂ່າວ: 2026-06-04 10:03:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 204 | ຄວາມນິຍົມ: ![]()
ວັນທີ 2 ມິຖຸນາ 2026 ນີ້, ໂຮງຮຽນທະຫານຊາຍແດນ 712 ຈັດຕັ້ງເຜີຍແຜ່ແຜນການຫັດແອບລວບລວມປະສານສຽງແຕກກອງຮ້ອຍທະຫານຊາຍແດນສູ້ຮົບຈັ້ງທ່າ, ໝວດປະຕິບັດຍິງລູກປືນແທ້ ໃຫ້ແກ່ນັກຮຽນກໍ່ສ້າງຊັ້ນກາງ ຊຸດທີ III ປະຈໍາສົກຮຽນ 2025-2026, ໂດຍເປັນປະທານຂອງສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ພະນັກງານ-ນັກຮົບ, ຄູ-ອາຈານ ແລະ ນັກຮຽນກໍ່ສ້າງຊັ້ນກາງ ເຂົ້າຮ່ວມ.
ສະຫາຍ ພັນໂທ ກອງມີ ໄຊຍະຫວັດ ຮອງຫົວໜ້າພະແນກອົບຮົມໂຮງຮຽນທະຫານຊາຍແດນ 712 ໄດ້ຂຶ້ນຜ່ານແຜນການຫັດແອບລວບລວມປະສານສຽງແຕກກອງຮ້ອຍທະຫານຊາຍແດນສູ້ຮົບຈັ້ງທ່າ ແລະ ໝວດປະຕິບັດຍິງລູກປືນແທ້ ໃຫ້ແກ່ນັກຮຽນກໍ່ສ້າງຊັ້ນກາງ ຊຸດທີ III ເພື່ອເປັນການ ສັງລວມຄືນບົດຮຽນທີ່ນັກຮຽນໄດ້ຮໍ່າຮຽນຜ່ານມາໃນໄລຍະ 2 ປີ ແລະ ເພື່ອເຮັດໃຫ້ນັກຮຽນກໍາໄດ້ເນື້ອໃນບົດຮຽນ ແລະ ຮູ້ໜູນໃຊ້ພູມມີປະເທດຕົວຈິງ ທັງເປັນການຕີລາຄາໝາກຜົນ, ຜົນໄດ້ຮັບ, ຄວາມຮູ້ຄວາມສາມາດຂອງນັກຮຽນ ແລະ ເພື່ອແນໃສ່ປັບປຸງໂຄງການຫຼັກສູດ, ເນື້ອໃນບົດສອນ ແລະ ວິທີສິດສອນຂອງຄູ-ອາຈານ ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ. ເຊີ່ງຈະໄດ້ຫັດແອບເນື້ອໃນວຽກງານຄຸ້ມຄອງປ້ອງກັນຊາຍແດນ ຄື: ລາຍງານແຜນການປ້ອງກັນຊາຍແດນ, ໜ່ວຍລາດຕະເວນເຂົ້າກວດກາຫຼັກໝາຍຊາຍແດນ, ໜ່ວຍລາດຕະເວນຢຽບມິນຖືກບາດເຈັບ, ໜ່ວຍລາດຕະເວນປະກົດເຫັນເປົ້າໝາຍຂົນສົ່ງຢາເສບຕິດມີອາວຸດ ແລະ ໜ່ວຍລາດຕະເວນປະກົດເຫັນເປົ້າໝາຍຂົນສົ່ງເງິນປອມຂ້າມຊາຍແດນ; ຫັດແອບເນື້ອໃນວຽກງານການເມືອງ ປະກອບມີ: ກອງຮ້ອຍເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃນໄລຍະພັກທັບຊົ່ວຄາວ ແລະ ກອງຮ້ອຍເຮັດວຽກງານການເມືອງ-ແນວຄິດ, ວຽກງານນະໂຍບາຍ ແລະ ຈັດຕັ້ງສົ່ງສະການໃນໄລຍະຈັດຕັ້ງກໍລະນີສູ້ຮົບຈັ້ງທ່າສຳເລັດ; ຫັດແອບເນື້ອໃນວຽກງານສືບຂ່າວຊາຍແດນ ຄື: ໜ່ວຍຈັດຕັ້ງປ້ອງກັນສະຖານທີ່ເກີດເຫດ, ກໍລະນີມີຄົນຕາຍ ແລະ ຫັດແອບເນື້ອໃນຍຸດທະວິທີປ້ອງກັນຊາຍແດນ ຈະໄດ້ຫັດແອບ ການອາແລັກປ່າວເຫດ ຫັນປ່ຽນພາວະສູ້ຮົບຈາກພາວະເພີ່ມທະວີຂຶ້ນເປັນພາວະຄົບຖ້ວນ, ຫັດແອບບັນຊາຮູບແຖວເຄືອນຍ້າຍກໍາລັງໄປເຂດເຕົ້າລວມປິດລັບ, ຫັດແອບເຄື່ອນທັບຜ່ານພູມມີປະເທດ ແລະ ແກ້ໄຂກໍລະນີຕາມເສັ້ນທາງ, ຫັດແອບສູ້ຮົບຈັ້ງທ່າຍິງລູກປືນແທ້ ແລະ ຈັດຕັ້ງຍິງລູກປືນແທ້. ໃນນັ້ນ ກໍານົດເວລາ 5 ວັນ ຈຶ່ງຈະສໍາເລັດການຫັດແອບ. ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ພາກສ່ວນຮັບປະກັນໃຫ້ແກ່ການຫັດແອບລວບລວມປະສານສຽງແຕກກອງຮ້ອຍທະຫານຊາຍແດນສູ້ຮົບຈັ້ງທ່າ ແລະ ໝວດປະຕິບັດຍິງລູກປືນແທ້ ໃຫ້ແກ່ນັກຮຽນກໍ່ສ້າງຊັ້ນກາງ ຊຸດທີ III ຕື່ມອີກ.
ໂອກາດນີ້, ສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນທີຖືກແຕ່ງຕັ້ງ ແລະ ເຂົ້າຮ່ວມປະຕິບັດແຜນການໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນວຽກງານການກະກຽມເຄືື່ອນທັບປະສານສຽງແຕກໃນຄັ້ງນີ້ ໃຫ້ມີຜົນສໍາເລັດຢ່າງຈົບງາມ, ເອົາໃຈໃສ່ປະຕິບັດຂໍ້ກໍານົດກົດລະບຽບໃນການເຄືອນທັບ ແລະ ພາກສະໜາມ, ຮັກສາໄດ້ດ້ານຈໍານວນພົນ, ອາວຸດຢຸດໂທປະກອນ ທີ່ໄດ້ປະກອບບໍ່ໃຫ້ເປ່ເພ, ເສຍຫາຍ ແລະ ຮັບປະກັນຄວາມປອດໄພໄດ້ 100%.
ໂດຍ: ພິລະສອນ ວັນວິໄຊ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















