ອາດີດຫົວໜ້າການທະຫານ ລົງພົບປະໂອ້ລົມພະນັກງານ-ນັກຮົບ
ເວລາອອກຂ່າວ: 2026-06-04 09:42:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 226 | ຄວາມນິຍົມ: ![]()
ວັນທີ 3 ມິຖຸນາ 2026 ນີ້, ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ອາດີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມ ພະນັກງານ-ນັກຮົບຢູ່ ກອງບັນຊາການທະຫານເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ, ໂດຍມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໂອກາດທີ່ລົງພົບປະໂອ້ລົມຄັ້ງນີ້ ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງ - ແນວຄິດເປັນບັນຫາສຳຄັນ, ຕິດພັນກັບການປັບປຸງລະບຽບແບບແຜນ ຝຶກແອບຮໍ່າຮຽນການເມືອງ-ການທະຫານ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະ ຂອງກົມກອງ ໃຫ້ມີຄວາມຊໍານິຊໍານານ, ເປັນກໍາລັງຫຼັກແຫຼ່ງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ໃຫ້ແຂງແຮງກວ່າເກົ່າ, ເດັດດ່ຽວຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ, ເຝິກຝົນຫຼໍ່ຫຼອມຕົນເອງ, ຊອກຮູ້ຮໍ່າຮຽນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນນຳພາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ, ສອດຄ່ອງກັບຈຸດພິເສດເງື່ອນໄຂຕົວຈິ່ງຂອງກົມກອງ, ໄປພ້ອມກັນກັບການຂຸດຄົ້ນທ່າແຮງບົ່ມຊ້ອນ ແລະ ຄວາມອາດສາມາດທີ່ມີ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ໃຫ້ມີຄວາມເຂັ້ມແຂງ-ໜັກແໜ້ນ ຕາມທິດທາງກໍ່ສ້າງກອງທັບປະຕິວັດ, ມີລະບຽບແບບແຜນ ແລະ ທັນສະໄໝເທື່ອລະກ້າວ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















