ຄະນະຜູ້ແທນກະຊວງປ້ອງກັນປະເທດ ສໍາເລັດການເປັນປະທານຮ່ວມກັບ ຣັດເຊຍ ຈັດຕັ້ງກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດເພື່ອມະນຸດສະທໍາ ຄັ້ງທີ 17
ເວລາອອກຂ່າວ: 2026-06-04 09:15:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 261 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 21 ພຶດສະພາ - 1 ມິຖຸນາ 2026 ນີ້, ຄະນະຜູ້ແທນກະຊວງປ້ອງກັນປະເທດ ນໍາໂດຍ ສະຫາຍ ພັນເອກ ເຟືອງໄຊ ມິລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທ່ນຈາກ ຫ້ອງການກົມໃຫຍ່ເສນາທິການກອງທັບ, ກົມຊ່າງແສງ, ສູນ 523, ຫ້ອງການ ຄຊກລ ແລະ ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໄດ້ສຳເລັດການເດີນທາງໄປ ເປັນປະທານຮ່ວມກັບ ຣັດເຊຍ ຈັດຕັ້ງ ກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດເພື່ອມະນຸດສະທໍາ ຄັ້ງທີ 17 ແລະ ກອງປະຊຸມວາງແຜນຂັ້ນສຸດທ້າຍ ຂອງການຝຶກຊ້ອມຮ່ວມພາກສະໜາມຫຼາຍຝ່າຍ ທີ່ ເມືອງ ນິສນີ ໂນບໂກຣອດ, ຣັດເຊຍ, ມີຄະນະຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ, ອາຊຽນ-ບວກ, ກອງເລຂາອາຊຽນ ແລະ ສູນເກັບກູ້ລະເບີດເພື່ອມະນຸດສະທໍາອາຊຽນ ທັງໝົດ 17 ພາກສ່ວນ ເຂົ້າຮ່ວມ ແລະ ເປັນກຽດໃຫ້ກອງປະຊຸມໃນຄັ້ງນີ້, ມີສະຫາຍ ອັງເຣ ຈີຊຊູບ ວ່າການ ເຈົ້າເແຂວງ ນິສນີ ໂນບໂກຣອດ ແລະ ສະຫາຍ ພົນໂທ ອີວານ ໂພເຕບ ຮອງຜູ້ບັນຊາການເຫຼົ່າລົບຊ່າງແສງ ສ.ຣັດເຊຍ ໄດ້ໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກ ກ່າວຕ້ອນຮັບບັນດາຄະນະຜູ້ແທ່ນ ດັ່ງກ່າວ.
ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ຂອງປະທານຮ່ວມ ລາວ ແລະ ຣັດເຊຍ ກ່ຽວກັບຜົນຂອງກອງປະຊຸມໜ່ວຍງານຜູ້ຊ່ຽວຊານ ດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ຄັ້ງທີ 16 ແລະ ກອງປະຊຸມວາງແຜນຂັ້ນຕົ້ນ ທີ່ຈັດຂຶ້ນ ໃນລະຫວ່າງວັນທີ 5-14 ທັນວາ 2025 ທີ່ ແຂວງຫົວພັນ ແລະ ແລກປ່ຽນ ໃນຫົວຂໍ້: ການຮ່ວມມືທີ່ເປັນຮູບປະທໍາ ແລະ ບົດຮຽນທີ່ດີທີ່ສຸດ ຂອງວຽກງານການແພດ ໃນຂົງເຂດວຽກງານເກັບກູ້ລະເບີດ ເພື່ອມະນຸດສະທໍາ ແລະ ຈັດຕັ້ງກອງປະຊຸມວາງແຜນຂັ້ນສຸດທ້າຍ ເພື່ອເປັນເອກະພາບຕໍ່ບົດ ຂອງການເຝີກຊ້ອມຮ່ວມພາກສະໜາມຫຼາຍຝ່າຍ ທີ່ຈະໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 3-14 ກັນຍາ 2026 ນີ້, ທີ່ສະໜາມຝຶກຊ້ອມ ຂອງວິທະຍາຄານຊ່າງແສງ ຂອງ ຣັດເຊຍ ທີ່ ເມືອງ ນິສນີ ໂນບໂກຣອດ.
ເນື່ອງໃນໂອກາດເຂົ້າຮ່ວມເປັນປະທານຮ່ວມ ໃນຄັ້ງນີ້, ຄະນະປະທານຮ່ວມຝ່າຍລາວ ຍັງໄດ້ເດີນທາງໄປຢ້ຽມ ແລະ ເຮັດວຽກ ກັບ ວິທະຍາຄານຊ່ຽງແສງ ຂອງກອງທັບສະຫະພັນ ຣັດເຊຍ ປະຈໍາເມືອງ ນິສນີ ໂນບໂກຣອດ ແລະ ເຂົ້າຢ້ຽມຢາມບັນດາຫ້ອງຮຽນຕ່າງໆລ່ວມທັງ ຫ້ອງຮຽນຜະລິດເຮືອບິນບໍ່ມີຄົນຂັບ (ໂດຣນ) ແລະ ຫ້ອງຮຽນຝຶກຊ້ອມການກວດກູ້ລະເບີດຕ່າງໆ ຕືມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















