ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ການແລກປ່ຽນເອກະລັກອາຫານ ລະຫວ່າງ ກອງທັບ ລາວ-ຣັດເຊຍ
ເວລາອອກຂ່າວ: 2026-06-03 14:51:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 410 | ຄວາມນິຍົມ:



ໃນບັນຍາກາດຂອງການເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣສ 2026 “ ທີ່ເຕັມໄປດ້ວຍບັນຍາກາດທີ່ເຄັ່ງຕືງ ຂອງການອົບຮົມ-ຫັດແອບ ນັ້ນ, ສອງກອງທັບ ລາວ-ຣັດເຊຍ ຍັງໄດ້ຈັດການແລກປ່ຽນເອກະລັກອາຫານ ຂອງ ສອງຊາດ ລາວ ແລະ ຣັດເຊຍ ຂຶ້ນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປລາວ ແລະ ສະຫາຍ ເຊຣເກ ຊົດສະເກີ ເອກອັກຄະລັດ ຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ພ້ອມຄະນະການນໍາ, ຄະນະຊີ້ນໍາການຊ້ອມຮົບຮ່ວມ ລາວ-ຣັດເຊຍ. ການແລກປ່ຽນເອກະລັກທາງດ້ານອາຫານ ຂອງສອງກອງທັບ ໃນຄັ້ງນີ້, ເປັນການສ້າງຂະບວນການເພື່ອຄວາມສາມັກຄີ, ມິດຕະພາບ ແລະ ສ້າງຄວາມເບີກບານມ່ວນຊື່ນ ໃນການເຝິກອົບຮົມ-ຫັດແອບ. ຈາກນັ້ນ, ສະຫາຍ ເຊຣເກ ຊົດສະເກີ ໄດ້ກ່າວເປີດພິທີ ແລະ ເຊີນ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ຮັບປະທານອາຫານໃນງານດັ່ງກ່າວອີກດ້ວຍ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ