ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ປະກາດການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ຄະນະກຳມະການ ປກຊ-ປກສ ແຂວງສາລະວັນ
ເວລາອອກຂ່າວ: 2026-06-03 14:29:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 398 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງປະທານ, ຮອງປະທານ ແລະ ກຳມະການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2026 ນີ້, ທີ່ຫ້ອງປະຊຸມແຂວງສາລະວັນ, ໂດຍການເປັນປະທານຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະຫານກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ມີທ່ານ ປອ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງສາລະວັນ, ມີປະທານຄະນະກຳມະການປົກຄອງແຂວງ, ຄະນະປະຈຳພັກແຂວງ, ພ້ອມດ້ວຍບັນດາສະຫາຍຕ່າງໜ້າຈາກຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າພະແນກການອົງການທຽບເທົ່າ, ຫົວໜ່ວຍທຸລະກິດພາກລັດ-ເອກະຊົນ ແລະ ສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຮ່ວມ ໃນພິທີ ທ່ານ ປອ ດາວວົງ ພອນແກ້ວ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງແຂວງສາລະວັນ ໃນຊຸມປີຜ່ານມາ ເຊິ່ງໄດ້ຜັນຂະຫຍາຍແນວທາງ, ມະຕິຂອງພັກ ຫັນເປັນແຜນການ, ໂຄງການດຳເນີນງານ ແລະ ແຜນງານ 5 ປີ ຂອງຕົນ ໄລຍະ 2021-2025 ໄດ້ກໍານົດອອກເປັນ 12 ແຜນງານ 66 ໂຄງການ, ປີ 2026-2030 ໄດ້ກໍານົດອອກ 10 ແຜນງານ 50 ໂຄງການ, ສ້າງແຜນຍຸດທະສາດປ້ອງກັນບໍລິເວນຂອງແຂວງ ໂດຍກຳນົດອອກເປັນ 3 ເຂດ ຄື: ເຂດແນວໜ້າປະກອບມີບັນດາເມືອງບໍລິເວນຊາຍແດນ ລາວ-ໄທ, ເຂດໃຈກາງ ປະກອບມີ ເມືອງວາປີ, ເມືອງເຫຼົ່າງາມ, ເມືອງສາລະວັນ ແລະ ເຂດແນວຫຼັງຍຸດທະສາດ ກວມເອົາ 3 ເມືອງ ຄື ເມືອງຕຸ້ມລານ, ເມືອງຕະໂອ້ຍ, ເມືອງສະໝ້ວຍ. ນອກນີ້, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍ່ໄດ້ຫັນເອົາພະນັກງານນຳພາ-ກຳລັງປະກອບອາວຸດລົງກໍ່ສ້າງຮາກຖານປະຊາຊົນ ສຸມໃສ່ 231 ຈຸດສຸມ ສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 462 ບ້ານ, ເທົ່າກັບ 79,93%, ບ້ານປ້ອງກັນຄວາມສະຫງົບດີ 517 ບ້ານ, ເທົ່າກັບ 89,44%, ມີ 3 ກຸ່ມບ້ານເປັນບ້ານສູ້ຮົບຕິດລຽນ, 4 ເມືອງເປັນເມືອງປ້ອງກັນຊາດເຂັ້ມແຂງ ແລະ 6 ເມືອງເປັນເມືອງປ້ອງກັນຄວາມສະຫງົບດີ. ຈາກນັ້ນ, ສະຫາຍ ພັນເອກ ບົວພັນ ດວງຈຳປາ ຮອງຫົວໜ້າຫ້ອງການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງສາລະວັນ ເຊິ່ງປະກອບດ້ວຍບັນດາສະຫາຍ ຄື: ສະຫາຍ ປອ ດາວວົງ ພອນແກ້ວ ເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງສາລະວັນ, ສະຫາຍ ປະເດີມພອນ ສົນທະນີ ເປັນຮອງປະທານ, ສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ເປັນຮອງປະທານ, ທັງເປັນຜູ້ປະຈໍາການ, ສະຫາຍ ພົນຈັດຕະວາ ສີເສີດ ສອນດາລາ ເປັນຮອງປະທານ, ສະຫາຍ ນາງ ບຸນທະວີ ດວງລາສີ ເປັນກຳມະການ, ສະຫາຍ ປອ ໂພສີ ແກ້ວສີພັນດອນ ເປັນກຳມະການ, ສະຫາຍ ຈັນເພັງ ສາຍທະມະວົງ ເປັນກຳມະການ, ສະຫາຍ ພັນເອກ ສຸດໃຈ ແສນຄຳບົວທອນ ເປັນກຳມະການ ແລະ ສະຫາຍ ພັນເອກ ເຄນຄຳ ວໍລະຈິດ ເປັນກຳມະການ. ຈາກນັ້ນ, ກໍໄດ້ມີການມອບໃບມະຕິຕົກລົງແຕ່ງຕັ້ງ ໃຫ້ປະທານ ແລະ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໃຫ້ກຽດຂຶ້ນມອບຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຕ່າງໜ້າຄະນະຂຶ້ນຮັບໂດຍທ່ານ ປອ ດາວວົງ ພອນແກ້ວ ໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງສາລະວັນ ທີ່ຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ ພ້ອມທັງ, ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນເອງຢ່າງຕັ້ງໜ້າ, ຈັດຕັ້ງນຳພາ-ຊີ້ນຳ ແລະ ຜັນຂະຫຍາຍແນວທາງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ປະສານສົບທົບກັນຄົ້ນຄວ້າເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ສ້າງສະໜາມ 3 ຂັ້ນ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຕາມຂອບເຂດຊາຍແດນ ໃຫ້ມີຄວາມສະຫງົບເພື່ອເຮັດໃຫ້ສະພາບເສດຖະກິດ-ສັງຄົມຂອງແຂວງສາລະວັນ ມີການພັດທະນາຍິ່ງໆຂຶ້ນ. ໂດຍ: ສຸກັນ ວົງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ