ທະຫານນະຄອນຫຼວງວຽງຈັນ ປະດັບທຽບຊັ້ນນາຍທະຫານ ໃຫ້ພະນັກງານ ທີ່ຮຽນຈົບວິຊາສະເພາະ ຈາກສາຍລັດ
ເວລາອອກຂ່າວ: 2026-06-03 14:23:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 410 | ຄວາມນິຍົມ: ![]()
ວັນທີ 2 ມິຖຸນາ 2026 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີປະດັບທຽບຊັ້ນນາຍທະຫານ ໃຫ້ພະນັກງານ ທີ່ຮຽນຈົບວິຊາສະເພາະຈາກສາຍລັດ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ຈາກອົງການ 5 ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ກິແກ້ວ ວິໄລຈິດ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ພະນັກງານທີ່ຮຽນຈົບວິຊາສະເພາະ ຂັ້ນປະລິນຍາຕີ, ຊັ້ນສູງ, ຊັ້ນກາງ ຈາກສາຍລັດ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈໍານວນ 16 ສະຫາຍ ໃນນີ້, ປະດັບທຽບຊັ້ນຮ້ອຍໂທ 13 ສະຫາຍ ແລະ ປະດັບທຽບຊັ້ນຮ້ອຍຕີ 3 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຊັ້ນໃໝ່ໃນຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ສ້າງຜົນງານ, ຕັ້ງໜ້າເອົາໃຈໃສ່ຝຶກຝົນຫຼໍ່ຫຼອມເພື່ອພັດທະນາຕົນເອງໃນທຸກດ້ານ, ມີແບບແຜນວິທີເຮັດວຽກ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ມີຄວາມນ້ຳໃຈເສຍສະຫຼະສູງຕໍ່ການປະຕິບັດໜ້າທີ່ວຽກງານ, ທັງເປັນແບບຢ່າງໃຫ້ແກ່ນາຍ ແລະ ພົນທະຫານ ເພື່ອພ້ອມກັນສຸມໃສ່ເຮັດສຳເລັດທຸກໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















