ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກອງປະຊຸມທາບທາມຮ່າງດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ຢູ່ກອງບັນຊາການທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2026-06-03 10:33:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 366 | ຄວາມນິຍົມ:



ກອງປະຊຸມທາງທາມຮ່າງດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ໄຂຂຶ້ນໃນວັນທີ 2 ມິຖຸນາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສີ ສີວົງສາ ຫົວໜ້າກົມກົດໝາຍ ກົມໃຫ່ຍການເມືອງກອງທັບ, ມີສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະຮັບຜິດຊອບມາຈາກກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະກອງບັນຊາການ ສອງກອງບັນຊາການ ປກຊ-ປກສ, ກອງບັນຊາການທະຫານເມືອງ 7 ຕົວເມືອງ, ກອງພົນທີ 3, ພະແນກການທີ່ກ່ຽວຂ້ອງ ແລະ ແຂກເຊີນມາຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ. ໃນພິທີ ໄດ້ຮັບຟັງການຜ່ານຮ່າງດໍາລັດ ວ່າດ້ວຍກໍາລັງກອງຫຼອນ ແລະ ກໍາລັງປ້ອງກັນຕົວ ເຊີ່ງປະກອບມີ 9 ພາກ, 11 ໝວດ, 68 ມາດຕາ ແລະ ຄຳຖາມເຈາະຈີ້ມ. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄຳເຫັນໃສ່ຮ່າງດຳລັດ ເພື່ອກຳນົດເອົາຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາວຽກງານກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ເພື່ອໃຫ້ມີຄວາມໜັກແໜ້ນທາງດານການເມືອງແນວຄິດ, ເຂັ້ມແຂງທາງດານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝແນ່ໃສ່ເຮັດສຳເລັດໜ້າທີ່ ໃນການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ພາຍໃນບ້ານ, ສຳນັກງານອົງການ, ລັດວິສາຫະກິດ, ໂຮງຈັກ, ໂຮງງານ ທີ່ເປັນຂອງລັດ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍ: ນາງ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ