ພັດທະນາສື່ດິຈິຕ໋ອນ ເພື່ອຂະຫຍາຍຄວາມຮູ້ສູ່ສັງຄົມ
ເວລາອອກຂ່າວ: 2026-06-03 09:44:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 348 | ຄວາມນິຍົມ: ![]()
ໃນຍຸກສະໄໝດິຈິຕ໋ອນ ທີ່ວິທະຍາສາດ ແລະ ເຕັກໂນໂລຊີ ມີການພັດທະນາຢ່າງກ້າວກະໂດດ ສື່ມວນຊົນໄດ້ກາຍເປັນເຄື່ອງມືສຳຄັນໃນການເຜີຍແຜ່ຂ່າວສານ, ສະທ້ອນຄວາມຄິດເຫັນຂອງສັງຄົມ ແລະ ສ້າງຄວາມເຂົ້າໃຈ ລະຫວ່າງປະຊາຊົນ. ສະນັ້ນ, ການພັດທະນາສື່ມວນຊົນແບບໃໝ່ ຈຶ່ງເປັນແນວໂນ້ມສຳຄັນທີ່ຊ່ວຍໃຫ້ວຽກງານສື່ສານມີປະສິດທິພາບສູງຂຶ້ນ, ທັນສະໄໝ ແລະ ຕອບສະໜອງຄວາມຕ້ອງການຂອງສັງຄົມໃນປັດຈຸບັນ. ສື່ມວນຊົນແບບໃໝ່ ໝາຍເຖິງ ຮູບແບບການສື່ສານທີ່ນຳໃຊ້ເຕັກໂນໂລຊີດິຈິຕ໋ອນເປັນພື້ນຖານ ເຊັ່ນ: ເວັບໄຊຂ່າວ, ເຄືອຂ່າຍສັງຄົມອອນລາຍ, ແອັບພລິເຄຊັນຂ່າວສານ, ວິດີໂອອອນລາຍ ແລະ ຮູບແບບຕ່າງໆ. ສື່ຮູບແບບໃໝ່ເຫຼົ່ານີ້ ມີຈຸດເດັ່ນຄື ຄວາມໄວໃນການນຳສະເໜີຂ່າວສານ, ຄວາມສາມາດໃນການເຂົ້າເຖິງປະຊາຊົນໄດ້ຢ່າງກວ້າງຂວາງ ແລະ ສາມາດສື່ສານແບບສອງທາງໄດ້ຢ່າງທັນທີ.
ໃນຍຸກດິຈິຕ໋ອນ ປັດຈຸບັນການສື່ສານຂ່າວສານ ໄດ້ມີການພັດທະນາຢ່າງວ່ອງໄວ ແລະ ສຳລັບສື່ສິ່ງພິມ (ໜັງສືພິມ) ບໍ່ໄດ້ຈຳກັດບົດບາດຢູ່ພຽງແຕ່ການຕີພິມເປັນເຈ້ຍເທົ່ານັ້ນ ແຕ່ໄດ້ປັບຕົວເຂົ້າສູ່ຮູບແບບສື່ດິຈິຕ໋ອນ ໂດຍສະເພາະການນຳສະເໜີຂ່າວໃນຮູບແບບວີດີໂອ, ການໂຄສະນາ ແລະ ນຳສະເໜີຂ່າວຜ່ານວີດີໂອ ໄດ້ກາຍເປັນເຄື່ອງມືສຳຄັນທີ່ຊ່ວຍໃຫ້ໜັງສືພິມເຂົ້າເຖິງຜູ້ຊົມໄດ້ກວ້າງຂວາງ ແລະ ມີປະສິດທິຜົນຫຼາຍຂຶ້ນ. ເຊິ່ງຄວາມສຳຄັນ ຂອງວີດີໂອຂ່າວ ຈະຊ່ວຍໃຫ້ການນຳສະເໜີຂ່າວມີຄວາມໜ້າສົນໃຈ ແລະ ເຂົ້າໃຈງ່າຍ, ຜູ້ຊົມສາມາດເຫັນພາບເຫດການຈິງ, ໄດ້ຍິນສຽງສຳພາດ ແລະ ຮັບຮູ້ບັນຍາກາດຂອງເຫດການໄດ້ດີກວ່າການອ່ານຂ່າວພຽງຢ່າງດຽວ, ສິ່ງນີ້ຊ່ວຍເພີ່ມຄວາມໜ້າເຊື່ອຖື ແລະ ຄວາມສົນໃຈຂອງຜູ້ຕິດຕາມຂ່າວ, ການນຳໃຊ້ວີດີໂອຂ່າວເປັນຊ່ອງທາງໃນການໂຄສະນາ ແລະ ເຜີຍແຜ່ຂ່າວສານ ຈະຊ່ວຍໃຫ້ໜັງສືພິມສາມາດເຂົ້າເຖິງຜູ້ຊົມໃນທຸກພື້ນທີ່ຜ່ານສື່ສັງຄົມ ເຊັ່ນ Facebook, TikTok, YouTube ແລະ ເວັບໄຊຂ່າວອອນລາຍ ແລະ ເຮັດໃຫ້ຂ່າວສານສາມາດແຜ່ກະຈາຍໄດ້ຢ່າງວ່ອງໄວ ແລະ ກວ້າງຂວາງ, ວີດີໂອຂ່າວຍັງຊ່ວຍສ້າງພາບລັກ ແລະ ຄວາມທັນສະໄໝໃຫ້ແກ່ໜັງສືພິມ, ການປັບຕົວຈາກສື່ສິ່ງພິມ ດັ້ງເດີມສູ່ການຜະລິດສື່ແບບໃໝ່ ສະແດງໃຫ້ເຫັນເຖິງຄວາມພ້ອມໃນການພັດທະນາ ແລະ ການປັບຕົວຕາມການປ່ຽນແປງຂອງເຕັກໂນໂລຊີ. ນອກຈາກນັ້ນ, ວີດີໂອຂ່າວຍັງຊ່ວຍໃນການໂຄສະນາແນວທາງນະໂຍບາຍຂອງ ພັກ-ລັດ ແລະ ຜົນງານດ້ານຕ່າງໆ ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງຖືກຕ້ອງ ດ້ວຍຮູບພາບ, ສຽງ ແລະ ຂໍ້ຄວາມທີ່ສອດປະສານກັນ ຈຶ່ງສາມາດສື່ຄວາມໝາຍໄດ້ຢ່າງຄົບຖ້ວນ ແລະ ມີພະລັງໃນການຊັກຈູງຄວາມສົນໃຈຂອງຜູ້ຊົມ. ສະນັ້ນ, ການນຳສະເໜີ ແລະ ໂຄສະນາຂ່າວຜ່ານວີດີໂອ ແມ່ນເປັນທິດທາງສຳຄັນ ຂອງສື່ໜັງສືພິມ ໃນຍຸກດິຈິຕ໋ອນ ມັນຊ່ວຍເພີ່ມຄວາມໜ້າສົນໃຈ, ຂະຫຍາຍການເຂົ້າເຖິງຜູ້ຊົມ, ຍົກສູງຄຸນນະພາບການສື່ສານ ແລະ ຊ່ວຍໃຫ້ວຽກງານຂ່າວສານສາມາດຮັບໃຊ້ສັງຄົມໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນ.
ການພັດທະນາສື່ມວນຊົນແບບໃໝ່ ຈຳເປັນຕ້ອງໃຫ້ຄວາມສຳຄັນຕໍ່ການນຳໃຊ້ເຕັກໂນໂລຊີສະໄໝໃໝ່ເຂົ້າມາປະຍຸກໃຊ້ໃນວຽກງານຂ່າວ, ນັກຂ່າວ ແລະ ອົງການສື່ຕ້ອງມີຄວາມຮູ້ຄວາມສາມາດໃນການນຳໃຊ້ອຸປະກອນດິຈິຕ໋ອນ, ລະບົບປັນຍາປະດິດ, ການຕັດຕໍ່ວິດີໂອ, ການອອກແບບສື່ ແລະ ການວິເຄາະຂໍ້ມູນຂ່າວສານ, ການນຳເຕັກໂນໂລຊີມານໍາໃຊ້ຢ່າງຖືກຕ້ອງ ຈະຊ່ວຍເພີ່ມຄຸນນະພາບຂອງຂ່າວ, ຫຼຸດຜ່ອນເວລາໃນການຜະລິດສື່ ແລະ ຍົກສູງຄວາມໜ້າເຊື່ອຖືຂອງຂ່າວສານ, ພ້ອມກັນນັ້ນ ການພັດທະນາສື່ມວນຊົນແບບໃໝ່ ຕ້ອງຄວບຄູ່ກັບການພັດທະນາບຸກຄະລາກອນດ້ານສື່ສານ, ນັກຂ່າວຮຸ່ນໃໝ່ ຄວນມີຄວາມຮູ້ທັງດ້ານວິຊາຊີບ, ຈັນຍາບັນ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຄວາມສາມາດໃນການກວດສອບຂໍ້ມູນ ໃນສະພາບທີ່ຂ່າວປອມ ແລະ ຂໍ້ມູນບິດເບືອນແຜ່ກະຈາຍຢ່າງວ່ອງໄວ ນັກຂ່າວຈຳເປັນຕ້ອງຍຶດໝັ້ນໃນຄວາມຖືກຕ້ອງ, ຄວາມໂປ່ງໃສ ແລະ ຄວາມເປັນກາງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສາທາລະນະຊົນ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















