ທີມຊາດຍີ່ປຸ່ນ ຊຸດບານໂລກ 2026 ໜ້າເສຍດາຍບໍ່ມີ ມິໂຕມະ ແລະ ມິນາມິໂນະ ເນື່ອງຈາກມີອາການບາດເຈັບ
ເວລາອອກຂ່າວ: 2026-06-03 09:33:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 215 | ຄວາມນິຍົມ: ![]()
ຄູເຝິກ ຮາເຈມິ ໂມຣິຢາຊຸ ນຳທີມໄປ ບານໂລກ ຮອບສຸດທ້າຍ ເປັນຄັ້ງທີ 2 ຕິດຕໍ່ກັນ ໄດ້ປະກາດລາຍຊື່ຂຸນພົນຊາມູໄຣ ລຸຍບານໂລກຄັ້ງນີ້ ບໍ່ມີ ຄາໂອຣຸ ມິໂຕມະ ກອງກາງຈາກໄບຣຕັ້ນ ແລະ ທາກຸມິ ມິນາມິໂນະ ກອງກາງຈາກໂມນາໂຄ ເນື່ອງຈາກບາດເຈັບທັງສອງ, ຕອນນີ້ ໄດ້ປະກາດອອກມາ 27 ຄົນ ສ່ວນໃຫຍ່ຫຼິ້ນໃນລີກເອີຣົບ ທັງອັງກິດ, ເຢຍລະມັນ, ໂຮນລັງ, ຝຣັ່ງ, ອີຕາລີ, ແອັດສະປາຍ, ສະກັອດແລນ, ແບນຊິກ, ດານມາກ ແລະ ສະຫະລັດ ອາເມຣິກາ ມີພຽງ 3 ຄົນ ຫຼິ້ນໃນລີກຍີ່ປຸ່ນ.
ກອງໜ້າ ນຳໂດຍ: ໄດເຊັນ ມາເອດະ ຈາກເຊວຕິກ, ອາຢາເຊະ ອູເອດະ ຈາກເຟເຢນຣູດ ແລະ ຢູອີໂຕະ ຊູຊູກິ ຈາກໄຟຣບວກ. ກອງກາງ ນຳໂດຍ: ວາຕາຣຸ ເອັນໂດະ ຈາກລີເວີພູລ ເປັນຫົວໜ້າທີມຊຸດນີ້, ໄດຈິ ກາມະດະ ຈາກຄຣິສຕັນ ພາເລດ, ອາໂອະ ທານາກະ ຈາກລີດ ຢູໄນເຕັດ, ທາເຄຟຸສະ ກູໂບະ ຈາກຣຽວ ໂຊເຊຍແດັດ ແລະ ຣິດສຸ ໂດອັນ ຈາກໄອແທັກ ແຟັງເຟີດ. ກອງຫຼັງ ນຳໂດຍ: ຢູໂຕະ ນາກາໂຕໂມະ ຈາກເອັຟຊີ ໂຕກຽວ ອະດີດກອງຫຼັງ ອິນເຕີ ມິລານ ໄວ 39 ປີ, ຮິໂຣກິ ອີໂຕະ ຈາກບາເຢິນ ມິວນິກ, ຊຶໂຢຊິ ວາຕານາເບະ ຈາກເຟເຢນຣູດ ແລະ ມາຢະ ໂຢຊິດະ ຈາກເອວເອ ກາແລັກຊີ້ ອະດີດກອງຫຼັງ ເຊົາແທ່ມຕັນ ໄວ 37 ປີ. ຜູ້ຮັກສາປະຕູ 3 ຄົນ ນຳໂດຍ: ຊີອົງ ຊູຊູກິ ຊອດການ້າ ຈາກສະໂມສອນປາຣມ້າ ແລະ ເຄຊູເກະ ໂອຊາໂກະ ຈາກຊານເຟເຊ້ ຮິໂຣຊິມ້າ. ບານໂລກ 2026 ທີມຊາດຍີ່ປຸ່ນ ຢູ່ກຸ່ມ F ຮ່ວມກັບ ໂຮງລັງ, ຊູແອັດ ແລະ ຕູນີຊີ.
ນັດທຳອິດ ຈະພົບກັບ ໂຮນລັງ ວັນທີ 14 ມິຖຸນາ, ນັດທີສອງ ພົບກັບ ຕູນີຊີ ວັນທີ 20 ມິຖຸນາ ແລະ ນັດທີສາມ ພົບກັບ ຊູແອັດ ວັນທີ 25 ມິຖຸນາ, ແຕ່ກ່ອນລຸຍບານໂລກ ຈະອຸ່ນເຄື່ອງໜຶ່ງນັດ ພົບກັບ ອິດສະລັງ ວັນທີ 31 ພຶດສະພາ.
ຜົນງານຂອງ ຍີ່ປຸ່ນ ໃນບານໂລກຄັ້ງຜ່ານມາ ປີ 2022 ທີ່ກາຕ້າ ຕົກຮອບ 16 ທີມສຸດທ້າຍ ເສຍໃຫ້ ໂຄຣອາຊີ ດ້ວຍການດວນຈຸດໂທດ 1-3 ເວລາປົກກະ
ຕິກັບການຕໍ່ເວລາພິເສດສະເໝີກັນ 1-1.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















