ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ນອກ​ແວ​ ລົງ​ນາມ​ຂໍ້​ຕົກລົງຄວາມ​ຮ່ວມ​ມື CAVS ເພື່ອ​ກຽມ​ຊື້ຍານເກາະ Patria 6x6
ເວລາອອກຂ່າວ: 2026-06-03 09:31:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ:



ເວັບ​ໄຊ ການ​ທະຫານ​ປ້ອງ​ກັນຊາດ ເອີ​ຣົບ ກ່າວ​ກາງ ເດືອນ ພຶດສະພາ​ນີ້​ວ່າ: ນອກ​ແວໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສຳລັບ​ໂຄງການ​ລະບົບ​ຍານ​ເກາະ​ຮ່ວມ (CAVS) ທີ່​ນຳ​ໂດຍ ບໍລິສັດ Patria ຂໍ້​ຕົກລົງ​ນີ້​ນັບ​ເປັນ​ຂັ້ນ​ຕອນ​ຕໍ່​ໄປ ໃນ​ການ​ກະ ກຽມ​ສຳລັບ​ການ​ຈັດ​ຫາ​ຍານເກາະ Patria CAVS 6x6 ຈຳນວນ​ຫຼາຍ​ຂອງ ນອກ​ແວ. ນອກ​ແວ ເຂົ້າ​ຮ່ວມ​ໂຄງການ CAVS ໃນ​ປີ 2025 ພ້ອມ​ກັບ​ສະຫະ​ລາຊະ​ອານາຈັກ ໂດຍ​ໂຄງການ​ນີ້​ເປີດ​ຕົວ​ໃນ​ປີ 2020 ຜ່ານ​ຄວາມ​ຮ່ວມ​ມື​ລະຫວ່າງ ແຟງ​ລັງ ແລະ ລັດ​ເວຍ, ໂຄງການ CAVS ມີ​ເປົ້າ​ໝາຍ​ໃນ​ການ​ສົ່ງ​ມອບ​ລະບົບ​ຍານ​ເກາະ 6x6 ທີ່​ທັນ​ສະໄໝ ໂດຍ​ໃຊ້​ພື້ນຖານ​ຈາກ​ບໍລິສັດ Patria 6x6 ຍານ​ເກາະ​ຮຸ່ນ​ນີ້ ຖືກ​ອອກ​ແບບ​ມາ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ການ​ປະຕິບັດ​ພາລະກິດ​ຂອງ​ປະ ເທດ​ໃນ​ຢູ​ໂຣບ ແລະ NATO. ປັດຈຸບັນ ບໍລິສັດ Patria ໄດ້​ສົ່ງ​ມອບ​ຍານເກາະ​ໃຫ້​ແກ່​ຫຼາຍ​ປະເທດ​ສະມາຊິກ ພາຍ​ໄຕ້ ໂຄງການ CAVS ແລ້ວ ລວມ​ທັງ​ແຟັງ​ລັງ, ຊູ​ແອັດ, ລັດ​ເວຍ, ດານ​ມາກ ແລະ ເຢຍ​ລະ​ມັນ, ໂດຍຍານເກາະ​ເຫຼົ່າ​ນີ້​ຍັງ​ຖືກ​ນຳ​ໃຊ້​ໃນສະໜາມຮົບ​ຂອງ ອູ​ແກຣນ ຂະນະ​ທີ່​ກຳລັງ​ເຈລະຈາ​ຂັ້ນ​ຕອນ​ຕໍ່​ໄປ​ກັບ​ສະຫະ​ລາຊະ​ອານາຈັກ. “ການ​ທີ່ ນອກ​ແວ ລົງ​ນາມ​ໃນ​ກອບ​ຄວາມ​ຮ່ວມ​ມື ພາຍ​ໃຕ້​ໂຄງການ CAVS ຖື​ເປັນ​ອີກ​ກ້າວ​ສຳຄັນ​ທີ່​ເປັນ​ຮູບ​ປະ​ທຳ ສຳລັບ​ຄວາມ​ຮ່ວມ​ມື​ໃນ​ລະດັບ​ນານາ​ຊາດ” “ກອບ​ຄວາມ​ຮ່ວມ​ມື​ນີ້ ຊ່ວຍ​ໃຫ້​ປະເທດ​ສະມາຊິກ​ສາມາດ​ດຳເນີນ​ການ​ໄດ້​ຢ່າງ​ວ່ອງໄວ ຈັດ​ຊື້​ໄດ້​ຢ່າງ​ສະຫຼາດ ແລະ ຮັກສາ​ຄວາມ​ຍືນ​ຍົງ​ໃນ​ລະດັບ​ທ້ອງຖິ່ນ ສົ່ງ​ຜົນ​ໃຫ້​ເກີດ​ຂີດ​ຄວາມ​ສາມາດ​ໃນ​ການ​ເຄື່ອນ​ທີ່​ຢ່າງ​ປອດ​ໄພ ສອດຄ່ອງ​ກັນ ແລະ ໃຊ້​ງານ​ຮ່ວມ​ກັນ​ໄດ້ ພ້ອມ​ທັງ​ເສີມ​ສ້າງ​ຄວາມ​ມັ່ນ​ຄົງ​ດ້ານ​ຫ່ວງ​ໂສ້​ອຸ​ປະທານ ຜ່ານ​ຄວາມ​ຮ່ວມ​ມື​ທາງ​ອຸດສາຫະກຳ” ເຊິ່ງ​ໂຄງການ CAVS ນີ້​ຊ່ວຍ​ໃຫ້​ປະເທດ​ທີ່​ເຂົ້າ​ຮ່ວມ ສາມາດ​ຈັດ​ຫາ​ລົດ​ຫຸ້ມ​ເກາະ​ທັນ​ສະໄໝ​ໄດ້​ຢ່າງ​ທັນ​ເວລາ ແລະ ຄຸ້ມ​ຄ່າ ແນວ ທາງ​ນີ້​ຍັງ​ສະໜັບສະໜູນ​ການ​ຈັດ​ຊື້​ຮ່ວມ​ກັນ ການ​ພັດທະນາ​ຜະລິດ​ຕະ​ພັນ​ແບບ​ປະສານ​ງານ ແລະ ການ​ບໍລິຫານ​ວົງ​ຈອນ​ຊີວິດ​ຜະລິດ​ຕະ​ພັນ​ຢ່າງ​ມີ​ປະ​ສິດທິ​ຜົນ. ທ່ານ ຢຸ​​ສ​ຊິ ຢາ​ຣວ​​ິນ​ເນນ ຮອງ​ປະທານ​ບໍລິຫານ​ຝ່າຍ​ທຸລະ​ກິດ​ຍານ​ເກາະ​ຂອງ ບໍລິສັດ Patria ກ່າວ. ບໍລິສັດ Patria ລະບຸ​ວ່າ ໂຄງການ​ນີ້​ຍັງ​ເປີດ​ຮັບ​ສະມາຊິກ​ປະເທດ​ໃນ​ຢູ​ໂຣບ ແລະ NATO ທີ່​ມີ​ຄວາມ​ສົນໃຈ ແລະ ຕ້ອງການ​ລົດ​ຫຸ້ມ​ເກາະ 6x6 ໃນ​ລະດັບ​ໃກ້​ຄຽງ​ກັນ ການ​ທີ່ ນອກ​ແວ ລົງ​ນາມ​ໃນ​ກອບ​ຂໍ້​ຕົກລົງ​ນີ້ ຈະ​ເຮັດ​ໃຫ້​ມີ​ຄວາມ​ສາມາດ​ດຳເນີນ​ການ​ຈັດ​ຊື້​ແບບ​ຕໍ່​ເນື່ອງ ພາຍ​ໃຕ້​ໂຄງການ CAVS ພາຄີ​ໄດ້​ງ່າຍ​ຂື້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ