ຈີນ ຈະເປັນເຈົ້າການເຮັດທຸກຢ່າງ ເພື່ອປົກປັກຮັກສາຄວາມໝັ້ນຄົງດ້ານຍຸດທະສາດທົ່ວໂລກ
ເວລາອອກຂ່າວ: 2026-06-03 09:28:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 189 | ຄວາມນິຍົມ: ![]()
ວັນທີ 30 ພຶດສະພານີ້, ທ່ານເມີ້ງຊຽງຊີ່ງ ຫົວໜ້າຄະນະຜູ້ແທນຊ່ຽວຊານນັກວິຊາການກອງທັບປົດປ່ອຍປະຊາຊົນຈີນ ທັງເປັນສາສະດາຈານມະ
ຫາວິທະຍາໄລປ້ອງກັນຊາດຂອງຈີນ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາຊາງກຣີລາ ຄັ້ງທີ 23 ທີ່ຈັດຂຶ້ນຢູ່ສິງກະໂປ ແລະ ກ່າວຄຳປາໄສທີ່ພາດຫົວເລື່ອງວ່າ “ທຸ່ມເທກຳລັງທາງບວກເພື່ອປົກປັກຮັກສາຄວາມໝັ້ນຄົງດ້ານຍຸດທະສາດທົ່ວໂລກ”.
ທ່ານເມີ້ງຊຽງຊີ່ງກ່າວວ່າ: ຄວາມໝັ້ນຄົງດ້ານຍຸດທະສາດທົ່ວໂລກໃນປັດຈຸບັນໄດ້ຜະເຊີນໜ້າກັບສິ່ງທ້າທາຍຫຼາຍຂັ້ນ,ຈີນສະເໜີຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລິ່ມການບໍລິຫານທົ່ວໂລກ,ມີຄວາມເຫັນໃຫ້ຍຶດໝັ້ນລັດທິຫຼາຍຝ່າຍ ແລະ ການປົກຄອງດ້ວຍກົດໝາຍສາກົນ, ຊຸກຍູ້ການສ້າງລະບົບການຄຸ້ມຄອງຄວາມໝັ້ນຄົງທົ່ວໂລກທີ່ຍຸດຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.
ຫຼັກໝັ້ນໃນບັນຫານິວເຄລຍຂອງຈີນແມ່ນສະເໝີຕົ້ນສະເໝີປາຍ,ທັງຈະແຈ້ງທີ່ສຸດ,ຈີນຍຶດໝັ້ນເດີນຕາມເສັ້ນທາງການພັດທະນາໂດຍສັນຕິ,ປະຕິບັດຍຸດທະສາດນິວເຄລຍທີ່ປ້ອງກັນຕົວ ແລະ ຈະບໍ່ນຳໃຊ້ອາວຸດນິວເຄລຍກ່ອນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















