ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ເຕືອນ​ໄພ! ເປີດເຜີຍ​ກົນລະຍຸດ​ຢາສູບ​ໄຟຟ້າ ມຸ່ງ​ເປົ້າ​ດຶງ​ດູດ​ເດັກ-ໄວ​ໜຸ່ມ ສູ່​ການ​ເສບ​ຕິດ​ນິ​ໂກ​ຕິນ
ເວລາອອກຂ່າວ: 2026-06-03 09:06:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ກະຊວງ​ສາທາລະນະ​ສຸກ ໄດ້​ຈັດ​ກິດຈະກຳ​ລະນຶກ​ ວັນ​ງົດ​ສູບຢາ​ແຫ່ງ​ຊາດ ແລະ ວັນ​ງົດ​ສູບຢາ​ໂລກ ປີ 2026 ໃນ​ວັນ​ທີ 30 ພຶດສະພາ ທີ່​ໂຮງໝໍ​ມະໂຫສົດ ພາຍ​ໃຕ້​ຄຳ​ຂວັນ: “ເປີດເຜີຍ​ກົນລະຍຸດ​ຂອງ​ອຸດສາຫະກຳ​ຢາສູບ ໃນ​ການ​ໂຄສະນາ​ເຊີນ​ເຊື່ອ​ເດັກນ້ອຍ ເຍົາວະ​ຊົນ ແລະ ໄວ​ໜຸ່ມ ໃຫ້​ເຂົ້າ​ສູ່​ການ​ເສບ​ຕິດ​ນິ​ໂກ​ຕິນ” ໂດຍ​ມີ ທ່ານ ນາງ ໃບ​ຄຳ ຂັດ​ທິ​ຍະ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ເປັນ​ປະທານ ພ້ອມ​ດ້ວຍ​ຜູ້​ແທນ​ຈາກ​ພາກສ່ວນ​ຕ່າງໆ ຄູ-ອາຈານ ແລະ ນັກຮຽນ​ເຂົ້າ​ຮ່ວມ. ທ່ານ ນາງ ໃບ​ຄຳ ຂັດ​ທິ​ຍະ ກ່າວ​ວ່າ ຢາສູບ​ເປັນ​ສິນຄ້າ​ເສບ​ຕິດ​ທີ່​ຖືກ​ກົດໝາຍ ແຕ່​ກໍ່ໃຫ້ເກີດ​ການ​ພິການ ແລະ ເສຍ​ຊີວິດ​ກ່ອນ​ໄວ​ອັນ​ຄວນ. ໃນ​ແຕ່​ລະ​ປີ ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີວິດ​ຈາກ​ຢາສູບ​ກວ່າ 8 ລ້ານ​ຄົນ ຂະນະ​ທີ່ ​ສປປ ລາວ ມີ​ຜູ້​ເສຍ​ຊີວິດ​ປະມານ 6.700 ຄົນ​ຕໍ່​ປີ ຫຼື 18 ຄົນ​ຕໍ່​ມື້. ພ້ອມ​ນີ້ ຍັງ​ໄດ້​ເຕືອນ​ເຖິງ​ການ​ລະບາດ​ຂອງ​ຢາສູບ​ໄຟຟ້າ ແລະ ຜະລິດ​ຕະ​ພັນ​ນິ​ໂກ​ຕິນ​ຮູບ​ແບບ​ໃໝ່ ທີ່​ຖືກ​ອອກ​ແບບ​ໃຫ້​ມີ​ກິ່ນ ແລະ ລົດ​ຊາດ​ດຶງ​ດູດ ພ້ອມ​ຮູບ​ແບບ​ທັນ​ສະໄໝ ເພື່ອ​ຫຼອກ​ລໍ້​ໃຫ້​ເດັກ ແລະ ໄວ​ໜຸ່ມ​ເຂົ້າ​ສູ່​ວົງ​ຈອນ​ການ​ເສບ​ຕິດ​ນິ​ໂກ​ຕິນ. ກະຊວງ​ສາທາລະນະ​ສຸກ ຢືນ ຢັນ​ສືບຕໍ່​ດຳເນີນ​ມາດ​ຕະການ​ຄວບ​ຄຸມ​ຢາສູບ​ຢ່າງ​ເຂັ້ມ​ງວດ ເຊັ່ນ ຫ້າມ​ສູບຢາ​ໃນ​ສະຖານທີ່​ສາທາລະນະ, ຫ້າມ​ໂຄສະນາ​ຢາສູບ, ຫ້າມ​ຂາຍ​ໃຫ້​ເດັກ ແລະ ຫ້າມ​ຈຳໜ່າຍ​ໃກ້​ສະຖານ​ສຶກ​ສາ ເພື່ອ​ປົກ​ປ້ອງ​ເຍົາວະ​ຊົນ​ຈາກ​ການ​ເສບ​ຕິດ ແລະ ຫຼຸດຜ່ອນ​ພະ ຍາດ​ບໍ່​ຕິດຕໍ່​ໃນ​ສັງຄົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ