ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ປະກາດ​ລຸ​ລ່ວງ​ໃຫ້​ນາຍ​ທະຫານ​ພັກ​ການ​ເພື່ອ​ກຽມ​ຮັບ​ບຳນານ
ເວລາອອກຂ່າວ: 2026-06-03 08:48:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ:



ວັນ​ທີ 29 ພຶດສະພາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ຈັດ​ພິທີ​ປະ ກາດ​ລຸ​ລ່ວງ​ໃຫ້​ນາຍ​ທະຫານ​ພັກ​ການ​ເພື່ອ​ກຽມ​ຮັບ​ບຳນານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພັນ​ມະຫາ ຈູມ​ມະນີ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ທີ່​ກ້ຽວ​ຂ້ອງ ແລະ ນາຍ​ທະຫານ​ທີ່​ພັກ​ການ​ ເພື່ອກຽມ​ຮັບ​ບຳນານ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແອັນ​ນາ ໝັ້ນ​ລະດີ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ກໍໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ອະນຸມັດ ໃຫ້​ນາຍ​ທະຫານ​ຢູ່​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຄຳ​ມ່ວນ ພັກ​ການ​ເພື່ອ​ກຽມ​ຮັບ​ບຳນານ ຈຳນວນ 26 ສະຫາຍ. ໂອກາດ​ນີ້, ສະຫາຍ ພັນ​ເອກ ພັນ​ມະຫາ ຈູມ​ມະນີ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ນາຍ​ທະຫານ​ທີ່​ໄດ້​ພັກ​ການ​ລໍຖ້າ​ກຽມ​ຮັບ​ບຳນານ, ເຊິ່ງ​ກ່ອນ​ອື່ນສະຫາຍໄດ້​ສະ ແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ແລະ ສະແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ສະຫາຍ ທີ່​ໄດ້​ອຸທິດ​ເຫື່ອແຮງ ແລະ ສະຕິ​ປັນຍາ ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ, ເວົ້າ​ລວມ ເວົ້າ​ສະເພາະ​ແມ່ນ​ການ​ປະກອບສ່ວນ​ທັງ ແຮງ​ກາຍ ແລະ ສະຕິ​ປັນຍາ ເຂົ້າ​ໃນ​ການ​ພັດທະນາ​ກົມ​ກອງ​ໃຫ້​ມີ​ຄວາມ​ເຂັ້ມ ແຂງ, ໜັກ​ແໜ້ນ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ການຈັດ ຕັ້ງ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ, ພ້ອມ​ທັງ ເນັ້ນ​ໜັກ​ໃຫ້​ສືບຕໍ່​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ພະນັກງານ -ນັກຮົບ​ຮຸ່ນ​ສືບ​ທອດ, ເປັນ​ເຈົ້າ​ການ​ສຶກ​ສາ​ອົບຮົມ​ລູກ​ຫຼານ​ໃຫ້​ປະຕິບັດ​ລະບຽບ​ກົດໝາຍ​ຢ່າງ​ເຂັ້ມ​ງວດ, ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ຈະເລີນ​ຮຸ່ງເຮືອງ ແລະ ສີວິໄລ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ເກດ​ມະນີ ສຸວັນນະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ