ພະແນກເສນາທິການ ກອງພັນໃຫຍ່ 279 ປ່ອຍປາ ໃສ່ໜອງລວມຂອງຕົນ
ເວລາອອກຂ່າວ: 2026-06-03 08:46:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ: ![]()
ໃນວັນທີ 28 ພຶດສະພາ 2026 ນີ້, ພະແນກເສນາທິການ ກອງພັນໃຫຍ່ 279 ໄດ້ຈັດຕັ້ງປ່ອຍປາ ຢູ່ໜອງລວມຂອງພະແນກ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການເມືອງ ກອງພັນໃຫຍ່ 279 ພ້ອມດ້ວຍຄະນະ ແລະ ພະນັກງານ-ນັກຮົບ ທົ່ວພະແນກເສນາທິການເຂົ້າຮ່ວມ.
ສະຫາຍ ພັນໂທ ທະວັດໄຊ ພວງມະໄລ ຮອງຫົວໜ້າການທະຫານ ຫົວໜ້າພະແນກເສນາທິການ ໃຫ້ຮູ້ວ່າ: ສຳລັບກິດຈະກຳປ່ອຍປາ ໃນຄັ້ງນີ້ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງ ທາງດ້ານວຽກງານລ້ຽງດູທັບ ເພື່ອຕອບສະໜອງແຫຼ່ງອາຫານດ້ານ ຊີ້ນປາ ຮັບປະກັນແກ້ໄຂຊິວິດການເປັນຢູ່ໃຫ້ນາຍ ແລະ ພົນ ທະຫານ ໃນກົມກອງສ້າງເງື່ອນ ໄຂເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທ່າແຮງບົ່ມຊ້ອນ ເພື່ອສ້າງໃຫ້ມີລາຍຮັບສາມາດຕອບສະໜອງໄດ້ໃນການດຳລົງຊິວິດປະຈຳວັນໃຫ້ດີຂຶ້ນ, ພ້ອມທັງເປັນການສ້າງຂະບວນການ ຄຳນັບຮັບຕ້ອນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນແຫ່ງຊາດທີ່ຈະມາເຖິງໃນໝໍ່ໆ ນີ້ໃຫ້ເປັນຂະບວນການຝົດຟື້ນ, ສຳລັບປາທີ່ນຳມາປ່ອຍໃນຄັ້ງນີ້ ມີ ປານິນ, ປາໃນ, ປາກົມ, ປາເກັດແລບ ແລະ ປາອື່ນໆ, ລວມທັງໝົດ 2.000 ກວ່າໂຕ ມູນຄ່າ 2.500.000 ກີບ.
ໂດຍ ນ. ມະນີວັນ ນິທະກອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















