ໂຮງໝໍທະຫານແຂວງໄຊຍະບູລີ ສະຫຼຸບຕີລາຄາ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2026-06-03 08:44:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບການກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ຂອງໂຮງໝໍ ທະຫານແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2026 ທີ່ສະໂມສອນຂອງກົມກອງ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳເສົາ ປັນຍາແພງ ເລຂາໜ່ວຍພັກ ໂຮງໝໍທະຫານແຂວງໄຊຍະບູລີ, ມີ ສະຫາຍ ພັນໂທ ສີປະເສີດ ສອນພັນ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີໜ່ວຍປະຕິບັດງານຂອງແຂວງ, ໜ່ວຍປະຕິບັດງານຂອງກອງບັນຊາການທະຫານແຂວງ, ມີສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳເສົາ ປັນຍາແພງ ໄດ້ຜ່ານບົດສະຫຼຸບຕີລາຄາ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ໃຫ້ຮູ້ວ່າ: ໜ່ວຍພັກໂຮງໝໍ ທະຫານແຂວງໄຊຍະບູລີ ເປັນໜ່ວຍພັກຮາກຖານໜຶ່ງທີ່ຢູ່ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ, ໃນໄລຍະ 1 ປີຜ່ານມາ ຄະນະໜ່ວຍພັກ ໄດ້ນຳພາສະມາຊິກພັກ ແລະ ພະນັກງານ-ນັກຮົບ ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ຂອງຕົນເຮັດໃຫ້ວຽກງານໄດ້ຮັບຜົນສຳເລັດ, ເຊິ່ງສະແດງອອກ ໄດ້ນຳພາກົມກອງປະຕິບັດໄດ້ຂໍ້ກຳນົດກົດລະບຽບຂອງກອງທັບວາງອອກໄດ້ເປັນຢ່າງດີ ສາມາດຕີລາຄາແບ່ງປະເພດຂອງສະມາຊິກພັກ ໄດ້ປະເພດແຂງ 67 ສະຫາຍ, ຍິງ 46 ສະຫາຍ, ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ໄດ້ປະເພດແຂງ; 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານໂຮງໝໍ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຈາກນັ້ນ; ກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງຂອງຂັ້ນເທິງມອບໃບຢັ້ງການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ທັງ 4 ໜ່ວຍພັກ.
ໂດຍ: ນາງ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















