ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກອງພົນທີ 3 ຈັດພິທີປະດັບຫຼຽນໄຊ, ຫຼຽນກາ ແລະ ມອບໃບຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2026-06-02 12:04:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 329 | ຄວາມນິຍົມ:



ວັນທີ 2 ມິຖຸນາ 2026 ນີ້, ກອງພົນທີ3 ໄດ້ຈັດຕັ້ງພິທີປະດັບຫຼຽນໄຊ, ຫຼຽນກາ ແລະ ມອບໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ອົງການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ເພັດສິນສັງ ຂຸຂະທິວົງ ຫົວໜ້າພະແນກນະໂຍບາຍ ກອງພົນທີ 3 ໄດ້ຂຶ້ນຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊ, ຫຼຽນກາ ແລະ ມອບໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະເວລາ 5 ປີ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໃນນີ້, ປະທານປະເທດ ອອກລັດຖະດຳລັດ: ມາດຕາ I ປະດັບຫຼຽນໄຊແຮງງານຊັ້ນ I, ຊັ້ນ II, ຊັ້ນ III ໃຫ້ແກ່ນາຍ ແລະ ພົນທະຫານ ຢູ່ກອງພົນທີ 3 ຄື: ຫຼຽນໄຊແຮງງານ ຊັ້ນ I ຈໍານວນ 1 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 54 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 220 ສະຫາຍ, ຫຼຽນກາແຮງງານ ຈຳນວນ 355 ສະຫາຍ ແລະ ໃບຍ້ອງຍໍ ຈໍານວນ 329 ສະຫາຍ. ໂດຍການຂຶ້ນປະດັບຂອງ ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3 ແລະ ສະຫາຍ ພັນເອກ ຄໍາຕັນ ແສງມະລາພອນ ຫົວໜ້າຫ້ອງການເມືອງ ກອງພົນທີ 3. ໂອກາດນີ້, ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍທີ່ໄດ້ຮັບຜົນງານໃນຄັ້ງນີ້ ພ້ອມທັງ, ເນັ້ນໜັກໃຫ້ສຶບຕໍ່ຮັກສາມູນເຊື້່ອການປະຕິວັດ, ຜັນຂະຫຍາຍສຶກສາອົບຮົມແນວຄິດການເມືອງ ໃຫ້ພະນັກງານ-ນັກຮົບ, ຍົກສູງສະຕິຕໍ່ໜ້າທີ່ຂອງຕົນໃຫ້ດີ, ເຂັ້ມແຂງກວ່າເກົ່າ, ປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ ແລະ ພ້ອມກັນເຮັດສໍາເລັດທຸກໜ້າທີ່ ທີ່ພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້. ໂດຍ: ຄໍາຜຸຍ ສີວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ