ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກົມໃຫຍ່ເສນາທິການກອງທັບ ຈັດພິທີ ປູກຕົ້ນໄມ້ ແລະ ປ່ອຍປາ
ເວລາອອກຂ່າວ: 2026-06-02 12:03:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 351 | ຄວາມນິຍົມ:



ວັນທີ 29 ພຶດສະພາ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ຈັດພິທີ ປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມແຫ່ງຊາດ ຄົບຮອບ 46 ປີ (01/06/1980-01/06/2026) ແລະ ວັນເດັກນ້ອຍສາກົນ ຄົບຮອບ 102 ປີ (01/06/1924-01/06/2026), ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນຳກົມ, ກອງ, ຫ້ອງການ, ພະນັກງານ-ນັກຮົບ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ. ສະຫາຍ ພັນໂທ ວຽງແກ້ວ ບົວໄລວັນ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ກ່າວຈຸດປະສົງຂອງການປູກຕົ້ນໄມ້ໃນຄັ້ງນີ້ ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ທັງເປັນການປະກອບສ່ວນເຂົ້າໃນຂະບວນການລວມຂອງຊາດ, ຂອງກອງທັບ ເພື່ອສ້າງຈິດສຳນຶກໃຫ້ລູກຫຼານ ເຫັນຄຸນຄ່າຂອງປ່າໄມ້ ແລະ ເປັນການປະກອບສ່ວນໃຫ້ຮັກ ແລະ ຫ່ວງແຫນ, ສ້າງຈິດສໍານຶກໃຫ້ທຸກຄົນ ອະນຸລັກປົກປັກຮັກສາປາໄມ້ໃຫ້ເປັນຮົ່ມເງົາ ເປັນປະໂຫຍດໃຫ້ແກ່ການດຳລົງຊີວິດຂອງຄົນ ແລະ ສັດນາໆພັນ. ສໍາລັບເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້: ແມ່ນການປະກອບສ່ວນຂອງບັນດາກົມ-ຫ້ອງການ ຂອງກົມໃຫຍ່ເສນາທິການ ມີເບ້ຍໄມ້ອຸດສາຫະກຳ (ໄມ້ດູ່) ຈຳນວນ 15ເບ້ຍ/ກົມ, ໄມ້ໃຫ້ໝາກ 5 ເບ້ຍ/ກົມ, ກົມໃຫຍ່ເສນາທິການຊື້ເບ້ຍໄມ້ອຸດສາຫະກຳ (ໄມ້ດູ່) ຈໍານວນ 100 ເບ້ຍ, ຕົ້ນໄມ້ໃຫ້ໝາກ 20 ເບ້ຍ ແລະ ປານ້ອຍ ຈໍານວນ 10,000 ກ່ວາໂຕ. ໂດຍ: ນາງ ສຸພາພອນ ລາດສີເມືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ