ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກອງບັນຊາການທະຫານແຂວງຫົວພັນ ປະກາດການອະນຸມັດ ໃຫ້ນາຍທະຫານ ພັກການເຂົ້າຮັບບຳນານ
ເວລາອອກຂ່າວ: 2026-06-02 11:59:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 311 | ຄວາມນິຍົມ:



ວັນທີ 1 ມິຖຸນາ 2026 ນີ້, ກອງບັນຊາການທະຫານແຂວງຫົວພັນ ໄດ້ຈັດພິທີ ປະກາດການອະນຸມັດໃຫ້ນາຍທະຫານພັກການເຂົ້າຮັບບຳນານ, ປະກາດການເລື່ອນຊັ້ນພັນຕີຂື້ນຊັ້ນພັນໂທ ແລະ ແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ເນກ ວິຂະຈັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫົວພັນ, ມີຄະນະພັກ-ຄະນະບັນຊາ ອົງການ, ຫ້ອງ, ພະແນກການ, ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ວົງໄຊ ພອນມີສຸກ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນ ໄດ້ຂຶ້ນຜ່ານຂໍ້ຕົກຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການຮັບບໍານານ, ຂໍ້ຕົກລົງ ວ່າດ້ວຍການກໍານົດເງິນອຸດໜູນ, ເງິນກິນເພີ່ມ ແລະ ເງິນນະໂຍບາຍຊ່ວຍໜູນ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ ຢູ່ກອງບັນຊາການທະຫານແຂວງຫົວພັນ ພັກການເພື່ອກຽມເຂົ້າຮັບບຳນານ ຈຳນວນ 5 ສະຫາຍ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຈຳນວນ 7 ສະຫາຍ. ພ້ອມທັງ ແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຈໍານວນໜຶ່ງຕື່ມອີກ ຄື: ແຕ່ງຕັ້ງ ສະຫາຍ ພັນໂທ ບຸນນໍາ ເພັດລາທອນ ເປັນຮັກສາການ ຮອງຫົວໜ້າຫ້ອງການຄະນະກຳມະການ ປກຊ - ປກສ ແຂວງ, ສະຫາຍ ພັນໂທ ໄຊແກ້ວ ແກ້ວອຸດົມ ເປັນຮັກສາການຫົວໜ້າພະແນກປ້ອງກັນຊາດ, ສະຫາຍ ພັນຕີ ພູເງິນ ແພງມີໄຊ ເປັນຮັກສາການຮອງຫົວໜ້າພະແນກປ້ອງກັນຊາດ, ສະຫາຍ ພັນຕີ ພິມໄຊ ວົງສີຈະເລີນ ເປັນຮັກສາການຫົວໜ້າພະແນກອົບຮົມ, ສະຫາຍ ພັນຕີ ສອນແກ້ວ ສີບຸນເຮືອງ ເປັນຮັກສາການຮອງຫົວໜ້າພະແນກອົບຮົມ ຫ້ອງເສນາທິການ. ໂອກາດນີ້, ສະຫາຍ ພົນຈັດຕະວາ ເນກ ວິຂະຈັນ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາ ໃຫ້ແກ່ນາຍທະຫານພັກການເຂົ້າຮັບບໍານານ ເປັນຕົ້ນແມ່ນດ້ານຄຸນທາດການເມືອງ ຕ້ອງໜັກແໜ້ນ, ການເປັນແບບຢ່າງທີ່ດີ ໃຫ້ແກ່ພະນັກງານ-ນັກຮົບ, ຊ່ວຍເປັນທີ່ປຶກສາໃນການສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ຜູ້ສືບທອດ ແລະ ຮຽກຮ້ອງໃຫ້ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມກັນຍົກສູງຕໍ່ແບບແຜນວິທີ່ເຮັດວຽກ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍ ໃຫ້ມີຜົນສຳເລັດສູງ,ຮັກສາໄດ້ຄວາມສາມັກຄີ ເພື່ອພ້ອມກັນປັບປຸງກໍ່ສ້າງກົມກອງ ໃຫ້ມີບາດກ້າວໃໝ່ດີຂຶ້ນກວ່າເກົ່າ. ໂດຍ: ວຽງສະຫວັນ ນໍລິນທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ