ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ປະກາດການແຕ່ງຕັ້ງແຕ່ງ ຫົວໜ້າການເມືອງ ກອງພັນໃຫຍ່ 621
ເວລາອອກຂ່າວ: 2026-06-02 09:55:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 437 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງ ຫົວໜ້າການເມືອງ ກອງພັນໃຫຍ່ 621 ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າຈາກກົມພະນັກງານ, ກົມຈັດຕັ້ງພັກ, ກົມປືນໃຫຍ່ໜ້າດິນ, ຫ້ອງການເມືອງ ກົມໃຫ່ຍເສນາທິການກອງທັບ, ກອງບັນຊາການທະຫານແຂວງບໍລີຄຳໄຊ, ກອງບັນຊາການທະຫານເມືອງວຽງທອງ, ເມືອງບໍລິຄັນ, ກອງພັນໃຫຍ່ 605, 642, 611, 619, 584, ກອງພັນ 615, ຫ້ອງການຕຳຫຼວດກຸ້ມເມືອງບໍລິຄັນ, ກຸ້ມເມືອງວຽງທອງ, ຕາແສງນໍ້າລາດເມືອງບໍລິຄັນ, ຕາແສງຈອມທອງ ເມືອງວຽງທອງ, ຄະນະພັກ-ຄະນະບັນຊາ ກອງພັນໃຫ່ຍ, ພະແນກການ-ກົມກອງ, ອຳນາດການປົກຄອງບ້ານອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ວົງເພັດ ວົງສະຫັວນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອານຸມັດໃຫ້ນາຍທະຫານຢູ່ກອງພັນໃຫຍ່ 621 ພັກການເຂົ້າຮັບບໍານານ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ ສະຫາຍ ພັນເອກ ຈູມສີ ສີທະນົງ ຫົວໜ້າການເມືອງ ກອງພັນໃຫຍ່ 621 ພັກການເພື່ອກຽມຮັບບຳນານ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງ ກອງພັນໃຫຍ່ 621 ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນເອກ ໂພໄຊ ຈອມຜຸຍສິນ ເປັນຫົວໜ້າການເມືອງ ກອງພັນໃຫຍ່ 621. ຈາກນັ້ນ, ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ກະຊວງປ້ອງກັນປະເທດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນ ກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ, ເລຂາຄະນະພັກ ກອງພັນໃຫຍ່ 621. ໃນນີ້, ໄດ້ບົງຕົວແຕ່ງຕັ້ງ ສະຫາຍ ພັນເອກ ໂພໄຊ ຈອມຜຸຍສີນ ເປັນກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ ທັງເປັນເລຂາຄະນະພັກ ກອງພັນໃຫຍ່ 621. ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານວົງ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເອົາໃຈໃສ່ນຳພາ-ຊີ້ນຳ ຂົງເຂດວຽກງານຕາມພາລະບົດບາດຂອງກົມກອງ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປະຕິບັດຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ເພື່ອເຮັດສຳເລັດໜ້າທີ່ຍຸດທະສາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ປັບປຸງກໍ່ສ້າງກົມກອງ ໃຫ້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນ ກາຍເປັນກົມກອງທີ່ມີລະບຽບແບບແຜນ ແລະ ທັນສະໄໝ. ຂ່າວໂດຍ: ພູທອນ ສີພູວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ