ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ທີມ​ຊາດ​ລາວ ຈັບ​ສະຫຼາກ​ຢູ່​ກຸ່ມ H ຮ່ວມ​ກັບ ອົດ​ສະ​ຕຣາ​ລີ, ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ ເຕະບານ​ຊາຍ U20 ປີ ຊີງ​ແຊັມ​ອາຊີ 2027 ຮອບ​ຄັດ​ເລືອກ
ເວລາອອກຂ່າວ: 2026-06-02 09:23:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 230 | ຄວາມນິຍົມ:



ຜົນ​ຈັບ​ສະຫຼາກ​ໃນ​ວັນ​ທີ 28 ພຶດສະພາ​ນີ້, ທີ່​ສຳນັກງານ​ໃຫຍ່​ຂອງ​ສະຫະພັນ​ບານເຕະ​ອາ ຊີ ຫຼື ເອ​ເອ​​ັຟ​ຊີ ນະຄອນຫຼວງ​ກົວ​ລາ​ລຳ​ເປີ ປະເທດ​ມາ​ເຊຍປະກົດ​ວ່າ: ທີມ​ຊາດ​ລາວ ຢູ່​ກຸ່ມ H ຮ່ວມ​ກັບ​ຊາດ​ທີ່​ແຂ່ງຂັນ​ໃນ​ອາ​ຊຽນ​ດ້ວຍ​ກັນ​ຄື: ອົດ​ສະ​ຕຣາ​ລີ, ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ. ຮອບ​ຄັດ​ເລືອກ​ກຸ່ມ​ນີ້ ​ສປປ ລາວ ຖືກ​ເລືອກ​ໃຫ້​ເປັນ​ເຈົ້າພາບ ໂດຍ​ຈະ​ແຂ່ງຂັນ​ໃນ​ລະຫວ່າງ​ວັນ​ທີ 25 ສິງຫາ-6 ກັນຍາ 2026. ຮອບ​ຄັດ​ເລືອກ​ຄັ້ງ​ນີ້ ມີ 44 ເຂົ້າ​ຮ່ວມ, ແບ່ງ​ອອກ​ເປັນ 11 ກຸ່ມ, 8 ກຸ່ມ ແມ່ນ​ຄັດ​ເອົາ​ທີມ​ທີ່​ອັນ​ດັບ 1-32 ຂອງ​ທະວີບ ຫຼື ເອີ້ນ​ວ່າ: ຂັ້ນ Qualification phase ທີ່​ໄດ້​ສີດ​ຄັດ​ເລືອກ​ລຸ້ນ​ໄປ​ແຂ່ງຂັນ​ຮອບ​ສຸດ​ທ້າຍ ໂດຍ​ຈະ​ແຂ່ງ​ພົບ​ກັນ​ໝົດ​ໃນ​ກຸ່ມ ແລ້ວ​ຄັດ​ເອົາ​ທີ 1 ຂອງ​ກຸ່ມ ແລະ ທີ 2 ດີ​ສຸດ 7 ທີມ ເຂົ້າ​ຮອບ​ສຸດ​ທ້າຍ, ສ່ວນ​ທີມ​ອັນ​ດັບ​ສຸດ​ທ້າຍ​ຕົກ​ໄປ​ຫຼິ້ນ​ລະດັບ Development phase ໃນ​ຄັ້ງ​ຕໍ່​ໄປ. ສ່ວນ​ອີກ 3 ກຸ່ມ ແມ່ນ​ບັນດາ​ທີມ​ອັນ​ດັບ 33-44 ຂອງ​ທະວີບ ຫຼື ເອີ້ນ​ວ່າ: ຂັ້ນ Development phase ແຂ່ງ​ຄັດ​ເພື່ອ​ເລື່ອນ​ຂຶ້ນ​ຂັ້ນ Qualification phase ແຕ່​ບໍ່​ໄດ້​ສິດ​ໄປ​ແຂ່ງຂັນ​ຮອບ​ສຸດ​ທ້າຍ ໂດຍ​ຮູບ​ແບບ​ການ​ແຂ່ງຂັນ ແມ່ນ​ພົບ​ກັນ​ໝົດ ແລ້ວ​ຄັດ​ເອົາ​ທີ 1 ແລະ ທີ 2 ຂອງ​ກຸ່ມ ເລື່ອນ​ຂັ້ນ​ສູ່​ລະດັບ Qualification phase. ສ່ວນ​ຮອບ​ສຸດ​ທ້າຍຈະ​ແຂ່ງ ຂັນ​ຢູ່​ປະເທດ​ຈີນ ໃນ​ເດືອນ​ມີນາ ປີ 2027. ສຳລັບ​ຜົນງານ​ຜ່ານ​ມາ​ຂອງ U20 ປີ ທີມ​ຊາດ​ລາວ ໃນ​ການ​ເຂົ້າ​ຮ່ວມ​ລາຍການ​ນີ້ ເຄີຍ​ຜ່ານ​ການ​ຄັດ​ເລືອກ​ໄປ​ແຂ່ງຂັນ​ຮອບ​ສຸດ​ທ້າຍ 5 ຄັ້ງ​ຄື: 1969 ທີ່​ປະ ເທດ​ໄທ, ປີ 1970 ທີ່​ຟີ​ລິບ​ປິນ, ປີ 1972 ແລະ 1974 ທີ່​ປະເທດ​ໄທ, ປີ 2020 ທີ່​ປະເທດ​ອຸ​​ສ​ເບ ​ກິສ​ຖານ ແຕ່​ຖືກ​ຍົກເລີກ ຍ້ອນ​ພະ ຍາດ ໂຄ​ວິດ-19, ສ່ວນ 2 ຄັ້ງ​ຫຼັງ​ສຸດ ບໍ່​ຜ່ານ​ຮອບ​ຄັດ​ເລືອກ, ຄັ້ງ​ຜ່ານ​ມາ​ປີ 2025 ທີ່​ຕົນ​ເອງ​ເປັນ​ເຈົ້າພາບ ຮອບ​ຄັດ​ເລືອກ 3 ນັດ ຊະນະ 1 ເສຍ 2.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ