ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ຈາລຶກ​ປະຫວັດສາດ! "ມາດ​ຕິນ ໂອ​ເດ​ກາດ" ກາຍເປັນ​ກັບຕັນ​ທີມ ຄົນ​ຫຼ້າ​ສຸດ ທີ່​ໄດ້​ຊູ​ຖ້ວຍ​ແຊັມ​ພຣີ​ເມຍ​ລີກ​ໃຫ້​ກັບ ອາ​ເຊ​ນອນ
ເວລາອອກຂ່າວ: 2026-06-02 09:22:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



"ມາດ​ຕິນ ໂອ​ເດ​ກາດ" (Martin Ødegaard) ກັບຕັນ​ທີມ​ຄົນ​ເກັ່ງ​ຂອງ "ປືນ​ໃຫຍ່" ອາ​ເຊ​ນອນ ຈາລຶກ​ຊື່​ໂຕ​ເອງ​ເຂົ້າ​ສູ່​ຕຳນານ​ຂອງ​ສະໂມສອນ ຫຼັງ​ຈາກ​ກາຍເປັນ​ກັບຕັນ​ທີມ​ຄົນ​ຫລ້າ​ສຸດ ທີ່​ໄດ້​ຊູ​ຖ້ວຍ​ແຊ້ມ ພຣີ​ເມຍ​ລີກ ອັງກິດ ປະຈຳ​ລະດູ​ການ 2025/26. ຄວາມ​ສຳເລັດ​ໃນ​ຄັ້ງ​ນີ້ ເຮັດ​ໃຫ້ໂອ​ເດ​ກາດ ກາຍເປັນ​ກັບຕັນ​ທີມ​ຄົນ​ທຳ​ອິດ​ທີ່​ໄດ້​ຊູ​ຖ້ວຍ​ແຊ້ມ​ລີກ​ສູງ​ສຸດ​ຂອງ​ອັງກິດ​ໃຫ້​ກັບ ອານ​ເຊ​ນອນ ຕໍ່​ຈາກ ປາ​ຕຣິກ ວິ​ເອ​ຣາ (Patrick Vieira) ອະດີດ​ກອງ​ກາງ​ຕຳນານ ທີ່​ເຄີຍ​ເຮັດ​ໄດ້​ໃນ​ລະດູ​ການ 2003-2004 ຫຼື ເມື່ອ 22 ປີ​ກ່ອນ ເຊິ່ງ​ສະຖິຕິ 5 ກັບຕັນ​ທີມ​ອາ​ເຊ​ນອນ ທີ່​ເຄີຍ​ຊູ​ຖ້ວຍ​ແຊັມ​ພຣີ​ເມຍ​ລີກ ນັບ​ຕັ້ງແຕ່​ປ່ຽນ​ຊື່​ການ​ແຂ່ງຂັນ​ມາ​ເປັນ "ພຣີ​ເມຍ​ລີກ"(ປີ 1992 ເປັນຕົ້ນ​ມາ) ມີ ກັບຕັນ​ທີມ​ອາ​ເຊ​ນອນ ພຽງແຕ່ 3 ຄົນ​ເທົ່າ​ນັ້ນ ທີ່​ໄດ້​ສຳຜັດ ແລະ ຊູ​ຖ້ວຍແຊັມ​ອັນ​ຊົງ​ກຽດ​ນີ້ປະກອບ​ມີ: 1. ໂທ​ນີ ອາ​ດຳສ໌ (Tony Adams): ລະດູ​ການ 1997-98 ແລະ 2001-2002. 2. ປາ​ຕຣິກ ວິ​ເອ​ຣາ (Patrick Vieira): ລະດູ​ການ 2003-2024. 3. ມາດ​ຕິນ ໂອ​ເດ​ກາດ (Martin Ødegaard): ລະດູ​ການ 2025-26 (ຄົນ​ຫຼ້າ​ສຸດ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ