ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ທ່ານ ຈ້າວ​ເລີ້​ຈີ້ ຢ້ຽມຢາມ​ສັນທະ​ວະ​ໄມຕີ ກາ​ຊັກ​ສະຖານ ຢ່າງ​ເປັນ​ທາງ​ການ
ເວລາອອກຂ່າວ: 2026-06-02 09:20:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ ທ່ານ ເຢ​ລານ ໂຄ​ຊານ​​ົຟ ປະທານ​ສະພາ​ຕໍ່າ ກາ​ຊັກ​ສະຖານ, ທ່ານ ຈ້າວ​ເລີ້​ຈີ້ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ໄດ້​ເດີນທາງ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ກາ​ຊັກ​ສະຖານ ຢ່າງ​ເປັນ​ທາງ​ການ ໃນ​ລະຫວ່າງ​ວັນ​ທີ 25-27 ພຶດສະພາ ຜ່ານມານີ້, ຢູ່​ນະຄອນຫຼວງ​ອັດ​ສະ​ຕານາ ຂອງ​ກາ​ຊັກ​ສະຖານ, ທ່ານ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ ທ່ານ ຄາ​ຊິມ ໂຈ​ມາດ ໂຕ​ຄາ​ເຢ​​ັຟ ປະທານາທິບໍດີ​ກາ​ຊັກ​ສະຖານ ແລະ ໄດ້​ພົບ​ປະ​ເຈລະຈາ​ສອງ​ຝ່າຍ​ກັບ​ ທ່ານ ມາວ​ເລັນ ອາ​ຊິມ​ບາ​ເຢ​​ັຟ ປະທານ​ສະພາ​ສູງ ຕາມ​ລຳດັບ. ພາຍຫຼັງ​ສຳເລັດ​ການ​ພົບ​ປະ, ທ່ານ​ປະທານາທິບໍດີ ໂຕ​ຄາ​ເຢັຟ ໄດ້​ປະດັບ​ຫຼຽນ​ໄຊ​ມິດຕະພາບ​ຊັ້ນ​ໜຶ່ງ​ໃຫ້​ ທ່ານ ຈ້າວ​ເລີ້​ຈີ້. ທ່ານ ຈ້າວ​ເລີ້​ຈີ້ ກ່າວ​ຢືນຢັນ​ສະແດງ​ຄວາມ​ຫວັງ​ຢາກ​ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ, ຊຸກຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ໃຫ້​ໄດ້​ຮັບ​ໝາກຜົນ​ອັນ​ໃໝ່. ນອກ​ນີ້, ທ່ານ​ຍັງ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ສູນ​ລູ​ປ່ານ​ກົ່ງ​ຝ້າງ ຂອງ​ມະຫາວິທະຍາໄລ​ແຫ່ງ​ຊາດ​ເອີ​ຣົບ​ອາຊີ ແລະ​ ໄດ້​ກ່າວຄໍາເຫັນໂດຍເນັ້ນ​ໜັກ​ວ່າ: ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ຢ່າງ​ແໜ້ນ​ແຟ້ນ ແລະ ຮັດແໜ້ນ ​ພື້ນຖານ​ທີ່​ໄດ້​ຮັບ​ການສະໜັບສະໜູນ​ຈາກ​ປະຊາຊົນ ເພື່ອມິດຕະພາບ​ລະຫວ່າງ​ສອງ​ປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ