ຄະນະນໍາທາງການ ອີຣານ ກ່າວ: ອາເມຣິກາ ລະເມີດສັນຍາຢຸດຍິງຢ່າງຈະແຈ້ງ
ເວລາອອກຂ່າວ: 2026-06-02 09:20:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ: ![]()
ວັນທີ 27 ພຶດສະພາ ຜ່ານມາ, ໂຄສົກກະຊວງການຕ່າງປະເທດ ອີຣານ ຖະແຫຼງການລະບຸວ່າ: ກອງທັບອາເມຣິກາ ສືບຕໍ່ການກະທຳທີ່ຜິດກົດໝາຍ ແລະ ໄຮ້ເຫດຜົນນັບແຕ່ມີການປະກາດຢຸດຍິງເປັນຕົ້ນມາ, ໂດຍສະເພາະແມ່ນການກະທຳແບບໂຈນສະຫຼັດທີ່ປະຕິບັດຕໍ່ກຳປັ່ນການຄ້າອີຣານ ຫຼາຍເທື່ອໃນໄລຍະມໍ່ໆມານີ້, ພາຍໃນເວລາ 48 ຊົ່ວໂມງຜ່ານມາ, ກອງທັບອາເມຣິກາ ໄດ້ປະ ຕິບັດການທີ່ເປັນການລະເມີດສັນຍາຢຸດຍິງຢ່າງໜັກໜ່ວງ ແບບຈະແຈ້ງຢູ່ເຂດທະເລຊ່ອງ ແຄບ ຮໍມຸສ.
ທາງການອີຣານ ຂໍກ່າວປະ ນາມຢ່າງຮຸນແຮງ ຕໍ່ການກະທຳທີ່ເປັນການຮຸກຮານດັ່ງກ່າວນີ້, ເຊິ່ງເປັນການລະເມີດມາດຕາ 2 ຂໍ້ທີ 4 ຂອງກົດບັດສະຫະປະຊາຊາດ ແລະ ສັນຍາຢຸດຢິງ, ພ້ອມທັງເຫັນວ່າ ລັດຖະບານອາເມຣິກາ ຄວນຮັບຜິດຊອບຕໍ່ຜົນທີ່ອາດຈະເກີດຂຶ້ນຕາມມາທັງໝົດ.
ຖະແຫຼງການລະບຸຕື່ມວ່າ: ອີຣານ ຈະຕອບໂຕ້ການກະທຳທີ່ຊົ່ວຮ້າຍຢ່າງເດັດຂາດ ແລະ ຈະບໍ່ລັງເລໃຈຢ່າງເດັດຂາດ ໃນການປົກປ້ອງນ່ານຟ້າ, ເຂດນ້ຳ ດິນແດນ ຂອງອີຣານຢ່າງຊອບທຳ.
ຂະນະດຽວກັນ, ຕາມ ທ່ານ ອາລາເອັດດິນ ໂບຣູເຈີດີ ສະມາ ຊິກຄະນະກຳມະການຄວາມໝັ້ນ ຄົງແຫ່ງຊາດອີຣານ ຢືນຢັນວ່າ: ອີງຕາມຮ່າງສັນຍາໃນເບື້ອງຕົ້ນທີ່ອີຣານກັບອາເມຣິກາໄດ້ຕົກລົງກັນ, ອາເມຣິກາ ຈະໃຫ້ຄຳໝັ້ນສັນຍາ ຢຸດຍິງຮອບດ້ານເປັນເວ ລາ 60 ວັນໃນໄລຍະທຳອິດຢູ່ແນວຮົບທັງໝົດ ໂດຍສະເພາະແມ່ນຢູ່ໃນດິນແດນຂອງລີບັງ.
ທ່ານ ໂບຣູເຈີດີ ໃຫ້ຮູ້ວ່າ: ການຍົກເລີກການອາຍັດຊັບສິນສ່ວນໜຶ່ງຂອງອີຣານ ແລະ ຍຸດ ຕິການປິດກັ້ນທາງທະເລ ກໍແມ່ນໜຶ່ງໃນບັນດາເນື້ອໃນຂອງສັນຍາດັ່ງກ່າວ. ພ້ອມນັ້ນ ອົງການການຕ່າງປະເທດ ແລະ ລະບົບແຫ່ງຊາດຂອງອີຣານ ຈະບໍ່ຕັດສິນໃຈໂດຍອີງຕາມຖ້ອຍຄວາມຂອງທ່ານ ໂດນັນ ທຣຳ ທີ່ລົງໃນສື່ສັງຄົມອອນລາຍ. ໂດຍກ່າວວ່າ: ເວົ້າສຳລັບອີຣານ ແລ້ວ, ສິ່ງສຳຄັນແມ່ນຜົນສຸດທ້າຍຂອງການເຈລະຈາ, ເອກະສານທຸກສະບັບທີ່ເຂົ້າສູ່ໄລຍະການລົງນາມໃນຂັ້ນສຸດທ້າຍນັ້ນ ລ້ວນແຕ່ຈະສອດຄ່ອງກັບຂອບເສັ້ນຕ້ອງຫ້າມດ້ານໂຄງປະກອບຂອງອີຣານ ແລະ ສ້າງຂຶ້ນ ໂດຍມີເປົ້າໝາຍເພື່ອປົກປັກຮັກສາຜົນປະໂຫຍດແຫ່ງຊາດ ແລະ ສິດທິຂອງປະຊາຊົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















