ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ລັດຖະບານ ເນັ້ນ​ໜັກ​ໃຫ້​ເຈົ້າ​ໜ້າທີ່​ປະຈຳ​ດ່ານທົ່ວ​ປະເທດ ເຂັ້ມ​ງວດ​ກວດກາ ການ​ນຳ​ເຂົ້າ-ສົ່ງ​ອອກ ພືດ​ຜັກ ແລະ ໄມ້​ໃຫ້​ໝາກ
ເວລາອອກຂ່າວ: 2026-06-02 09:17:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 223 | ຄວາມນິຍົມ:



ເພື່ອ​ຮັກສາ​ແນວ​ພັນ​ໄມ້​ໃຫ້​ໝາກ​ໃຫ້​ສາມາດ​ສະໜອງ​ພາຍ​ໃນຕາມ​ທິດ​ສີຂຽວ ສະອາດ ແລະ ຢືນ​ຍົງ ພ້ອມ​ທັງ​ປົກ​ປ້ອງ​ຜູ້ຜະລິດ ​ພາຍ​ໃນ​ປະເທດ ຫຼຸດຜ່ອນ​ການ​ນຳ​ເຂົ້າຕາມ​ວາລະ​ແຫ່ງ​ຊາດ​ທີ່​ ໄດ້​ກຳນົດ​ໄວ້ລັດຖະບານ ກໍຄືກົມ​ ປູກຝັງ ກະຊວງ​ກະສິກຳ ແລະ ສິ່ງແວດລ້ອມ ໄດ້​ອອກແຈ້ງການ ໃຫ້​ຂະແໜງ​ປູກຝັງ​ແຂວງ, ນະ ຄອນຫຼວງ ແລະ ເຈົ້າ​ໜ້າທີ່​ກັກ​ກັນ​ພືດປະຈຳ​ດ່ານສາກົນ ໃນ​ຂອບ​ເຂດ​ທົ່ວ​ປະເທດ ປະສານ​ສົມທົບ​ກັບພາກສ່ວນ​ທີ່​ກ່ຽວ ຂ້ອງປະຈຳ​ດ່ານດຳເນີນ​ການ​ກວດກາ, ສະກັດ​ກັ້ນ​ການ​ນຳ ເຂົ້າ-ສົ່ງ​ອອກ ແນວ​ພັນ​ພືດ​ຜັກ ແລະ ໄມ້​ໃຫ້​ໝາກຢ່າງ​ເຂັ້ມ​ງວດ. ແຈ້ງ​ການຂອງ​ກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໃຫ້​ຮູ້​ວ່າ: ເພື່ອ​ຮັກສາ​ແນວ ​ພັນ​ໄມ້​ໃຫ້​ໝາກ​ໃຫ້​ສາມາດ​ສະ ໜອງ​ພາຍ​ໃນລັດຖະບານ ກໍ​ຄື ກົມ​ປູກຝັງ ໄດ້​ກຳນົດ​ຂໍ້​ຫ້າມເຖິງ​ຜູ້​ປະກອບ​ການ ຫ້າມ​ສົ່ງ​ອອກ​ເບ້ຍ​ພັນ​ໄມ້​ໃຫ້​ໝາກ​ທີ່​ປະເທດ​ເຮົາ​ຍັງ​ຂາດແຄນ ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ຢູ່​ພາຍ​ໃນ ເຊັ່ນ: ໝາກມ່ວງ, ໝາກມີ້, ລຳໄຍ, ລີ້ນ ຈີ່, ໝາກຖົ່ວ​ລຽນ ແລະ ອື່ນໆ, ແຕ່​ໃນ​ກໍລະນີ​ທີ່ພວກເຮົາສາມາດ ຂະຫຍາຍ​ພັນ​ໄດ້​ຫຼາຍຜະລິດ​ເປັນ​ສິນຄ້າ ທີ່​ມີ​ຈຸດປະສົງ​ເພື່ອ​ສົ່ງ​ອອກ​ນັ້ນ, ຕ້ອງ​ໄດ້ນຳສະເໜີ ກົມ​ປູກຝັງ, ກະຊວງ​ກະສິກຳ ແລະ ສິ່ງແວດລ້ອມ ເພື່ອຄົ້ນຄວ້າ ຕາມ ລະບຽບການໂດຍຜ່ານການຢັ້ງ ຢືນ​ຈາກ​ຂະແໜງ​ປູກຝັງແຂວງ, ພະ​ແນກ​ກະສິກຳ ແລະ ສິ່ງແວດ ລ້ອມ​ແຂວງ, ນະຄອນຫຼວງ​ຢັ້ງ ຢືນ; ໃຫ້ຂະແໜງ​ປູກ ຝັງແຂວງ, ນະຄອນຫຼວງເປັນ​ເຈົ້າ​ການ​ໃນ​ການ​ເຜີຍແຜ່, ຊຸກຍູ້, ຕິດຕາມ, ກວດກາ ແລະ ລາຍ​ງານ​ການ ຈັດຕັ້ງ​ປະຕິບັດ​ມາ​ຍັງ​ກົມ​ປູກຝັງ ໃນ​ແຕ່​ລະ​ໄລຍະ ເພື່ອ​ແກ້​ໄຂ​ໃຫ້​ທັນ​ກັບ​ສະພາບ​ການ. ກໍລະນີ​ຜ່າ​ຝືນ​ຈະ​ໄດ້​ປະຕິບັດ​ຕາມລະບຽບ​ກົດໝາຍ​ທີ່​ໄດ້​ກຳນົດ​ໄວ້. ທັງ​ນີ້, ກໍ​ເພື່ອ​ຊຸກຍູ້​ໃຫ້ການ​ຜະລິດ​ພາຍ​ໃນ ມີ​ການ​ເຕີບ​ໃຫຍ່ຂະຫຍາຍ ຕົວ ແລະ ມີ​ຄວາມເຂັ້ມແຂງ. ຢ່າງໃດ​ກໍ​ຕາມ, ໃນ​ປັດຈຸບັນ ​ສປປ ລາວ ກຳລັງ​ຢູ່​ໃນ​ໄລ ຍະ​ທີ່​ເປີດ​ໂອກາດ​ໃຫ້​ບັນດາ​ຜູ້​ປະກອບ​ການ ແລະ ນັກ​ລົງທຶນ ທັງ​ພາຍ​ໃນ ແລະ ຕ່າງປະເທດ ຜູ້​ທີ່​ມີ​ຄວາມ​ສົນໃຈ​ຢາກ​ມາ​ລົງທຶນ​ໃສ່​ການ​ປູກ​ພືດ​ກະສິກຳ​ຊະນິດ​ຕ່າງໆ ເຊິ່ງ​ປັດຈຸບັນ​ໄມ້​ໃຫ້​ໝາກ​ຊະນິດ​ຕ່າງໆ ໂດຍ​ສະເພາະ​ແມ່ນ​ໝາກຖົ່ວ​ລຽນ ກໍ​ແມ່ນ​ເປັນ​ພືດ​ຊະນິດ​ໜຶ່ງ ທີ່​ກຳລັງ​ໄດ້​ຮັບ​ຄວາມ​ນິຍົມ​ບໍລິໂພກ​ຢ່າງ​ແພ​ຫຼາຍ​ໃນ​ຂົງເຂດ​ປະເທດ​ໃກ້​ຄຽງ ໂດຍ​ສະ ເພາະ​ແມ່ນ ​ສປ ຈີນ ແລະ ມີ​ຫຼາຍ​ບໍລິສັດ​ກຳລັງ​ສຸມ​ໃສ່​ສົ່ງເສີມ​ການ​ປູກ ແລະ ການ​ເຮັດ​ສວນ​ກ້າ​ເບ້ຍ​ໝາກ​ໄມ້ ໂດຍ​ໄດ້​ຮ່ວມ​ກັບ​ພາກ​ລັດ​ ເພື່ອ​ເຮັດ​ການ​ຄົ້ນຄວ້າ ແລະ ຮັບຮອງ​ຢັ້ງຢືນ​ຄຸນ​ນະ​ພາບ​ຂອງ ແນວ​ພັນ​ພືດ​ຊະນິດ​ຕ່າງໆ ໂດຍ​ສະເພາະ​ແມ່ນ​ເບ້ຍ​ພັນ​ໝາກຖົ່ວ​ລຽນ. ທັງ​ນີ້, ກໍ​ເພື່ອ​ຮັບປະກັນ​ໃຫ້​ມີ​ແນວ​ພັນ​ທີ່​ໄດ້​ຄຸນ​ນະ​ພາບ ສາມາດ​ຕອບ​ສະໜອງ​ຮັບ​ໃຊ້​ການ​ຜະລິດ​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງປະເທດ. ຂ່າວ: ທະນູ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ