ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ທົບ​ທວນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ດ້ານ​ການ​ແພດຟື້ນ​ຟູ​ໜ້າທີ່​ການ
ເວລາອອກຂ່າວ: 2026-06-02 09:16:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 206 | ຄວາມນິຍົມ:



ການ​ປັບປຸງ ຄຸນ​ນະ​ພາບ​ການ​ບໍລິການ, ການ​ຫັນ​ເປັນ​ທັນ​ສະໄໝ ແລະ ຫັນ​ເປັນ​ເຈົ້າ​ຕົນ​ເອງ ໃນ​ການ ບໍລິການ​ສຸຂະພາບ ເປັນ​ທິດ​ທາງ​ລວມ ທີ່​ກອງ​ປະຊຸມ​ສາທາລະນະ​ສຸກ ທົ່ວ​ປະເທດ ໄດ້​ກຳນົດ​ໄວ້. ທັງ​ນີ້, ກໍ​ເພື່ອ​ຮັບປະກັນ ການ​ເຂົ້າ​ເຖິງ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ເຮັດ​ໃຫ້​ປະຊາຊົນ​ລາວ​ບັນດາເຜົ່າ ທັງ​ຕົວ​ເມືອງ ແລະ ເຂດ​ຫ່າງ​ໄກ​ສອກຫຼີກ ໄດ້​ເຂົ້າ​ເຖິງ​ການ​ປິ່ນປົວ ແລະ ຟື້ນ​ຟູ​ໜ້າທີ່​ການ ທີ່​ມີ​ຄຸນ​ນະ​ພາບ ແລະ ທົ່ວ​ເຖິງ, ຕະຫຼອດ​ໄລຍະ​ຜ່ານ​ມາຄຸນນະ​ ພາບ​ຂອງ​ການ​ບໍລິການມີ​ການ​ປັບປຸງ ແລະ ພັດທະນາຂື້ນ ເລື້ອຍໆ ເປັນ​ເງື່ອນໄຂ​ລວມ ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ ມີ​ການ​ປັບປຸງ ເຊັ່ນ​ກັນ. ຢ່າງໃດ​ກໍ​ຕາມ ເນື່ອງຈາກ ​ບັນຫາ​ພະຍາດ​ບໍ່​ຕິດຕໍ່​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ, ອຸບັດເຫດ​ຕາມ​ທ້ອງ​ຖະໜົນ ແລະ ບັນຫາ​ລະເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ໃນ​ຫຼາຍໆ​ແຂວງ ທີ່​ເປັນ​ໄພ​ຄຸກ​ຄາມ​ຕະ ຫຼອດ​ມາ ເຊິ່ງ​ຮຽກຮ້ອງ​ໃຫ້ລະ ບົບ​ສາທາລະນະ​ສຸກ ມີ​ຄວາມ​ກຽມພ້ອມ ໃນ​ການ​ຮັບ​ມື​ກັບບັນ ຫາ​ດັ່ງກ່າວ. ໃນ​ນັ້ນ, ວຽກ​ງານ​ການ​ແພດ ແລະ ຟື້ນ​ຟູ​ໜ້າທີ່​ການ ມີ​ຄວາມ​ສຳຄັນ​ຕໍ່​ວຽກ​ງານ​ດັ່ງ ກ່າວ. ໃນ​ວັນ​ທີ 27-28 ພຶດສະພາ 2026 ຢູ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ສາທາລະນະ​ສຸກ ໄດ້​ຈັດ​ກອງ​ປະຊຸມ ທົບ​ທວນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ດ້ານ​ການ​ແພດ​ຟື້ນ​ຟູ​ໜ້າທີ່​ການ 2018-2025 ແລະ ຮັບຮອງ​ຜົນ​ການ​ປະ​ເມີນ​ບຸກ​ຄະລາ​ກອນ​ດ້ານ​ການ​ແພດ​ຟື້ນ​ຟູ​ໜ້າທີ່​ການ 2025 ໂດຍ​ກະຊວງ​ສາທາລະນະ​ສຸກ ໄດ້​ຮັບຮອງ ຍຸດ​ທະ​ສາດ​ແຫ່ງ​ຊາດ​ດ້ານ​ການ​ແພດ​ຟື້ນ​ຟູ​ໜ້າທີ່​ການ ແຕ່​ປີ 2018-2025ເຊິ່ງ​ເປັນ​ຍຸດ​ທະ​ສາດ​ທຳ​ອິດ​ຂອງ​ວຽກ​ງານ​ດ້ານ​ການ​ແພດ​ຟື້ນ​ຟູ​ໜ້າທີ່​ການ ທີ່​ໄດ້​ສຶກ​ສາ​ຂໍ້​ມູນ ແລະ ຮ່າງ​ຂຶ້ນ​ໃນ​ປີ 2014 ໂດຍ​ການ​ຮ່ວມ​ມື​ຂອງ​ພາກສ່ວນ​ພາກສ່ວນ​ທີ່​ກ່ຽວຂ້ອງ ຄົ້ນຄວ້າ ແລະ ຈັດ​ກອງ​ປະຊຸມ​ຂຶ້ນ​ຫຼາຍໆ​ຄັ້ງ ໃນ​ລະດັບ​ສູນ​ກາງ ແລະ ລະດັບ​ພາກ​ພື້ນ ເພື່ອ​ລະດົມ​ຄວາມ​ຄິດ​ເຫັນ​ໃສ່​ຮ່າງ​ແຜນ​ງານ​ດັ່ງກ່າວ ຈົນ​ຖືກ​ຮັບຮອງ ແລະ ນຳ​ໃຊ້​ໃນ​ໄລຍະ​ຜ່ານ​ມາ. ເນື່ອງ​ຈາ​ກວ່າ​ແຜນ​ຍຸດ​ທະ​ສາດ​ດັ່ງກ່າວ​ນີ້ ໄດ້​ສິ້ນ​ສຸດ​ວາລະ​ລົງ​ໃນ​ທ້າຍ​ປີ 2025. ຊ່ຽວຊານ​ຈາກ​ອົງການອະນາໄມ​ໂລກ (WHO) ແລະ ຊ່ຽວຊານ​ຈາກ​ອົງການຊ່ວຍເຫຼືອ​ມະນຸດສະທຳ (HI), ທີມ​ງານ​ກົມ​ປິ່ນປົວພ້ອມ ​ດ້ວຍຄະນະ​ກຳມະການຜູ້​ທີ່​ໄດ້​ເຮັດ​ການ​ປະ​ເມີນ​ຕົວ​ຈິງ ໄດ້ທົບ ​ທວນ ແລະ ປະ​ເມີນ​ຜົນ​ການຈັດ ຕັ້ງ​ປະຕິບັດ​ຍຸດ​ທະ​ສາດ​ໃນ​ໄລຍະ​ຜ່ານ​ມາ ແລະ ປະ​ເມີນ​ດ້ານ​ບຸກ​ຄະລາ​ກອນ​ດ້ານ​ການ​ແພດ​ຟື້ນ​ຟູໜ້າທີ່​ການ ໃນ​ເດືອນ ມີນາ ປີ 2025 ແລະ ໄດ້ຮ່າງບົດລາຍງານ ເພື່ອ​ຮັບຮອງ​ຜົນ​ການ​ປະ​ເມີນ​ການ​ນຳ​ໃຊ້​ຍຸດ​ທະ​ສາດ​ແຫ່ງ​ຊາດ ດ້ານ​ການ​ແພດ​ຟື້ນ​ຟູ​ໜ້າທີ່​ການ 2018- 2025, ເພື່ອ​ຮັບຮອງ​ຜົນ​ການ​ປະ​ເມີນ​ບຸກ​ຄະລາ​ກອນ​ການ​ແພດ​ຟື້ນ​ຟູ​ໜ້າທີ່​ການ, ເພື່ອ​ກະກຽມ​ປັບປຸງ​ຍຸດ​ທະ​ສາດ​ແຫ່ງ​ ຊາດ​ດ້ານ​ການ​ແພດຟື້ນຟູໜ້າທີ່​ ການ 2018-2025 ເປັນ 2026- 2035 ແລະ ເພື່ອ​ວາງ​ແຜນ-ທິດ​ ທາງວຽກງານດ້ານການ​ແພດ​ຟື້ນ ​ຟູ​ໜ້າທີ່​ການ​ໃນຕໍ່ໜ້າ. ກອງ​ປະຊຸມ​ຄັ້ງ​ນີ້, ຈັດ​ຂຶ້ນ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ​ດຣ ຄຳ​ປະສົງ ເທບ​ປັນຍາ ຫົວໜ້າ​ກົມ​ປິ່ນປົວ, ທ່ານ ນາງ ພຸດ​ສະ​ດາ ຈອນ​ເພັດ​ສາ​ລາດ ຜູ້ຕາງໜ້າ​ສະຖານທູດ ລຸກ​ຊຳ​ບວກ ປະຈຳ​ລາວ, ມີ​ຜູ້​ຊ່ຽວຊານ​ການ​ແພດ​ຟື້ນ​ຟູ​ໜ້າທີ່​ການ​ພາກ​ພື້ນ ປະຈຳ​ອົງການ ຊ່ວຍເຫຼືອ​ມະນຸດສະທຳ (HI), ຊ່ຽວຊານ​ຈາກ​ຫ້ອງການ​ພາກ​ພື້ນ​ຂອງ​ອົງການ​ອະນາໄມ​ໂລກ, ຄະນະ​ກົມ-ຄະນະ​ອຳນວຍ​ການ, ຄະນະ​ສູນ, ຄະນະ​ພະ​ແນກ, ຄະນະ​ພະ​ແນກ, ຄະນະ​ອຳນວຍ​ການ-ວິຊາ​ການ ຈາກ ແຂວງ​ຫຼວງ​ນ້ຳ​ທາ, ອຸດົມ​ໄຊ, ຫຼວງ​ພະ​ບາງ, ບໍ​ລິ​ຄຳ​ໄຊ ແລະ ແຂວງ​ຈຳປາ​ສັກ, ຜູ້ຕາງໜ້າ​ສະຖານທູດ​ອົດ​ສະ​ຕາ​ລີ, ອົງ​ການຈັດຕັ້ງ​ສາກົນ​ຕ່າງໆ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ກອງ​ປະຊຸມ​ດັ່ງກ່າວ, ເປັນ​ການ​ເປີດ​ໂອກາດ​ໃຫ້ ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ ແລະ ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ປະ​ເມີນ ໄດ້​ທົບ​ທວນ​ບັນດາ​ເນື້ອ​ໃນ ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ. ຂໍ້​ມູນ-ພາບ: ສູນ​ຂ່າວສານ​ການ​ແພດ​ສຸ​ຂະ​ສຶກ​ສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ