ສະຫະພັນນັກຮົບເກົ່າ ແຂວງໄຊຍະບູລີ ຖືເອົາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນສຳຄັນ
ເວລາອອກຂ່າວ: 2026-06-02 09:08:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ: ![]()
ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນໃນທົ່ວປະເທດແມ່ນເຫັນວ່າເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ. ໃນນີ້, ເວົ້າສະເພາະຢູ່ໜ່ວຍພັກ ນັກຮົບເກົ່າແຂວງໄຊຍະບູ ລີ ກໍແມ່ນໜ່ວຍພັກໜຶ່ງທີ່ເຄື່ອນໄຫວຕາມພາລະບົດບາດຂອງຕົນຕາມການຊີ້ນຳຂອງອົງຄະນະພັກແຂວງໄຊຍະບູລີ.
ສະຫາຍ ພົນຈັດຕະວາ ກູດພົມມາ ເລຂາໜ່ວຍພັກ ປະ ທານສະຫະພັນນັກຮົບເກົ່າແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໜ່ວຍພັກສະຫະພັນນັກຮົບເກົ່າແຂວງເປັນ ໜ່ວຍພັກຮາກຖານໜຶ່ງທີ່ຢູ່ພາຍໃຕ້ການນຳພາ-ຊື້ນຳຂອງຄະນະປະຈຳພັກແຂວງ, ເປັນແກນນຳໃນສະຫະພັນນັກຮົບເກົ່າແຂວງທີ່ມີສະມາຊິກນັກຮົບເກົ່າດຳເນີນຊີວິດການເມືອງ ແລະ ປັດຈຸບັນມີສະມາຊິກພັກທັງໝົດ 19 ສະ ຫາຍ, ຍິງ 9 ສະຫາຍ, ມີພະນັກ ງານທັງໝົດ 21 ສະຫາຍ, ຍິງ 9 ສະຫາຍ, ໃນນີ້ ພະນັກງານບຳ ນານ 4 ສະຫາຍ, ຍິງ 1 ສະ ຫາຍ, ພະນັກງານທະຫານ 8 ສະຫາຍ, ຍິງ 3 ສະຫາຍ, ພະ ນັກງານຕຳຫຼວດ 1 ສະຫາຍ, ລັດຖະກອນ 8 ສະຫາຍ, ຍິງ 5 ສະຫາຍ, ມີ 3 ຂະແໜງການຄື: ຂະແໜງບໍລິຫານ, ຂະແໜງຈັດຕັ້ງ-ກວດກາ ແລະ ຂະແໜງ ໂຄສະນາ-ອົບຮົມ, ໃນໄລຍະ 1 ປີ ຜ່ານມາ ໜ່ວຍພັກສະຫະພັນນັກ ຮົບເກົ່າແມ່ນໄດ້ນຳພາສະມາຊິກພັກ ແລະ ພະນັກງານຈັດຕັ້ງປະ ຕິບັດໜ້າທີ່ການເມືອງ ແລະ ວິ ຊາສະເພາະ ຮັບປະກັນເຮັດໃຫ້ວຽກງານເດີນແມ່ນແລນສະດວກດີ ແລະ ໄດ້ຮັບຜົນສຳເລັດຫຼາຍດ້ານ ເຊິ່ງສະແດງອອກໄດ້ນຳ ພາກົມກອງ, ສະມາຊິກນັກຮົບເກົ່າ ປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສາຂອງນັກຮົບເກົ່າແຫ່ງຊາດລາວ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິ່ງມີສະມາຊິກນັກຮົບເກົ່າທັງໝົດ 2.522 ສະຫາຍ ໃນນີ້ ໄດ້ປະເພດແຂງ 2.186 ສະຫາຍ ເທົ່າກັບ 86% ໜ່ວຍສະຫະພັນນັກຮົບ ເກົ່າບ້ານໄດ້ປະເພດແຂງ 50 ໜ່ວຍ ເທົ່າກັບ 86%, ສະຫະພັນນັກຮົບເກົ່າເມືອງ ໄດ້ປະເພດແຂງ 11 ເມືອງ ເທົ່າກັບ 86%, ນອກນັ້ນຍັງມີກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ 2 ກອງທຶນຄື: ກອງທຶນພັດທະນາ ແລະ ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງສອງກອງທຶນມີສະມາຊິກທັງໝົດ 2.000 ກວ່າສະຫາຍ, ມີເງິນກອງທຶນ 3 ຕື້ກີບ, ຕໍ່ກັບຜົນງານດັ່ງກ່າວສາມາດຕີລາຄາແບ່ງປະເພດຂອງສະມາຊິກພັກ ໄດ້ປະເພດແຂງ 19 ສະຫາຍ, ຍິງ 9 ສະຫາຍ; ມະຫາຊົນໄດ້ປະເພດດີ 2 ສະຫາຍ, 3 ຂະແໜງການ ແລະ 3 ອົງການຈັດຕັ້ງແມ່ນໄດ້ ປະເພດແຂງ, ການນຳພາຂອງ ໜ່ວຍພັກຕາມ 5 ເນື້ອໃນຄື: ດ້ານການເມືອງປະຕິບັດໄດ້ 9 ຄະ ແນນ, ດ້ານແນວຄິດປະຕິບັດໄດ້ 9 ຄະແນນ, ດ້ານການຈັດຕັ້ງປະຕິບັດໄດ້ 9 ຄະແນນ, ດ້ານແບບແຜນວິທີເຮັດວຽກປະຕິບັດໄດ້ 9 ຄະແນນ ແລະ ດ້ານການນຳພາປະຕິບັດໜ້າທີ່ການເມືອງປະຕິບັດໄດ້ 9 ຄະແນນ ແລະ ໜ່ວຍພັກໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025.
ສະຫາຍ ພົນຈັດຕະວາ ກູດພົມມາ ຍັງກ່າວຕື່ມອີກວ່າ: ນອກຈາກນັ້ນຍັງໄດ້ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າ ແລະ ຕິດຕາມຊຸກຍູ້, ການປະຕິບັດເງິນນະໂຍບາຍຕ່າງໆເປັນຕົ້ນແມ່ນນະໂຍບາຍຕໍ່ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນະໂຍບາຍແກ້ໄຂບຳ ນານ, ນະໂຍບາຍປຸກສ້າງເຮືອນ ໃຫ້ນັກຮົບເກົ່າຜູ້ທີ່ທຸກຍາກປ່ຽວ ພອຍ, ຍາດແຍ່ງທຶນຊ່ວຍເຫຼືອ ຜ່າຕັດແກ່ນຕາຂຸ້ນໃຫ້ນັກຮົບເກົ່າພາຍໃນແຂວງ, ເມືອງ, ບ້ານ ແລະ ວຽກງານນະໂຍບາຍອື່ນໆໃຫ້ສອດຄອງຕາມແນວທາງນະໂຍບາຍຂອງພັກ-ລັດ ກໍຄືກອງທັບ ແລະ ຕຳຫຼວດ; ພ້ອມ ນັ້ນຍັງໄດ້ປັບປຸງກົງຈັກການຈັດ ຕັ້ງສະຫະພັນນັກຮົບເກົ່າຂັ້ນເມືອງ, ບ້ານ; ວຽກງານການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກສະຫະພັນນັກຮົບເກົ່າແຕ່ລະຂັ້ນໄດ້ຖືເອົາການຜະລິດກະສິກຳ ປູກຝັງ-ລ້ຽງສັດ, ການບໍລິການ ຕ່າງໆຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງແຕ່ລະຄອບຄົວນັກຮົບເກົ່າຜູ້ທີ່ທຸກຍາກກໍໄດ້ຮັບການພັດທະນາ ແລະ ປັບປຸງຕົນເອງລຸດພົ້ນອອກຈາກຄວາມທຸກ ຍາກ; ວຽກງານພົວພັນຮ່ວມມືກັບຕ່າງປະເທດ ໄດ້ມີການພົວ ພັນ, ຮ່ວມມືກັບສະມາຄົມນັກ ຮົບເກົ່າ ສສ ຫວຽດນາມເປັນຕົ້ນແມ່ນແຂວງທີ່ໄກຄຽງຕາມແນວ ທາງການຕ່າງປະເທດຂອງພັກຍາດແຍງເອົາທຶນການຊ່ວຍເຫຼືອເພື່ອມາພັດທະນານັກຮົບເກົ່າໃຫ້ນັບມື້ດີຂຶ້ນ.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















