ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ເຄື່ອນ​ໄຫວ​ຊຸກຍູ້​ຂະ​ບວນ​ການ 3 ດີ ແລະ 4 ບຸກ ຕິດ​ພັນ​ກັບ​ກິດຈະກຳ​ຖາມ-ຕອບ​ຄວາມ​ຮູ້​ຮອບ​ຕົວ
ເວລາອອກຂ່າວ: 2026-06-02 09:07:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 158 | ຄວາມນິຍົມ:



ສະຫາຍ ພັນ​ໂທ ສົມພອນ ພາລາ​ດີ ຮອງ​ຫົວໜ້າ​ຫ້ອງ​ການ ເມືອງກອງ​ພົນ​ທີ 5, ຜູ້​ຊີ້​ນຳ​ອົງ​ການຈັດຕັ້ງ​ມະຫາຊົນ​ກອງ​ພົນ​ທີ 5 ພ້ອມ​ດ້ວຍ​ພະ​ແນກ​ສະຫະພັນ​ແມ່ຍິງ ແລະ ພະ​ແນກ​ຊາວ​ໜຸ່ມ ໄດ້​ເຄື່ອນ​ໄຫວ​ຊຸກຍູ້​ຂະ​ບວນ​ການ 3 ດີ ແລະ 4 ບຸກ​ຕິດ​ພັນ​ກັບ​ກິດ ຈະກຳ ຖາມ-ຕອບ​ຄວາມ​ຮູ້​ຮອບ​ຕົວ ຢູ່​ກອງພັນ 429, ມີ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ-ໜ່ວຍ​ສະຫະພັນ​ແມ່ຍິງ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ໂດຍ​ປະຕິບັດ​ຕາມ​ແຜນການ ເຄື່ອນໄຫວ​ຊຸກຍູ້​ຂະ​ບວນ​ການ​ຊາວ​ໜຸ່ມ-ແມ່ຍິງ​ທົ່ວ​ກອງ​ພົນ​ທີ 5 ຕິດ​ພັນ​ກັບ​ສ້າງ​ຂະ​ບວນ​ການ​ກິດຈະກຳ ​ຖາມ-ຕອບ​ຄວາມ​ຮູ້​ຮອບ​ຕົວ ທີ່​ກ່ຽວ​ກັບ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ ທີ່​ຂັ້ນ​ເທິງ​ອະນຸມັດ ສະບັບ​ເລກ​ທີ 01 ລົງ​ວັນ​ທີ 9 ກຸມພາ 2026. ການ​ສ້າງ​ຂະ​ບວນ​ການ​ຄັ້ງ​ນີ້ ກໍເພື່ອ​ກວດກາ-ຕິດຕາມ​ການເຄື່ອນໄຫວ​ຂະ​ບວນ​ການ​ດ້ານ​ຕ່າງໆ ຢູ່​ບັນດາ​ກົມ​ກອງ​ຂອງ​ອົງ​ການຈັດຕັ້ງ​ມະຫາຊົນ. ເພື່ອ​ເປັນ​ການ​ຊຸກຍູ້, ຍົກສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ຊີ້​ນຳ-ນຳພາ​ຂອງ​ຄະນະ​ບໍ ລິຫານ​ງານ​ຊາວ​ໜຸ່ມ-ໜ່ວຍ​ສະຫະພັນ​ແມ່ຍິງ​ກົມ​ກອງ​ໃຫ້​ຖືກຕ້ອງ​ຕາມ​ພາລະ​ບົດບາດ ແລະ ໜ້າທີ່ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ທັງ​ນີ້​ກໍເພື່ອ​ຂຸດ​ຄົ້ນ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ມະຫາຊົນ​ຢູ່​ອົງການ​ ກົມກອງດ້ານ​ຄວາມ​ຮູ້, ຄວາມສາມາດ​ຂອງ​ພະນັກງານ-ນັກຮົບ, ສະມາຊິກ​ຊາວ​ໜຸ່ມ-ແມ່ຍິງ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ ຕາມ​ ພາລະ​ບົດບາດ​ຂອງ​ຕົນ, ສະມາຊິກ​ຊາວ​ໜຸ່ມ-ແມ່ຍິງ​ໄດ້​ແຂ່ງຂັນ​ກັນ​ຕອບ​ຄຳ​ຖາມຢ່າງ​ເປັນ​ຂະ​ບວນ​ການ​ຟົດ ຟື້ນ, ເພື່ອ​ຍາດ​ຊີງ​ເອົາ​ລາງວັນ​ດ້ວຍ​ບັນຍາກາດ​ຄຶກ ຄື້ນ​ມ່ວນຊື່ນ ເນື້ອ​ໃນ​ກິດຈະກຳ ຖາມ-ຕອບ​ທີ່​ໄດ້​ຈັດ​ຕັ້ງ​ສ້າງ​ຂະ​ບວນ​ການ​ຄັ້ງ​ນີ້ ມີ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ກັບ​ຂໍ້​ກຳນົດ ກົດ​ລະບຽບ​ທີ່​ກອງທັບ​ວາງ​ອອກ ແລະ ຄວາມ ຮູ້​ຮອບຕົວ ເຊິ່ງ​ໃນ​ການ​ດຳເນີນຂະບວນ​ການ​ກິດຈະກຳຖາມ-ຕອບສາ ມາດ​ຍາດ​ໄດ້​ລາງວັນ​ທີ 1 ຈຳ ນວນ 3 ສະຫາຍ, ຍິງ 1 ສະຫາຍ, ລາງວັນ​ທີ 2 ຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ, ລາງວັນ​ທີ 3 ຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ. ສະຫາຍ ພັນ​ໂທ ສົມພອນ ພາລາ​ດີ ກໍໄດ້​ໂອ້​ລົມ​ຕໍ່​ພະນັກ ງານ-ນັກຮົບ ກ່ອນ​ອື່ນ​ສະຫາຍ​ກໍໄດ້​ຍ້ອງ​ຍ້ອງຍໍ​ບັນດາ​ຜົນງານ​ການເຄື່ອນໄຫວ​ຂອງ​ອົງການຈັດ ຕັ້ງມະຫາຊົນ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ ແລະ ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ບໍລິຫານ​ຊາວ​ໜຸ່ມ-ໜ່ວຍ​ສະຫະພັນ​ແມ່ຍິງ ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​-ແນວຄິດ​ໃຫ້ແກ່ສະມາຊິກຊາວໜຸ່ມ- ແມ່ຍິງ ຮັກສາ​ຄວາມ​ສາມັກຄີ​ຢ່າງ​ແໜ້ນ​ແຟ້ນ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້, ເຂົ້າ​ຮ່ວມ​ທຸກ​ຂະ​ບວນ​ການ​ຂອງ​ກົມ​ກອງ ໂດຍ​ສະເພາະ​ແມ່ນ​ດ້ານ​ຂະ​ບວນ​ການ​ສ້າງ​ກອງ​ວັດ ທະນະທຳ-ນັກຮົບ​ວັດທະນະທຳ, ສືບຕໍ່​ເອົາໃຈໃສ່​ເຜີຍແຜ່​ວຽກ​ງານ​ປະຕິບັດ​ຂໍ້​ແຂ່ງ ຂັນ 4 ບຸກ​ຂອງ​ຊາວ​ໜຸ່ມ, 3 ດີ ຂອງ​ສະຫະພັນ​ແມ່ຍິງ​ຢ່າງ​ທົ່ວ​ເຖິງ, ເອົາໃຈໃສ່​ຕິດຕາມ​ຊຸກຍູ້, ຖອດ​ຖອນ​ບົດຮຽນ​ລາຍ​ງານ​ຂັ້ນ​ເທິງ​ຖັດ​ຕົນ​ເປັນ​ປົກກະຕິ, ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ​ຢ່າງ​ເຂັ້ມ​ງວດ, ຖືກຕ້ອງ​ຕາມກຳນົດ, ເປັນຕົ້ນ​ແມ່ນ​ເສຍ​ເງິນ​ສະຕິ, ເງິນ​ກອງ​ທຶນ, ຮຽກຮ້ອງ​ສະ ມາຊິກ​ຊາວ​ໜຸ່ມ​ຕ້ານ ແລະ ສະ ກັດ​ກັ້ນ ບັນຫາ​ຢາ​ເສບ​ຕິດ ແລະ ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ສັງຄົມ. ໂດຍ: ສີ​ສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ