ເອເປັກ ຊຸກຍູ້ການຮ່ວມມືດ້ານການຄ້າ, ເສດຖະກິດດີຈີຕອນ ແລະ ການເຕີບໂຕສີຂຽວ
ເວລາອອກຂ່າວ: 2026-05-28 10:34:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 261 | ຄວາມນິຍົມ: ![]()
ຂ່າວຫວຽດນາມອອນໄລ, ກອງ ປະຊຸມລັດຖະມົນຕີການຄ້າ ເວທີປາໄສຮ່ວມມືດ້ານເສດຖະກິດ ອາຊີ-ປາຊີຟິກ (APEC) ປີ 2026, ເຊິ່ງຈັດຂຶ້ນທີ່ນະຄອນຊູໂຈວ ຂອງຈີນ, ບັນລຸໄດ້ໝາກຜົນສຳຄັນຫຼາຍດ້ານ, ໃນນັ້ນໄດ້ເນັ້ນໜັກເຖິງການຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດໃນພາກພື້ນ, ການປະຕິຮູບອົງການການຄ້າໂລກ (WTO), ເພີ່ມທະວີການຮ່ວມມືດ້ານການຄ້າດີຈີຕອນ ແລະ ການພັດທະນາສີຂຽວ.
ກ່າວຄຳເຫັນທີ່ກອງປະຊຸມຂ່າວພາຍຫຼັງກອງປະຊຸມ, ທ່ານ Wang Wentao ລັດຖະມົນຕີກະຊວງການຄ້າຈີນ ໃຫ້ຮູ້ວ່າ: ບັນດາຝ່າຍ ໄດ້ແລກປ່ຽນຄຳເຫັນຢ່າງກົງໄປກົງມາ, ເລິກເຊິ່ງກວ້າງຂວາງ ແລະ ມີລັກສະນະສ້າງສັນ ດ້ວຍຫົວຂໍ້ “ກໍ່ສ້າງປະຊາຄົມ ອາຊີ-ປາຊີຟິກ, ຊຸກຍູ້ຄວາມວັດທະນາຖາວອນລວມ”.
ກອງປະຊຸມໄດ້ສຸມໃສ່ 2 ເນື້ອໃນຕົ້ນຕໍ ລວມມີ: ສ້າງລະບຽບຮຽບຮ້ອຍດ້ານເສດຖະກິດ-ການຄ້າຢູ່ພາກພື້ນ ແລະ ຫຼາຍຝ່າຍເປີດອົກເປີດໃຈ, ສາມາດຄາດຄະເນໄດ້; ແລະ ສ້າງແຮງຂັບເຄື່ອນໃໝ່ໃຫ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນທີ່ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ. ກອງປະຊຸມຄັ້ງນີ້ ບັນລຸໄດ້ໝາກຜົນ “1+1”, ເຊິ່ງລວມມີການຮັບຮອງເອົາຖະແຫຼງການຮ່ວມ ແລະ ໃຫ້ສັດຕະຍາບັນແຜນການພັດທະນາຂະແໜງບໍລິການຂອງ APEC ສະບັບໃໝ່.
ບັນດາພື້ນຖານເສດຖະກິດສະມາຊິກ ໄດ້ຢືນຢັນຄືນໃໝ່ ສະໜັບສະໜູນວິໄສທັດໄລຍະຍາວ ກ່ຽວກັບເຂດການຄ້າເສລີອາຊີ-ປາຊີຟິກ (FTAAP), ໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດຢູ່ພາກພື້ນ ໂດຍຜ່ານການເພີ່ມທະວີການຮ່ວມມືດ້ານການສ້າງກຳລັງຄວາມສາມາດ, ການແບ່ງປັນປະສົບການ ແລະ ການຮ່ວມມືດ້ານເຕັກນິກ.
ໜຶ່ງໃນບັນດາເນື້ອໃນເປັນໜ້າເອົາໃຈໃສ່ແມ່ນເລື່ອງບັນດາສະມາຊິກ ໄດ້ຮັບຮອງເອົາ “ແຜນການຂອງ APEC ກ່ຽວກັບຂະແໜງບໍລິການທີ່ປ່ຽນແປງໃໝ່, ແກ່ງແຍ້ງ ແລະ ມີຄວາມສາມາດຍອມຮັບ”, ເຊິ່ງໄດ້ກຳນົດທິດພັດທະນາຂະແໜງບໍລິການໃນ 10 ປີຕໍ່ໄປ, ໂດຍສຸມໃສ່ 8 ຂົງເຂດຮ່ວມມືທີ່ຈຸດສຸມ, ຊຸກຍູ້ການປະຕິຮູບ ແລະ ການປ່ຽນແປງໃໝ່ນະໂຍບາຍທີ່ກ່ຽວຂ້ອງເຖິງການຄ້າ ແລະ ການລົງທຶນດ້ານການບໍລິການ. ໃນຂົງເຂດການຄ້າດີຈີຕອນ, ບັນດາຝ່າຍບັນລຸໄດ້ຄວາມກ້າວໜ້າຢ່າງແທດຈິງໃນການປຶກສາຫາລືກ່ຽວກັບຂອບເຂດການຮ່ວມມືຫັນການຄ້າໃນພາກພື້ນເປັນດີຈີຕອນ. ບັນດາພື້ນຖານເສດຖະກິດ ໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຄ້າແບບບໍ່ມີເຈ້ຍ, ເພີ່ມທະວີການຖ່າຍທອດຂໍ້ມູນຂ້າມຊາຍແດນ ແລະ ເປີດກວ້າງການຮ່ວມມືທີ່ກ່ຽວຂ້ອງເຖິງປັນຍາປະດິດ (AI).
ນອກຈາກນັ້ນ, ກອງປະຊຸມຍັງໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຊຸກຍູ້ການຫັນປ່ຽນສີຂຽວ ແລະການພັດທະນາກາກບອນໃນລະດັບຕ່ຳແນໃສ່ຮັບມືກັບສິ່ງທ້າທາຍດ້ານສິ່ງແວດລ້ອມ. ບັນດາສະມາຊິກໄດ້ຮຽກຮ້ອງໃຫ້ຫຼີກລ່ຽງການນຳໃຊ້ມາດຕະການແບບ “ກວາດພຽງ”, ພ້ອມທັງເພີ່ມທະວີການລົງທຶນ ແລະ ຜັນຂະຫຍາຍມາດຕະການທີ່ແທດຈິງກວ່າໃຫ້ແກ່ການພັດທະນາແບບຍືນຍົງຂອງພາກພື້ນອາຊີ-ປາຊີຟິກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















