ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ພັກ, ລັດ ແລະ ປະຊາຊົນຊາວຫວຽດນາມ ຈັດງານໃຫຍ່ ລະນຶກວັນເກີດປະທານ ໂຮ່ຈີມິນ ຄົບຮອບ 136 ປີ
ເວລາອອກຂ່າວ: 2026-05-28 10:33:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 258 | ຄວາມນິຍົມ:



ວິທະຍຸກະຈາຍສຽງຫວຽດ ນາມ, ເນື່ອງ​ໃນ​ໂອກາດສະເຫຼີມ ສະຫຼອງ 136 ປີ ແຫ່ງວັນຄ້າຍ​ ວັນ​ເກີດ​ປະທານ ໂຮ່ຈີມິນ (19/ 05/1890-19/05/2026), ໃນ​ວັນ​ທີ 17 ພຶດສະພາ, ທ່ານ ໂຕ​ເລິມ ເລຂາທິການ​ໃຫຍ່ ພັກ​ກອມ​ມູ​ນິດ, ປະທານ​ປະເທດ ຫວຽດນາມ ໄດ້​ມີ​ບົດ​ຂຽນ​ສຳຄັນ​ດ້ວຍ​ຫົວຂໍ້: ແສງ​ສະຫວ່າງ ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ພວກ​ເຮົາ​ເດີນ. ບົດ​ຂຽນ​ບໍ່​ພຽງ​ແຕ່ ແມ່ນ​ຄຳ​ສະແດງ​ຄວາມ​ຮູ້​ບຸນຄຸນ ຢ່າງ​ເລິກເຊິ່ງ ຕໍ່​ຄຸນງາມຄວາມດີ​ຂອງ ປະທານ ໂຮ່​ຈີ​ມິນ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສານ​ການເມືອງ ຢ່າງ​ແຮງ​ກ່ຽວ​ກັບ ການ​ໝູນ​ໃຊ້​ແນວ​ຄິດ ໂຮ່​ຈີ​ມິນ ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ອີກ​ດ້ວຍ ເພື່ອ​ນຳ​ປະເທດ​ຊາດ ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່ ສັງກາດ​ບຸກ​ບືນ​ຂອງ​ຊາດ ຫວຽດນາມ. ໃນ​ບົດ​ຂຽນ, ທ່ານ ໂຕ​ເລິມ ຊີ້​ໃຫ້​ເຫັນ​ວ່າ, ວັນ​ທີ 19 ພຶດສະພາ 2026 ແມ່ນ​ວັນ​ສະເຫຼີມສະຫຼອງ 136 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ໂຮ່​ຈີ​ມິນ ຜູ້​ຍິ່ງ​ໃຫຍ່​ໃນ​ຈຸດ​ເວລາ ທີ່​ມີ​ຄວາມ​ໝາຍ​ພິເສດ. ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ທົ່ວ​ປະເທດ ສະໄໝ​ທີ XIV ຂອງ​ພັກ​ໄດ້​ປະສົບ​ຜົນສຳເລັດ​ຢ່າງ​ຟົດ​ຟຶ້ນ, ກຳນົດ​ບັນດາ​ການ​ກຳນົດ​ທິດ ຍຸດ​ທະ​ສາດ ນຳ​ປະເທດ​ກ້າວ​ເຂົ້າ​ສູ່ງ​ສັງກາດ​ໃໝ່. ການ​ເລືອກ​ຕັ້ງ ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ XVI ແລະ ສະພາ​ປະຊາຊົນ ທຸກ​ຂັ້ນ​ອາຍຸ​ການ 2026-2031 ໄດ້​ເປີດ​ພາຍ​ພາກ​ໜ້າ​ໃໝ່. ໃນ​ຂະນະ​ທີ່, ລະບົບ​ການເມືອງ ພວມ​ເຄື່ອນ​ໄຫວ ຕາມ​ຮູບ​ແບບ​ຈັດ​ຕັ້ງ​ໃໝ່​ເທື່ອ​ລະ​ກ້າວ, ກະທັດ​ຮັດ​ກວ່າ, ລຸ້​ລວງ​ກວ່າ, ຮຽກຮ້ອງ ຕ້ອງການ​ປະ​ສິດທິ​ຜົນ, ປະ​ສິດທິ​ຜົນ​ສູງ​ກວ່າ. ທ່ານ ເລຂາທິການ​ໃຫຍ່, ປະທານ​ປະເທດ ຢັ້ງຢືນ​ວ່າ: ກອງປ​​ະ​ຊຸມ​ໃຫຍ່ ສະໄໝ​ທີ XIV ຂອງ​ພັກ ແມ່ນ​ຂີດ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ ຂອງ​ປະເທດ​ຊາດ. ບັນດາ​ການ​ກຳນົດ​ທິດ ຍຸດ​ທະ​ສາດ ຂອງ​ກອງ​ປະຊຸມ​ໃຫຍ່​ນັ້ນ ແມ່ນ​ການ​ສືບ​ທອດ, ໝູນ​ໃຊ້ ແລະ ພັດທະນາ​ແນວ​ຄິດ ປະທານ​ໂຮ່​ຈີ​ມິນ ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ໃນ​ເງື່ອນໄຂ​ປະຫວັດສາດ​ໃໝ່. ໃນ​ໂອກາດ​ດຽວ​ກັນ, ສະຖານທູດ​ຫວຽດນາມ ປະຈຳ​ລາວ ກໍ​ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ ເພື່ອ​ລະນຶກ, ສັນລະເສີນ ແລະ ຈົດ​ຈຳ​ບຸນຄຸນ ອັນ​ໃຫຍ່​ຫຼວງ​ຂອງ​ປະທານ ໂຮ່​ຈີ່​ມິນ ທີ່​ມີ​ຕໍ່​ພາລະກິດ​ປົດ​ປ່ອຍ​ຊາດ, ທ້ອນ ໂຮມ​ປະເທດ​ຊາດ ເປັນ​ເອກະ​ພາບ ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ ວັນ​ເກີດ ປະທານ ໂຮ່​ຈີ່​ມິງ ຄົບ ຮອບ 136 ປີ, ໃນ​ວັນ​ທີ 19 ພຶດສະພາ 2026 ໂດຍ​ມີ ທ່ານ ຫງວ​​ຽນ ມິງ ເຕີມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ແຫ່ງ ​ສສ ຫວຽດນາມ ປະຈຳ​ລາວ, ມີ​ການ​ນຳ​ພັກ-ລັດ​ບັນດາ​ກະຊວງ, ສິລະ​ປິນ​ແຫ່ງ​ຊາດ​ລາວ, ຜູ້ຕາງໜ້າ​ບັນດາ​ອົງການ​ສື່​ມວນ​ຊົນ​ລາວ, ຄູ-ອາຈານ, ນັກ​ສຶກ​ສາ​ຫວຽດນາມ, ຜູ້ຕາງໜ້າ​ຊາວ​ຫວຽດ ນາມ ແລະ ວິ​ສາຫະ​ ກິດ​ຫວຽດນາມ ປະຈຳ ລາວ ເຂົ້າ​ຮ່ວມ. ໃນ​ພິທີ ໄດ້​ຮັບ​ຊົມ​ການ​ສາຍຮູບເງົາ​ສາລະ​ຄະດີ​ກ່ຽວ​ກັບ ປະທານ ໂຮ່​ຈີ່​ມິນ ເປັນຕົ້ນ ຊີວິດ ແລະ ພາລະກິດ​ການເຄື່ອນໄຫວ​ປະຕິວັດ ຂອງ ປະທານ ໂຮ່​ຈີ່​ມິງ ໃນ​ໄລຍະ​ຜ່ານ​ມາ ແລະ ວາງສະແດງ​ຮູບ​ພາບ​ການເຄື່ອນ ໄຫວ​ວຽກ​ງານ​ດ້ານ​ຕ່າງໆ, ອ່ານ​ບົດ​ກອນ ແລະ ເລົ່າ​ເລື່ອງ ກ່ຽວ​ກັບ ປະທານ ໂຮ່​ຈີ່​ມິງ (ສະແດງ​ໂດຍນ້ອງ​ນັກຮຽນ​ຈາກໂຮງ ຮຽນ​ສອງ​ພາສາ ລາວ-ຫວຽດ ນາມ ຫງວ​​ຽນ​ຢູ), ພ້ອມ​ທັງ​ເປີດ​ການ​ສ້າງຕັ້ງ​ຕູ້​ປຶ້ມ ຢູ່​ສຳນັກງານ​ອົງການ​ຕົວ​ແທນ ຫວຽດນາມ ປະຈຳ ລາວ ແລະ ມອບ​ປື້ມ​ກ່ຽວ​ກັບ ປະທານ ໂຮ່​ຈີ່​ມິນ ໃຫ້​ແກ່​ຕູ້​ປຶ້ມ​ຂອງ​ບັນດາ​ອົງການ​ຕົວ​ແທນ ແລະ ຊາວ​ຫວຽດນາມຢູ່​ລາວ. ໂອກາດ​ດັ່ງກ່າວ, ທ່ານ ຫງວຽນ ມິງ​ເຕີມ ໄດ້​ຍົກ​ໃຫ້​ເຫັນ​ປະຫວັດ​ແຫ່ງ​ການເຄື່ອນໄຫວ​ປະຕິວັດ ແລະ ແນວ​ຄວາມ​ຄິດ, ແບບແຜນ​ວິທີ​ການ​ເຮັດ​ວຽກ ຂອງ​ປະທານ ໂຮ່​ຈີ່​ມິນ ຊຶ່ງ ປະທານ ໂຮ່​ຈີ່​ມິນ ບໍ່​ພຽງ​ແຕ່​ເປັນ​ຜູ້ນຳ​ພາ​ຕໍ່​ສູ່​ກູ້​ຊາດ ແລະ ການ​ປົດ​ປ່ອຍປະ​ເທດ​ຊາດ ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ຜູ້​ທີ່​ວາງ​ພື້ນຖານ​ອຸດົມ​ການ​ຂອງ​ການ​ກໍ່ສ້າງ, ປົກ​ປ້ອງ ແລະ ພັດທະນາ​ຫວຽດນາມ ໃນ​ຍຸກ​ໃໝ່. “ເມື່ອ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່, ຄຳ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຢ່າງ​ວ່ອງໄວ ແລະ ຍືນ​ຍົງ​ຂອງ​ປະເທດ​ຊາດ ຮຽກຮ້ອງ​ທຸກ​ຂະແໜງການ ຕ້ອງ​ມານະ​ພະຍາຍາມ​ຫຼາຍ​ກວ່າ​ອີກ, ມີ​ການ​ກະທຳ​ຢ່າງ​ເຂັ້ມແຂງ​ກວ່າ, ບຸກ​ທະລຸ​ຢ່າງ​ຈະແຈ້ງ​ກວ່າ ເພື່ອ​ໃຫ້​ສົມ​ກັບ​ຂອບ​ຂະໜາດ ແລະ ພາລະ​ກຳ​ຂອງ​ຊາດ. ພັກ​ເຮົາ ໄດ້​ກ່າວ​ເຕືອນ​ເປັນ​ຫຼາຍ​ຄັ້ງ​ແລ້ວ​ວ່າ, ຫຼ້າຫຼັງ ແມ່ນ​ຄວາມ​ສ່ຽງ​ປົກ​ຄຸມ ແລະ ນາບ​ຂູ່​ເຖິງ​ຊະ​ຕາ​ກຳ ແລະ ອະນາຄົດ​ຂອງ​ຊາດ. ຫຼ້າຫຼັງ​ໃນ​ລະດັບ​ການ​ພັດທະນາ​ໄດ້​ເລີ່ມ​ຈາກ​ການ​ຫຼ້າຫຼັງ​ກ່ຽວ​ກັບ​ວິທະຍາສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດຕະ​ກຳ, ກ່ຽວ​ກັບ​ລະດັບ​ພູມ​ປັນຍາ​ໃນ​ການ​ຜະລິດ, ການ​ບໍລິການ ແລະ ການ​ຄຸ້ມ​ຄອງ​ບໍລິຫານ​ປະເທດ​ຊາດ. ໃນ​ຍຸກ​ສະໄໝ​ເຫັນ​ເປັນ​ໂລກາ​ພິ​ວັດ ແລະ ການ​ປະຕິວັດ​ເຕັກ​ໂນ​ໂລ​ຊີ​ພັດທະນາ​ຢ່າງ​ໄວວາ ແລະ ແຂງແຮງ​ຄື​ໃນ​ປັດຈຸບັນ, ຫຼ້າຫຼັງ ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ​ກັບ​ການ​ເອືອຍ​ອີງ, ຊຸດໂຊມ ແລະ ເຮັດ​ເສຍ​ໂອກາດ​ບືນ​ຕົວ​ຂຶ້ນ”. ຖັດ​ຈາກ​ນັ້ນ, ທ່ານ ດວງມີ​ໄຊ ລີ​ໄກ​ຍາ ສິລະ​ປິນ​ແຫ່ງ​ຊາດ​ລາວ ໄດ້​ຂຶ້ນ​ແບ່ງປັນ​ຄວາມ​ຮູ້ສຶກ ແລະ ຄວາມ​ຮັກແພງ​ຂອງ​ປະຊາຊົນ​ລາວ ທີ່​ມີ​ຕໍ່​ຊີວິດ ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ​ຂອງ ປະທານ ໂຮ່​ຈີ່​ມິນ, ບົດຮຽນ ແລະ ຊີວິດ​ໃນ​ການເຄື່ອນໄຫວ​ເປັນ​ນັກ​ປະຕິວັດ​ທີ່​ຍິ່ງ​ໃຫຍ່, ຄວນ​ຖື​ເອົາ​ເປັນ​ແບບຢ່າງ, ເປັນ​ຄັນ​ທຸງ​ເອກ​ຜືນ​ໃຫຍ່​ທີ່​ໃຫ້​ຮົ່ມ​ເງົາ​ແກ່​ແນວ ທາງ​ການ​ກ້າວ​ເດີນ​ຂອງ​ຄົນ​ຮຸ່ນ​ຫຼັງ​ຂອງ​ພັກ, ລັດ ແລະ ປະຊາຊົນ​ຊາວ​ຫວຽດນາມ ນຳ​ມາ​ໝູນ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ​ສ້າງສາ​ປະເທດ​ຊາດ​ບ້ານ​ເມືອງ ຈົນ​ຈະເລີນ​ຮຸ່ງເຮືອງ​ເຖິງ​ທຸກ​ວັນ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ