ບໍລິສັດເບຍລາວ ທຸ່ມເງິນຫຼາຍກວ່າ 1,4 ຕື້ກີບ ເຂົ້າໃນການພັດທະນາຊັບພະຍາກອນມະນຸດ ຜ່ານໂຄງການ “ເບຍລາວ ສານຝັນໃຫ້ນ້ອງ”
ເວລາອອກຂ່າວ: 2026-05-28 10:22:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ: ![]()
ການສຶກສາແມ່ນໝາກຫົວໃຈຫຼັກຂອງການພັດທະນາປະເທດຊາດ ເພາະເປັນພື້ນຖານໃນການສ້າງຊັບພະຍາກອນມະນຸດ ໃຫ້ມີສະຕິປັນຍາ, ທັກສະ, ຄວາມຮູ້ ຄວາມສາມາດ ເພື່ອຊ່ວຍຂັບເຄື່ອນເສດຖະກິດ, ຄິດຄົ້ນນະວັດຕະກຳໃໝ່ໆ, ແລະ ແກ້ໄຂບັນຫາຂອງສັງຄົມຢ່າງຍືນຍົງ. ດັ່ງນັ້ນ ບໍລິສັດ ເບຍລາວ ຈຳກັດ ຈຶ່ງຍັງຄົງຢຶດໝັ້ນໃນການເປັນສ່ວນໜຶ່ງຂອງການພັດທະນາຊັບພະຍາ
ກອນມະນຸດ ເພື່ອຮ່ວມສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການຂັບເຄື່ອນເສດຖະກິດ-ສັງຄົມລາວ ໃຫ້ເຕີບໂຕຢ່າງໝັ້ນຄົງ.
ໜຶ່ງໃນໂຄງການບູລິມະສິດທີ່ສະທ້ອນເຖິງຄວາມມຸ່ງໝັ້ນດັ່ງກ່າວຄື ໂຄງການ “ເບຍລາວ ສານຝັນໃຫ້ນ້ອງ” ເຊິ່ງໄດ້ລິເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2010. ໃນປີນີ້, ຖືເປັນປີທີ 15 ທີ່ໂຄງການໄດ້ເປັນກຳລັງສຳຄັນໃນການສົ່ງເສີມການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ມີຄວາມຮູ້
ຄວາມສາມາດ, ທັກສະທີ່ເຂັ້ມແຂງ ແລະ ຍືນຍົງ.
ນັບຕັ້ງແຕ່ລິເລີ່ມໂຄງການເປັນຕົ້ນມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ປະກອບສ່ວນງົບປະມານເຂົ້າໃນວຽກງານການສຶກສາມາແລ້ວຫຼາຍກວ່າ 13 ຕື້ກີບ, ເຊິ່ງສາມາດສ້າງໂອກາດໃຫ້ແກ່ນັກສຶກສາໄປແລ້ວ 3,874 ຄົນ.
ສຳລັບປີ 2026 ນີ້, ບໍລິສັດໄດ້ສືບຕໍ່ມອບທຶນການສຶກສາລວມມູນຄ່າກວ່າ 1.4 ຕື້ກີບ ໃຫ້ແກ່ນັກສຶກສາຈຳນວນ 150 ຄົນ ທີ່ມີຜົນການຮຽນດີເດັ່ນ ແຕ່ຂາດເຂີນທຶນຮອນ ໃນ 4 ມະຫາວິທະຍາໄລ ແລະ 4 ສະຖາບັນການສຶກສາຫຼັກ ທົ່ວປະເທດ ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ, ວິ
ທະຍາໄລຄູປາກເຊ, ວິທະຍາໄລຄູສະຫວັນນະເຂດ, ສະຖາບັນວິຈິດສິນແຫ່ງຊາດ ແລະ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ.
ນັກສຶກສາທີ່ຜ່ານການຄັດເລືອກ ແລະ ສາມາດຮັກສາຜົນການຮຽນຕາມເງື່ອນໄຂຈະໄດ້ຮັບທຶນສະໜັບສະໜູນຈາກໂຄງການ “ເບຍລາວ ສານຝັນ
ໃຫ້ນ້ອງ” ທີ່ກວມເອົາຄ່າທຳນຽມການຮຽນ, ອຸປະກອນການສຶກສາ ແລະ ຄ່າຄອງຊີບຈົນຈົບສົກການສຶກສາ. ນອກຈາກການຊ່ວຍເຫຼືອດ້ານທຶນຮອນແລ້ວ, ນັກສຶກສາຍັງຈະໄດ້ຮັບໂອກາດໃນການຝຶກງານຕາມສາຂາວິຊາທີ່ກ່ຽວຂ້ອງ ແລະ ໂອກາດໄດ້ຮັບການຈ້າງງານທີ່ດີໃນອະນາຄົດ.
ສຳລັບຂັ້ນຕອນການຄັດເລືອກ, ໂຄງການໄດ້ເປີດໂອກາດໃຫ້ຜູ້ທີ່ສົນໃຈສາມາດສະໝັກໄດ້ດ້ວຍຕົນເອງ, ໂດຍບໍ່ໄດ້ຈຳແນກເພດ, ເຊື້ອຊາດ, ສາດສະໜາ ແລະ ພູມລຳເນົາ ເຊິ່ງຈະມີການຄັດເລືອກເອກະສານ ແລະ ການສຳພາດຢ່າງເປັນລະບົບ ແລະ ສະເໝີພາບ ຕາມເງື່ອນໄຂຂອງບໍລິສັດ.
ຕະຫຼອດໄລຍະ 15 ປີ ທີ່ຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ຄວາມສຳຄັນສູງສຸດຕໍ່ກັບວຽກງານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ຄຽງຄູ່ກັບວຽກງານເຄື່ອນໄຫວທາງສັງຄົມ. ບໍລິສັດ ມີຄວາມຫວັງຢ່າງຍິ່ງວ່າ ນັກສຶກສາທີ່ໄດ້ຮັບທຶນການສຶກສາດັ່ງກ່າວ ຈະກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ແລະ ເປັນກຳລັງສຳຄັນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ເພາະພວກເຮົາເຊື່ອວ່າ “ການສຶກສາທີ່ດີ ຄືເສົາຄ້ຳທີ່ແຂງແກ່ນໃຫ້ແກ່ການພັດທະນາໃນອະນາຄົດ”.
ທ່ານ ເຮັນຣິກ ແອນເດີເຊິນ ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ: “ຜ່ານໂຄງການ “ເບຍລາວ ສານຝັນໃຫ້ນ້ອງ”, ພວກເຮົາມີຄວາມພາກພູມໃຈທີ່ໄດ້ສືບຕໍ່ຄວາມມຸ່ງໝັ້ນໃນການປະກອບສ່ວນຊ່ວຍເຫຼືອສັງຄົມລາວ ເຊິ່ງຖືເປັນສ່ວນໜຶ່ງໃນຄວາມຮັບຜິດຊອບຂອງບໍລິສັດ. ພວກເຮົາມີຄວາມເຊື່ອວ່າ ການສຶກສາແມ່ນຮາກຖານທີ່ແຂງແກ່ນທີ່ສຸດໃນການສ້າງໂອກາດ, ການເສີມສ້າງທ່າແຮງໃຫ້ແກ່ເຍົາວະຊົນ ແລະ ການວາງຮາກຖານເພື່ອອະນາຄົດທີ່ສົດໃສຂອງ ສປປ ລາວ. ໂຄງການນີ້ ໄດ້ຖືກອອກແບບມາເປັນພິເສດ ເພື່ອສະໜັບສະໜູນນັກສຶກສາທີ່ມີຜົນການຮຽນດີເດັ່ນ ແຕ່ຂາດເຂີນດ້ານທຶນຮອນ ເພື່ອໃຫ້ພວກເຂົາສາມາດເຂົ້າເຖິງການຮຽນຮູ້ຢ່າງຕໍ່ເນື່ອງ ແລະ ກ້າວຕາມຄວາມຝັນຂອງຕົນເອງໄດ້ຢ່າງໝັ້ນໃຈ.
ຜ່ານການຈັດຕັ້ງປະຕິບັດໂຄງການໃນຂອບເຂດທົ່ວປະເທດ, ພວກເຮົາມີຄວາມພາກພູມໃຈທີ່ໄດ້ໃຫ້ການຊ່ວຍເຫຼືອນັກສຶກສາ ທີ່ຄວບຄຸມທັງ 3 ພາກ ຄື: ພາກເໜືອ, ພາກກາງ ແລະ ພາກໃຕ້ ເພື່ອຮັບປະກັນວ່າຊາວໜຸ່ມຈາກທົ່ວປະເທດ ຈະສາມາດເຂົ້າເຖິງໂອກາດທາງການສຶກສາ ແລະ ມີອະນາຄົດທີ່ດີຂຶ້ນ. ພວກເຮົາຫວັງວ່າ ການສະໜັບສະໜູນໃນຄັ້ງນີ້ ຈະເປັນການເປີດປະຕູສູ່ໂອກາດທີ່ດີ ແລະ ສ້າງການປ່ຽນແປງໃນທາງບວກໃຫ້ແກ່ຊີວິດຂອງເຂົາເຈົ້າ. ເຊື່ອວ່າ: ນັກສຶກສາເຫຼົ່ານີ້ລ້ວນແຕ່ມີທ່າແຮງອັນສຳຄັນ ແລະ ຈະເຕີບໃຫຍ່ກາຍເປັນບຸກຄະ
ລາກອນທີ່ມີຄຸນນະພາບ, ສາມາດສ້າງປະໂຫຍດໃຫ້ແກ່ຊຸມຊົນ ແລະ ຮ່ວມເປັນສ່ວນໜຶ່ງໃນການພັດທະນາ ປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງໃນອະນາຄົດ.”
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















