ຫ້ອງວ່າການກະຊວງປ້ອງກັນປະເທດ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ.
ເວລາອອກຂ່າວ: 2026-05-27 10:32:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1086 | ຄວາມນິຍົມ: ![]()
ໃນວັນທີ 27 ພຶດສະພາ 2026 , ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາຫວນຄືນປະຫວັດມູນເຊື້ອ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນຄົບຮອບ 67 ປີ (18 ພຶດສະພາ 1959-18 ພຶດສະພາ 2026) ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24 ພຶດສະພາ 1960-24 ພຶດສະພາ 2026), ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບຸດສະດີ ອິນທະລັງສີ ຮອງຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ຫ້ອງວ່າການ, ພະແນກຫຼັກແຫຼ່ງອ້ອມຂ້າງຫ້ອງວ່າການເຂົ້າຮ່ວມ.
ສະຫາຍ ພັນເອກ ຈັນທະວີ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ, ໄດ້ເລົ່າໃຫ້ເຫັນເຖິງມູນເຊື້ອວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ, ຍ້ອນມີການນໍາພາອັນສະຫຼາດສ່ອງໃສ ແລະ ນໍ້າໃຈຮັກຊາດອັນແຮງກ້າຂອງບັນດາທ່ານຜູ້ນໍາເຮົາ ລວມທັງໝົດ 16 ທ່ານ ໃນໄລຍະເກືອບ 10 ເດືອນທີ່ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳ ຂອງບັນດາຜູ້ນຳ ສຳລັບບັນດາຜູ້ນຳ ເຖິງວ່າເພິ່ນຈະຖືກກັກຂັງກໍຕາມ ແຕ່ບໍ່ໄດ້ລົດລະຄວາມພະຍາຍາມໃນການຫາວີທີ ແລະ ຊ່ອງທາງເພື່ອໃຫ້ຫລຸດພົ້ນອອກຈາກການກະທຳ ອັນຜະເດັດການທີ່ສຸດນີ້ ໂດຍພວກເພິ່ນໄດ້ເອົາໃຈໃສ່ຢ່າງສຸດຂີດຄວາມສາມາດ ໃນການສຶກສາອົບຮົມແກ່ ສາລະວັດຕຳຫລວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນຖືກຕ້ອງເປັນທຳຂອງແນວລາວຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງໃຫ້ເຫັນເຖິງທາດແທ້ ຄວາມໂຫດຮ້າຍສາມານ ຂອງ ລັດທິຈັກກະພັດແບບໃໝ່ ຈົນໃນທີ່ສຸດ ສາລະວັດດັ່ງກ່າວກໍຍອມເຂົ້າຮ່ວມການຕໍ່ສູ້ກັບຝ່າຍກຳລັງຮັກຊາດ, ຄວາມກ້າຫານຕັດສີນໃຈຕໍ່ສູ້ດ້ວຍນໍ້າໃຈເສຍສະຫຼະເພື່ອປະເທດຊາດ, ໄຊຊະນະອັນພິລະອາດຫານໃນວິລະກຳໂຕນຄຸກ ຄັ້ງມະຫັດສະຈັນໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ມີຄວາມຕື່ນຕົວເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນໍາກັນ ຈົນສາມາດໂຕນຄຸກໄດ້ຢ່າງມະຫັດສະຈັນ.
ຈາກນັ້ນ ສະຫາຍ ພັນໂທ ຄຳພັນ ຮູ່ງສີເມືອງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງວ່າການກະຊວງປ້ອງກັນປະເທດ ໄດ້ປາຖະກະຖາຫວນຄືນມູນເຊື້ອ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ເຊິ່ງໄດ້ຍົກໃຫ້ເຫັນນໍ້າໃຈພິລະອາດຫານ, ອົງອາດກ້າຫານ ເດັກດ່ຽວໜຽວແໜ້ນ ແລະ ມີຜິກໄຫວອັນສະຫຼາດສ່ອງໃສ ຂອງພະນັກງານ-ນັກຮົບກອງພັນທີ 2 ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວທີຕໍ່ສູ້ບໍ່ຍອມຈໍານົນຕໍ່ພວກຈັກກະພັດເຂົ້າມາຮຸກຮານລາວ, ການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດພວກເຮົາ ສຸດທ້າຍ ກອງພັນທີ 2 ພ້ອມດ້ວຍ 91 ຄອບຄົວໄດ້ຜ່າວົງປິດ ລ້ອມຂອງສັດຕູໄປສູ່ເຂດທີ່ໝັ້ນ ດ້ວຍຄວາມປອດໄພ ທີສາມາດທັບມ້າງກົນອຸບາຍຂອງພວກຈັກກະພັດອາເມລິກາ ແລະ ລູກແຫຼ່ງຕີນມືຂອງພວກເຂົາທີຫວັງຈະທັບມ້າງກໍາລັງປະຕິວັດ ໂດຍສະເພາະແມ່ນກອງພັນທີ 2, ນີ້ແມ່ນບົດຮຽນອັນລໍ້າຄ່າໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ.
ໂດຍ: ວັນນະລັກ ວົງພົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















