ກົດລະບຽບບໍ່ແມ່ນຂໍ້ຈໍາກັດ ແຕ່ເປັນແນວທາງສ້າງກົມກອງເຂັ້ມແຂງ
ເວລາອອກຂ່າວ: 2026-05-27 10:27:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 974 | ຄວາມນິຍົມ: ![]()
ລະບຽບຂອງກອງທັບ ແມ່ນພື້ນຖານຂອງການບັນຊາ, ການເຝິກແອບ ແລະ ການດໍາລົງຊີວິດຂອງ ນາຍ ແລະ ພົນທະຫານ. ການຮັກສາລະບຽບວິໄນ ບໍ່ແມ່ນເປັນພຽງໜ້າທີ່ຂອງຜູ້ບັງຄັບບັນຊາ ຫຼື ອົງການໃດອົງການໜຶ່ງ ແຕ່ເປັນໜ້າທີ່ຂອງ ນາຍ ແລະ ພົນທະຫານທຸກຄົນ, ຖ້າທຸກຄົນເຄົາລົບກົດລະບຽບ ແລະ ປະຕິບັດຢ່າງເຂັ້ມງວດ ກອງທັບກໍຈະມີຄວາມສາມັກຄີ, ມີ ຄວາມພ້ອມຮົບ ແລະ ສາມາດຮັບມືກັບທຸກສະຖານະການໄດ້ຢ່າງມີໄຊ.
ການເປັນເຈົ້າການໃນການປະຕິບັດກົດລະບຽບ ໝາຍເຖິງການຮູ້ຈັກໜ້າທີ່ຂອງຕົນເອງ, ມີຄວາມຮັບຜິດຊອບ, ເຄົາລົບຄໍາສັ່ງ ແລະ ກ້າຕັກເຕືອນຜູ້ອື່ນເມື່ອເຫັນການກະທໍາທີ່ຂັດຕໍ່ລະບຽບ. ນາຍ ແລະ ພົນທະຫານ ທີ່ດີຕ້ອງມີວິໄນເປັນຫຼັກ, ມີຄວາມຊື່ສັດ, ອົດທົນ ແລະ ພ້ອມປະຕິບັດທຸກໜ້າທີ່ ທີ່ການຈັດຕັ້ງມອບໝາຍ, ຄວາມເຂັ້ມງວດໃນລະບຽບວິໄນ ຈະຊ່ວຍຫຼໍ່ຫຼອມໃຫ້ ນາຍ ແລະ ພົນທະຫານ ມີຄວາມເປັນລະບຽບ, ກ້າຫານ ແລະ ພ້ອມເສຍສະຫຼະເພື່ອປະເທດຊາດ. ໃນຊີວິດປະຈໍາວັນ ການຮັກສາລະບຽບວິໄນ 7 ລະບອບ 18 ວຽກ ສະແດງອອກຜ່ານການກະທໍາ ນັບແຕ່ ການຕື່ນນອນຕາມເວລາ, ການແຕ່ງກາຍໃຫ້ຖືກລະບຽບ, ການຮັກສາອາວຸດ ແລະ ຊັບສິນຂອງກົມກອງ, ການເຄົາລົບຜູ້ບັງຄັບບັນຊາ ແລະ ການຮັກສາຄວາມສາມັກຄີພາຍໃນ. ເຖິງແມ່ນຈະເປັນເລື່ອງນ້ອຍ ແຕ່ຖ້າທຸກຄົນປະຕິບັດໄດ້ດີ ກໍຈະສ້າງໃຫ້ກົມກອງມີຄວາມເປັນລະບຽບເຂັ້ມແຂງ.
ສໍາລັບຜູ້ບັງຄັບບັນຊາ ຫຼື ນາຍທະຫານ ຍິ່ງຕ້ອງເປັນແບບຢ່າງທີ່ດີໃນການປະຕິບັດກົດລະບຽບ. ການເປັນຜູ້ນໍາ ບໍ່ແມ່ນພຽງແຕ່ການອອກຄໍາສັ່ງ ແຕ່ຕ້ອງປະພຶດຕົນໃຫ້ເປັນແບບຢ່າງແກ່ຜູ້ໃຕ້ບັງຄັບບັນຊາ, ຖ້າຜູ້ນໍາມີວິໄນດີ, ຕົງຕໍ່ເວລາ ແລະ ເຄົາລົບກົດລະບຽບ ກໍຈະເປັນແຮງຈູງໃຈໃຫ້ພົນທະຫານປະຕິບັດຕາມ, ການນໍາດ້ວຍການກະທໍາ ຫຼາຍກວ່າການເວົ້າພຽງຢ່າງດຽວ. ພ້ອມກັນນັ້ນ ການປະຕິບັດກົດລະບຽບຂອງກອງທັບ ຍັງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ, ປະຊາຊົນຈະເຄົາລົບ ແລະ ໄວ້ວາງໃຈ ກອງທັບ ເມື່ອເຫັນວ່າທະຫານມີລະບຽບວິໄນ, ມີຄວາມສຸພາບ ແລະ ປະພຶດຕົນດີ. ການສ້າງກົມກອງທີ່ເຂັ້ມແຂງ ບໍ່ແມ່ນພຽງແຕ່ມີອາວຸດທັນສະໄໝ ຫຼື ກໍາລັງພົນຈໍານວນຫຼາຍ ແຕ່ຕ້ອງເປັນກົມກອງ ທີ່ມີວິໄນເຂັ້ມແຂງ ແລະ ມີຄວາມເສຍລະຫຼະເພື່ອປະເທດຊາດ ເພື່ອປະຊາຊົນ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















