ໄມເຄິລ ຄາຣິກ ໄດ້ຕໍ່ສັນຍາຄຸມທີມຍາວເຖິງປີ 2028
ເວລາອອກຂ່າວ: 2026-05-27 10:25:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 255 | ຄວາມນິຍົມ: ![]()
ສະໂມສອນ ແມນເຊັສເຕີ ຢູໄນເຕັດ (Manchester United) ໄດ້ປະກາດຂ່າວດີຢ່າງເປັນທາງການວ່າ ໄດ້ບັນລຸຂໍ້ຕົກລົງຕໍ່ສັນຍາສະບັບໃໝ່ກັບ ໄມເຄິລ ຄາຣິກ (Michael Carrick) ອະດີດນັກເຕະກອງກາງລະດັບຕຳນານຂອງ ແມນເຊັສເຕີ ຢູໄນເຕັດ ແລະ ທີມຊາດອັງກິດ ເພື່ອເຮັດໜ້າທີ່ເປັນຫົວໜ້າຜູ້ເຝິກສອນ ຂອງທີມ ຕໍ່ໄປໃນໄລຍະຍາວ ຈົນເຖິງປີ 2028 ເປັນທີ່ຮຽບຮ້ອຍແລ້ວ.
ການເຊັນສັນຍາໄລຍະຍາວໃນຄັ້ງນີ້ ຖືເປັນສິ່ງພິສູດສີມືອັນຍອດຢ້ຽມຂອງອະດີດກອງກາງຕຳນານຂອງສະໂມສອນ ຫຼັງຈາກທີ່ເພິ່ນໄດ້ກັບຄືນມາຮັບຕຳແໜ່ງ ຄຸມທິມ ເມື່ອເດືອນມັງກອນ 2026 ທີ່ຜ່ານມາ.
ຄາຣິກ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ສ້າງຄວາມຮືຮາໃຫ້ກັບວົງການບານເຕະອັງກິດ ດ້ວຍການຄວ້າລາງວັນຜູ້ຈັດການທີມຍອດຢ້ຽມປະຈຳເດືອນຂອງພຣີເມຍລີກ ຕັ້ງແຕ່ເລີ່ມຕົ້ນຄຸມທັບ 2 ນັດທຳອິດ ຈາກການພາ ແມນເຊັສເຕີ ຢູໄນເຕັດ ເອົາຊະນະຄູ່ປັບ ແມນເຊັສເຕີ ຊິຕີ້ ແລະ ປາບທີມຈາຝູງຢ່າງ ອາເຊນອນໄດ້.
ການຂະຫຍາຍສັນຍາຄັ້ງນີ້ ຈຶ່ງເປັນການສະແດງຄວາມໄວ້ວາງໃຈຂອງຜູ້ບໍລິຫານ ທີ່ຕ້ອງການໃຫ້ ຄາຣິກ ເປັນຜູ້ສ້າງຍຸກໃໝ່ຂອງສະໂມສອນໃນໄລຍະຍາວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















