ໂລກຮືຮາ LISA ຮ່ວມຮ້ອງເພງ GOALS ຢ່າງເປັນທາງການ ຕ້ອນຮັບຟີຟ້າເວີຣ໌ດຄັບ 2026 (FIFA World Cup 2026)
ເວລາອອກຂ່າວ: 2026-05-27 10:24:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ: ![]()
ກາຍເປັນກະແສຮືຮາໄປທົ່ວໂລກ ແລະ ເຮັດໃຫ້ແຟນເພງລວມເຖິງຄໍບານສົ່ງສຽງເຊຍກັນສະໜັ່ນ ເມື່ອສະຫະພັນບານເຕະນານາຊາດ ຫຼື ຟີຟາ (FIFA) ໄດ້ປະກາດປ່ອຍເພງປະຈຳການແຂ່ງຂັນຢ່າງເປັນທາງການ (Official Anthem) ສື່ສານພາຍໃຕ້ຊື່ເພງ “GOALS” ເພື່ອຕ້ອນຮັບການແຂ່ງຂັນບານເຕະໂລກ 2026 (FIFA World Cup 2026) ທີ່ກຳລັງຈະມາເຖິງ.
ຄວາມພິເສດຂອງບົດເພງ “GOALS” ໃນຄັ້ງນີ້ ຄືການດຶງເອົາ 3 ສິນລະປິນຊື່ດັງລະດັບໂລກ ຈາກ 3 ທະວີບ ມາຮ່ວມສ້າງສີສັນ ແລະ ປະສົມປະສານວັດທະນະທຳທາງດົນຕີຢ່າງລົງໂຕ ນຳໂດຍ: LISA (ລິຊ່າ) ຫຼື ລິສາ ມະໂນບານ ຕົວແທນຈາກທະວີບອາຊີ (K-Pop), Anitta (ອານິດຕ້າ) ປ໊ອບສະຕາຣ໌ສາວ ຕົວແທນຈາກອາເມລິກາໃຕ້ (ບຣາຊິນ), Rema (ເຣມາ) ເຈົ້າພໍ່ເພງຮິດ Afrobeats ຕົວແທນຈາກທະວີບອາຟຣິກາ (ໄນຈີເຣຍ) ເພງ “GOALS” ຖືກຮຽບຮຽງ ແລະ ຜະລິດໂດຍ Cirkut ໂປຣດິວເຊີມືທອງລະດັບລາງວັນ Grammy Awards ໂດຍຕົວເພງເປັນການປະສົມປະສານລະຫວ່າງດົນຕີ K-Pop, Afro-pop ແລະ Brazilian Funk ເຮັດໃຫ້ມີຈັງຫວະທີ່ຄຶກຄັກ, ສ້າງຄວາມຕື່ນເຕັ້ນ ແລະ ປຸກພະລັງໃຫ້ກັບນັກກິລາລວມເຖິງແຟນບານທົ່ວໂລກໄດ້ເປັນຢ່າງດີ.
ນອກຈາກການປ່ອຍບົດເພງໃຫ້ຮັບຟັງກັນແລ້ວ ມີລາຍງານວ່າ ທັງ 3 ສິນລະປິນ ແພັກທີມກຽມຂຶ້ນສະແດງສົດຮ່ວມກັນເປັນຄັ້ງທຳອິດ ໃນພິທີເປີດການແຂ່ງຂັນ FIFA World Cup 2026 ທີ່ຈະຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ສະໜາມ SoFi Stadium ນະຄອນລອສແອນເຈລິສ ສະຫະລັດອາເມລິກາ ໃນວັນທີ 12 ມິຖຸນາ 2026 ນີ້ ໂດຍຈະຮ່ວມເວທີກັບສິນລະປິນຊື່ດັງລະດັບໂລກອີກຫຼວງຫຼາຍ ເຊັ່ນ: Katy Perry, Future ແລະ Tyla ທີ່ຈະມາຮ່ວມສ້າງປະຫວັດສາດໜ້າໃໝ່ໃຫ້ກັບວົງການບານໂລກໃນປີນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















