ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ອາວຸດ​ເຂັ້ມແຂງ ແນວ​ຄິດ​ໜັກ​ແໜ້ນ ຈິດໃຈ​ເສຍສະຫຼະ ໜ້າທີ່​ຈຶ່ງ​ສຳເລັດ
ເວລາອອກຂ່າວ: 2026-05-27 10:09:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 294 | ຄວາມນິຍົມ:



ການ​ຮຽນ “ທິດ​ສະ​ດີ​ການເມືອງ-ແນວ​ຄິດ” ແມ່ນ​ການ​ສຶກ​ສາ​ເພື່ອ​ໃຫ້​ເຂົ້າໃຈ​ແນວທາງ​ການເມືອງ, ຫຼັກການ​ນຳພາ, ອຸດົມ​ການ ແລະ ແນວ​ຄິດ​ທາງ​ສັງຄົມ ຂອງ​ພັກ ຫຼື ລັດ ເພື່ອ​ໃຫ້​ຜູ້​ຮຽນ​ມີ​ຄວາມ​ເຂົ້າໃຈ​ດ້ານ​ການເມືອງ, ມີ​ຈຸດ​ຍືນ ແລະ ຄວາມ​ຄິດ​ທີ່​ຖືກຕ້ອງ​ເຂົ້າໃຈ​ແຈ້ງ​ກ່ຽວ​ກັບ ປະຫວັດ​ການເມືອງ ແລະ ການ​ປະຕິວັດ, ອຸດົມ​ການ ແລະ ແນວ​ຄິດ​ທາງ​ການເມືອງ, ໜ້າທີ່​ຂອງ​ພົນລະເມືອງ ແລະ ຄວາມ​ຮັກ​ຊາດ, ລະບຽບ​ວິໄນ, ຈັນ​ຍາ​ບັນ ແລະ ຈິດໃຈ​ຮັບ​ໃຊ້​ປະຊາຊົນ, ນະໂຍບາຍ ແລະ ແນວທາງ​ການ​ພັດທະນາ​ປະເທດ ໂດຍ​ສະເພາະ​ໃນ​ກຳລັງ​ປະກອບ​ອາວຸດ ຕ້ອງ​ເຂົ້າໃຈ​ແຈ້ງ​ຕໍ່ໜ້າ​ທີ່ ຄວາມ​ຈົງ​ຮັກ​ພັກດີ​ຕໍ່ ພັກ ຕໍ່​ປະເທດ​ຊາດ ແລະ ຕໍ່​ປະຊາຊົນ ມີຈິດໃຈ​ເສຍສະຫຼະ ຄວາມ​ສາມັກຄີ ແລະ ມີລະບຽບ​ວິໄນ. ການ​ຮຽນ​ທິດ​ສະ​ດີ​ການເມືອງ-ແນວ​ຄິດ ໃຫ້​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຄວນ​ເລີ່ມ​ຈາກ “ພື້ນຖານ​ຄວາມ​ຄິດ ແລະ ຄວາມ​ເຂົ້າໃຈ​ສັງຄົມ” ກ່ອນ ເພາະ​ຖ້າ​ບໍ່​ເຂົ້າໃຈ​ພື້ນຖານ ກໍ​ຈະ​ຍາກ​ທີ່​ຈະ​ເຂົ້າໃຈ​ອຸດົມ​ການ ຫຼື ແນວ​ຄິດ​ການເມືອງ​ໄດ້​ເລິກເຊິ່ງ. ຄຳ​ວ່າ “ການເມືອງ” ແມ່ນ​ການ​ບໍລິຫານ ແລະ ນຳພາ​ສັງຄົມ ແນວ​ຄິດ ແມ່ນ​ຫຼັກ​ຄວາມ​ຄິດ ຫຼື ອຸດົມ​ການ​ທີ່​ນຳ​ທາງ​ການ​ປະຕິບັດ ສຶກ​ສາ​ປະຫວັດສາດ​ຂອງ​ປະ ເທດ, ການ​ຕໍ່ສູ້, ການ​ປະຕິວັດ ແລະ ການ​ພັດທະນາ ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ເຫດ​ໃດ​ຈຶ່ງ​ເກີດ​ແນວ​ຄິດ​ຕ່າງໆ ເຊັ່ນ: ຄວາມ​ຮັກ​ຊາດ, ຄວາມ​ສາມັກຄີ, ວິໄນ, ຄວາມ​ຮັບຜິດຊອບ ເປັນ​ຮາກ​ຖານ​ຂອງ​ແນວ​ຄິດ​ການເມືອງ, ບໍ່​ພຽງ​ແຕ່​ຈື່ ແຕ່​ຕ້ອງ​ຮູ້ຈັກ​ ວິເຄາະ​ວ່າ: ເຫດ​ໃດ​ຈຶ່ງ​ເກີດ​ນະໂຍບາຍ​ນັ້ນ, ມີ​ຜົນ​ດີ-ຜົນ​ເສຍ​ແນວໃດ, ສົ່ງ​ຜົນ​ຕໍ່​ສັງຄົມ​ແນວໃດ. ສຳລັບ ການ​ຮຽນ​ທິດ​ສະ​ດີ​ການເມືອງ-ແນວ​ຄິດ ໃນ​ກຳລັງ​ປະກອບ​ອາວຸດ ແມ່ນ​ຂະ​ບວນ​ການ​ສຶກ​ສາ​ອົບຮົມ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ ເພື່ອ​ສ້າງ​ກຳລັງ​ພົນ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ທັງ​ດ້ານ​ແນວ​ຄິດ, ຈິດໃຈ ແລະ ວິໄນ. ບໍ່​ແມ່ນ​ພຽງ​ແຕ່​ການ​ຮຽນ​ທິດ​ສະ​ດີ​ຕາມ​ໜັງສື​ເທົ່າ​ນັ້ນ ແຕ່​ເປັນ​ການ​ປູກຝັງ​ອຸດົມ​ການ, ຄວາມ​ຮັກ​ຊາດ, ຄວາມ​ສາມັກຄີ ແລະ ຄວາມ​ຈົງ​ຮັກ​ຕໍ່ໜ້າ​ທີ່ ເພື່ອ​ໃຫ້ ກຳລັງ​ປະກອບ​ອາວຸດ ສາມາດ​ປະຕິບັດ​ພາລະກິດ​ໄດ້​ຢ່າງ​ຖືກຕ້ອງ ແລະ ໜັກ​ແໜ້ນ. ໃນ​ກຳລັງ​ປະກອບ​ອາວຸດ ການ​ຮຽນ​ທິດ​ສະ​ດີ​ການເມືອງ-ແນວ​ຄິດ ແມ່ນ​ເປັນ​ພື້ນຖານ​ສຳຄັນ​ຂອງ​ການ​ສ້າງ​ກຳລັງ​ພົນ ເພາະ​ກຳລັງ​ປະກອບ​ອາວຸດ ບໍ່​ໄດ້​ມີ​ພຽງ​ແຕ່​ຄວາມ​ສາມາດ​ດ້ານ​ການ​ຮົບ ຫຼື ການ​ໃຊ້​ອາວຸດ​ເທົ່າ​ນັ້ນ ແຕ່​ຕ້ອງ​ມີ​ຈິດໃຈ​ທາງ​ການເມືອງ​ທີ່​ໜັກ ແໜ້ນ, ຮູ້ຈັກ​ໜ້າທີ່ ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕໍ່​ຊາດ ແລະ ປະຊາ ຊົນ. ການ​ຮຽນ​ນີ້​ຊ່ວຍ​ໃຫ້​ກຳລັງ​ພົນ​ມີ​ຈຸດ​ຍືນ​ທີ່​ຊັດ​ເຈນ, ຮູ້​ຖືກ-ຜິດ, ເຂົ້າໃຈ​ແນວທາງ ແລະ ນະໂຍບາຍ​ຂອງ​ພັກ-ລັດ ພ້ອມ​ທັງ​ມີ​ຄວາມ​ສາມາດ​ຕ້ານທານ​ແນວ​ຄິດ ຫຼື ຂ່າວສານ​ທີ່​ບິດ​ເບືອນ. ນອກຈາກ​ນັ້ນ ການ​ຮຽນ​ທິດ​ສະ​ດີ​ການເມືອງ-ແນວ​ຄິດ ຍັງ​ມີ​ບົດບາດ​ໃນ​ການ​ສ້າງ​ລະບຽບ​ວິໄນ ແລະ ຄວາມ​ສາມັກຄີ​ພາຍ​ໃນ ເປັນ​ກຳລັງ​ທີ່​ມີ​ແນວ​ຄິດ​ຮູ້ຈັກ​ເຄົາລົບ​ລະບຽບ, ເສຍສະຫຼະ​ເພື່ອ​ສ່ວນ​ລວມ, ມີ​ຈິດໃຈ​ຊ່ວຍເຫຼືອ ແລະ ມີ​ຄວາມ​ອົດທົນ​ຕໍ່​ຄວາມ​ຫຍຸ້ງຍາກ. ສິ່ງ​ເຫຼົ່າ​ນີ້​ເປັນ​ປັດ​ໄຈ​ສຳຄັນ​ທີ່​ເຮັດ​ໃຫ້​ກຳລັງ​ປະກອບ​ອາວຸດ​ມີ​ຄວາມ​ເຂັ້ມແຂງ ແລະ ສາມາດ​ປະຕິບັດ​ພາລະກິດ​ໄດ້​ຢ່າງ​ມີ​ປະສິດທິພາບ. ອີກ​ດ້ານ​ໜຶ່ງ, ການ​ຮຽນ​ຍັງ​ເຝິກ​ໃຫ້​ຮູ້ຈັກ​ຄິດ​ວິເຄາະ ແລະ ມີ​ສະຕິ​ໃນ​ການ​ຮັບ​ຂ່າວສານ. ໃນ​ຍຸກ​ທີ່​ຂໍ້​ມູນ​ຂ່າວສານ​ເຜີຍແຜ່​ໄດ້​ໄວ ການ​ມີ​ພື້ນຖານ​ແນວ​ຄິດ​ໜັກ​ແໜ້ນ ຈະ​ຊ່ວຍ​ໃຫ້​ສາມາດ​ວິເຄາະ​ຂໍ້​ມູນ​ທີ່​ຖືກຕ້ອງ ແລະ ບໍ່​ຫຼົງ​ເຊື່ອ​ຂ່າວ​ລື ຫຼື ການ​ປຸກ​ປັ່ນ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຊາດ. ໂດຍ: ໂຊ​ເລ້ ບຸນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ