ສະພາບການເຄື່ອນໄຫວປະຕິວັດ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ກ່ອນຖືກຈັບກຸມຄຸມຂັງ
ເວລາອອກຂ່າວ: 2026-05-25 10:42:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 577 | ຄວາມນິຍົມ: ![]()
ໂດຍປະຕິບັດຕາມສັນຍາວຽງຈັນ ປີ 1957 ຜູ້ນຳພັກ ແລະ ແນວລາວຮັກຊາດ ພ້ອມທັງກຳລັງທັງໝົດ ຂອງຝ່າຍປະເທດລາວ ທີ່ເຕົ້າໂຮມຢູ່ສອງ ແຂວງ ຫົວພັນ ແລະ ຜົ້ງສາລີ ເຂົ້າລວມລາວ ຄັ້ງທີ 1, ບັນດາພະນັກງານຂັ້ນສູງຂອງແນວລາວຮັກຊາດ ໄດ້ເຂົ້າຮ່ວມເປັນ ລັດຖະມົນຕີ ໃນຄະນະລັດຖະ ບານປະສົມແຫ່ງຊາດ 2 ຝ່າຍ ມີສະເດັດເຈົ້າ ສຸພາ ນຸວົງ ແລະ ທ່ານ ພູມີ ວົງວິຈິດ, ກຳລັງທະຫານ 1.500 ຄົນ ຈັດຕັ້ງເປັນ 2 ກອງພັນຄື: ກອງພັນທີ 1 ຕັ້ງຢູ່ເມືອງຊຽງເງິນ (ຫຼວງພະບາງ), ກອງພັນທີ 2 ຕັ້ງຢູ່ ທົ່ງໄຫຫີນ (ຊຽງຂວາງ), ກອງໜູນ 10.000 ກວ່າຄົນຢູ່ໃນ 12 ແຂວງເພື່ອເປັນພົນລະເມືອງ, ສ້າງຮາກຖານການເມືອງ, ຈຳ ນວນໜຶ່ງຖືກຄັດເລືອກໄປຮຽນຍາວນານເພື່ອເປັນພະນັກງານສືບທອດ.
ວັນທີ 4 ພຶດສະພາ 1958 ໄດ້ເລືອກຕັ້ງຜູ້ແທນລາຊະດອນເພີ່ມເຕີມ, ຝ່າຍແນວລາວຮັກຊາດ ແລະ ສັນຕິພາບເປັນກາງໄດ້ 13 ທີ່ນັ່ງ ໃນຈຳນວນ 21 ທີ່ນັ່ງ ໃນນີ້, ມີແມ່ຍິງ 1 ຄົນແມ່ນປ້າ ຄຳແພງ ບຸຜາ ເປັນຄັ້ງທຳອິດທີ່ ແມ່ ຍິງລາວໄດ້ເປັນຜູ້ແທນ.
ຜ່ານການເຄື່ອນໄຫວປະຕິບັດຄວາມຖືກຕ້ອງປອງດອງຊາດ ຂອງຝ່າຍກຳລັງຮັກຊາດ ແລະກຳລັງສະໜັບສະໜູນແນວລາວຮັກຊາດ ນັບມື້ນັບມີອິດທິພົນສູງເດັ່ນຂຶ້ນ ໃນທົ່ວປະເທດ ແລະ ເວທີສາກົນ, ແຕ່ກົງກັນຂ້າມບົດບາດ, ອິດທິພົນຂອງຝ່າຍວຽງຈັນ ລູກມືຂອງຈັກກະພັດອາເມຣິກາ ພັດນັບມື້ຫຼຸດລົງ, ກົນອຸບາຍຫຼອກເສືອອອກຈາກຖ້ຳ ເພື່ອຂ້າເສືອ ພ້ອມທັງເລ່ຫຼ່ຽມຫັນປ່ຽນໂດຍສັນ ຕິຂອງຈັກກະພັດອາເມຣິກາ ແລະ ລູກມື ໄດ້ຖືກປະລາໄຊຢ່າງໜັກໜ່ວງ. ຍ້ອນແນວນັ້ນ ສັດຕູຈຶ່ງດຳເນີນການປາບປາມຈັບກຸມຄຸມຂັງ ກຳລັງຂອງຝ່າຍແນວລາວຮັກຊາດ ແລະ ບຸກຄົນທີ່ຮັກຊາດຢ່າງໂຫດຮ້າຍຄື: ວັນທີ 22 ກໍລະກົດ 1958 ຜຸຍ ຊະນະ ນິກອນ ລູກມືຂອງຈັກກະພັດອາເມຣິກາ ໄດ້ໂຄ່ນລົ້ມລັດຖະ ບານປະສົມແຫ່ງຊາດ 2 ຝ່າຍ ໂດຍແມ່ນ ເຈົ້າສຸວັນນະພູມາ ເປັນນາຍຍົກລັດຖະມົນຕີແລ້ວ ຜຸຍ ຊະນະນິກອນ ຂຶ້ນເປັນນາຍຍົກ ລັດຖະມົນຕີ. ຈາກນັ້ນ, ຜຸຍ ຊະ ນະນິກອນ ໄດ້ຂໍສິດພິເສດຈາກສະພາ ດຳເນີນການປັບປຸງຄະນະລັດຖະບານຊຸດໃໝ່ ໂດຍບໍ່ເອົາຄົນຂອງແນວລາວຮັກຊາດເຂົ້າຮ່ວມນຳ, ໄດ້ອອກກົດໝາຍຕ້ານກອມມູນິດ, ລົບລ້າງສັນຍາເຊີແນວ ປີ 1954 ແລະ ສັນຍາວຽງຈັນ ປີ 1957, ປາບປາມຂະບວນການປະຕິວັດທົ່ວປະເທດ.
ເດືອນ ເມສາ 1959, ສູນກາງພັກ ໄດ້ເປີດກອງປະຊຸມຢູ່ວຽງຈັນເປັນຄັ້ງສຸດທ້າຍ ເພື່ອສັງເກດຕີລາຄາສະພາບການ ແລະ ວາງແຜນນະໂຍບາຍຫັນທິດຕໍ່ສູ້. ໃນກອງປະຊຸມ ປະທານ ໄກສອນ ພົມວິຫານ ເລຂາຄະນະຊີ້ນຳສູນກາງພັກ ໄດ້ເວົ້າວ່າ “ປັດຈຸບັນນີ້ ຈັກກະພັດອາເມຣິກາ ແລະ ລູກມື ແນ່ນອນຈະສືບຕໍ່ປາບປາມ ກຳລັງແນວລາວຮັກຊາດ, ປາບປາມຂະບວນການປະຕິວັດ. ສະ ນັ້ນ, ພວກເຮົາຕ້ອງໄດ້ຫັນທິດຕໍ່ສູ້ຈາກການຕໍ່ສູ້ການເມືອງ ໄປສູ່ການຕໍ່ສູ້ອາວຸດເປັນຕົ້ນຕໍ, ຜູ້ໃດມີຖານະຖືກກົດໝາຍຕ້ອງສືບຕໍ່ການຕໍ່ສູ້ຈົນເຖິງທີ່ສຸດ, ເຖິງວ່າສັດຕູຈັບກຸມຄຸມຂັງ ກໍຕ້ອງກຽມພ້ອມ ແລະ ອົດທົນຜ່ານຜ່າ, ສ່ວນຜູ້ບໍ່ມີຖານະຖືກຕ້ອງຕາມກົດໝາຍ ຕ້ອງກັບຄືນເຂດທີ່ໝັ້ນ". ຈຳນວນລັດຖະມົນຕີ ແລະ ຜູ້ແທນລາຊະດອນທີ່ເຄື່ອນໄຫວເປີດເຜີຍລວມມີ ປະທານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີຊະ ນະ ສີສານ ໃຫ້ສືບຕໍ່ເຄື່ອນໄຫວຢູ່ ວຽງຈັນ, ຈຳນວນທີ່ຫັນລົງເຄື່ອນໄຫວປິດລັບ ໃຫ້ກັບຄືນເຂດທີ່ໝັ້ນ ລວມມີ: ປະທານ ໄກສອນ ພົມວິຫານ, ທ່ານ ຄຳໄຕ ສີພັນດອນ, ທ່ານ ສີສົມພອນ ລໍວັນໄຊ, ທ່ານ ສີສະຫວາດ ແກ້ວບຸນພັນ, ທ່ານ ບຸນ ພົມມະຫາໄຊ ທັງສອງພາກສ່ວນ ໄດ້ໃຫ້ຄຳປະຕິຍານຕໍ່ກັນ, ປະທານ ສຸພານຸວົງ ຕາງໜ້າຄະນະເຄື່ອນໄຫວເປີດເຜີຍຢູ່ວຽງຈັນ ໄດ້ປະຕິຍານວ່າ: ຈະເດັດດ່ຽວຕໍ່ການເມືອງຈົນເຖິງທີ່ສຸດ, ເຖິງວ່າຖືກສັດຕູຈັບກໍຍອມເສຍສະຫຼະ ເພື່ອປະ ເທດຊາດ ແລະ ໄຊຊະນະຂອງການປະຕິວັດ, ປະທານ ໄກສອນ ພົມວິຫານ ເລຂາຄະນະຊີ້ນຳສູນກາງພັກ ກໍໄດ້ປະຕິຍານຢ່າງໜັກ ແໜ້ນວ່າ: ຈະເດັດດ່ຽວຕໍ່ສູ້ເພື່ອພາລະກິດປະຕິວັດ ຈົນເຖິງວັນໄຊຊະນະສຸດທ້າຍ, ຖ້າພວກສະ ຫາຍຖືກສັດຕູຈັບກຸມຄຸມຂັງ, ພວກເຮົາຈະເປັນຜູ້ປຸກລະດົມປະຊາຊົນ ມາປົດປ່ອຍເອົາພວກສະ ຫາຍ, ພວກສະຫາຍຕ້ອງເຊື່ອໝັ້ນແນວທາງອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ກຳລັງແຮງຂອງມະຫາຊົນ.
ພາຍຫຼັງກອງປະຊຸມສູນກາງ ແລ້ວ, ປະທານ ໄກສອນ ພົມວິ ຫານ ແລະ ທ່ານ ຄຳໄຕ ສີພັນດອນກໍໄດ້ອອກຈາກວຽງຈັນ ກັບ ຄືນເຂດທີ່ໝັ້ນປະຕິວັດ, ສ່ວນບັນ ດາທ່ານທີ່ເຄື່ອນໄຫວເປີດເຜີຍ ຄື: ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີຊະນະ ສີສານ ກໍໄດ້ສືບຕໍ່ເຄື່ອນໄຫວໃນລັດຖະບານ ແລະ ສະພາຜູ້ແທນລາຊະດອນ ຕໍ່ສູ້ການເມືອງຢ່າງເດັດດ່ຽວໜຽວແໜ້ນ.
ວັນທີ 11 ພຶດສະພາ 1959 ພວກ ຜຸຍ ຊະນະນິກອນ ກໍອອກຄຳສັ່ງໃຫ້ກຳລັງທະຫານປິດລ້ອມກອງພັນທີ 1 ແລະ ກອງພັນທີ 2, ເຊົ້າມື້ຕໍ່ມາ ພວກເຂົາໄດ້ໃຊ້ກຳລັງຕຳຫຼວດປິດລ້ອມກັກຂັງ ບໍລິເວນເຮືອນບັນດາຜູ້ນຳຂອງພັກ, ແນວລາວຮັກຊາດ ແລະ ຂອງຄະນະສັນຕິພາບເປັນກາງ. ວັນທີ 18 ກໍລະກົດ 1959 ພວກເຂົາໄດ້ດຳເນີນການຈັບກຸມຄຸມຂັງ ບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ 16 ທ່ານຄື: ປະທານ ສຸພານຸວົງ, ທ່ານ ໜູຮັກພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີທົນ ກົມມະດຳ, ທ່ານ ສິງກະໂປ ສີໂຄດ ຈຸນລະມະນີ, ທ່ານ ໝື່ນ ສົມວິຈິດ, ທ່ານ ສີຊະນະ ສີສານ, ທ່ານ ມາ ໄຂຄຳພິທູນ, ທ່ານ ຄຳຜາຍ ບູຜາ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາ ສົມບູນ ວົງໜໍ່ບຸນທຳ, ທ່ານ ເພົ້າ ພິມມະຈັນ, ທ່ານ ຄຳເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ລົງອີສານ.
ຮຽບຮຽງໂດຍ: ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















