ບົດຮຽນອັນລ້ຳຄ່າ ຂອງໄຊຊະນະບັ້ນຮົບດຽນບຽນຝູ ໄດ້ຍູ້ແຮງໃຫ້ແກ່ຂະບວນການປົດປ່ອຍຊາດ ແລະ ສະຖາປະນາ ສປປ ລາວ
ເວລາອອກຂ່າວ: 2026-05-22 09:26:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 665 | ຄວາມນິຍົມ: ![]()
72 ປີ ໄຊຊະນະບັ້ນຮົບດຽນບຽນຝູ ໄດ້ນຳພາປະຊາຊົນຫວຽດນາມອ້າຍນ້ອງ ມີການພັດທະນາຢ່າງຮອບດ້ານ ມີຜົນ ງານຍິ່ງໃຫຍ່ ແລະ ມີຄວາມໝາຍປະຫວັດສາດ, ດ້ານການ ເມືອງ ຮັກສາໄດ້ສະຖຽນລະພາບ, ບົດບາດການນຳພາ ແລະ ຄວາມສາມາດກຳອຳນາດ ຂອງພັກກອມມູນິດ ໄດ້ຮັບການຍົກສູງຂຶ້ນ, ລະບົບການບໍລິຫານລັດ ມີຄວາມເຂັ້ມແຂງ, ປະຊາຊົນມີ ຄວາມເຊື່ອໝັ້ນ ແລະ ເດີນຕາມພັກ; ດ້ານເສດຖະກິດເສດຖະ ກິດຫວຽດນາມ ໄດ້ເຕີບໂຕຢ່າງ ຕໍ່ເນື່ອງ ແລະ ໝັ້ນທ່ຽງ, ປະຊາ ຊົນຫຼຸດພົ້ນອອກຈາກຄວາມທຸກ ຍາກ, ຫຼຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບຂຶ້ນ, ກຳ ລັງແຮງສັງລວມຂອງຊາດ ໄດ້ ຮັບການຍົກສູງຂຶ້ນ; ດ້ານສັງ ຄົມ ໄດ້ມີຄວາມກ້າວໜ້າ, ຊັບພະ ຍາກອນມະນຸດ ໄດ້ຮັບການພັດ ທະນາດ້ວຍຄຸນະພາບສູງ; ດ້ານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບສາມາດຮັກສາໄດ້ຄວາມ ເປັນເອກະລາດແຫ່ງຊາດ, ອຳ ນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ນັບທັງນ່ານນ້ຳ, ນ່ານຟ້າ, ເກາະ ດອນ ແລະ ລະບອບສັງຄົມນິຍົມ; ດ້ານການຕ່າງປະເທດ ກໍເປີດກວ້າງ, ທີ່ຕັ້ງ, ບົດບາດ ແລະ ອິດທິພົນ ຂອງຫວຽດນາມ ໄດ້ຮັບການຍົກສູງຂຶ້ນໃນພາກພື້ນ ແລະ ສາກົນ.
ບົດຮຽນອັນລ້ຳຄ່າ ຂອງໄຊຊະນະບັ້ນຮົບດຽນບຽນຝູ ໄດ້ຍູ້ແຮງໃຫ້ແກ່ຂະບວນການປົດປ່ອຍຊາດ ແລະ ສະຖາປະນາ ສປປ ລາວ ຄື: ບົດຮຽນການປຸກ ລະດົມຈິດໃຈຮັກຊາດ, ຄວາມເດັດດ່ຽວອົງອາດ, ກ້າແກ່ນ, ເດັດຂາດມີໄຊ ໃນການຕໍ່ສູ້ຂອງທົ່ວພັກ, ທົ່ວກອງທັບ ແລະ ປະ ຊາຊົນລາວບັນດາເຜົ່າ; ບົດຮຽນໃນການເສີມຂະຫຍາຍຄວາມເປັນເອກະລາດແຫ່ງຊາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ມີຫົວຄິດປະດິດສ້າງໃນການ ກຳນົດແນວທາງປະຕິວັດ ແລະ ຍຸດທະສາດການທະຫານທີ່ຖືກ ຕ້ອງ; ບົດຮຽນໃນການສ້າງ ຄວາມສາມັກຄີທົ່ວປວງຊົນບັນ ດາເຜົ່າ ພາຍໃຕ້ການນຳພາຂອງພັກ; ບົດຮຽນໃນການສົມທົບກຳ ລັງແຮງຂອງຊາດ ກັບກຳລັງແຮງ ຂອງຍຸກສະໄໝ, ກຳລັງແຮງພາຍໃນປະເທດ ແລະ ການຊ່ວຍເຫຼືອໃຫ້ການສະໜັບສະໜູນ ຈາກປະເທດບ້ານໃກ້ເຮືອນຄຽງ ແລະ ສາກົນ.
ບັນດາບົດຮຽນທີ່ກ່າວມານີ້ ໄດ້ເປັນທິດສະດີເຍືອງທາງ, ເປັນພຶດຕິກຳທີ່ມີຊີວິດຊີວາ ທີ່ນັກຮົບປະຕິວັດລາວ ໝູນໃຊ້ຢ່າງປະດິດສ້າງ ເຂົ້າໃນການປະຕິວັດລາວ ແລະ ໄດ້ພິສູດໃຫ້ເຫັນໃນພຶດຕິກຳແຫ່ງການສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















