12 ປີ ກຳລັງປະກອບອາວຸດທ້ອງຖິ່ນທະຫານແຂວງໄຊສົມບູນ ໄດ້ຮັບການປັບປຸງ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ
ເວລາອອກຂ່າວ: 2026-05-21 08:58:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 250 | ຄວາມນິຍົມ: ![]()
ໃນໄລຍະຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ແຂວງໄຊສົມບູນ ແມ່ນແຂວງໜຶ່ງ ເຄີຍມີມູນເຊື້ອຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ ຍອມຈຳນົນ, ເພື່ອຕ້ານກັບລູກ ແຫຼ້ງຕີນມືຂອງຈັກກະພັດອາເມຣິກາ ໃນສະໄໝສົງຄາມ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ເຊິ່ງເລີ່ມແຕ່ປີ 1960 ເປັນ ຕົ້ນມາ ເປັນໄລຍະຕໍ່ສູ້ກູ້ຊາດຈົນ ເຖິງປີ 1975 ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກ່ອນສ້າງຕັ້ງແຂວງໄຊສົມບູນ ໃນປັດຈຸບັນນີ້, ໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ ທີ່ຫຍຸ້ງຍາກລຳບາກຍືດເຍື້ອຍາວນານ ທີ່ດຸ ເດືອດ, ການເສຍສະຫຼະອັນສູງສົ່ງ, ຕໍ່ສູ້ຢ່າງພິລະອາດຫານ, ສ້າງຜົນງານໄດ້ຫຼາຍດ້ານສົມກັບ ຄວາມເຊື່ອໝັ້ນ ແລະ ໄວ້ວາງ ໃຈຂອງພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງໄຊສົມ ບູນ. ໃນນີ້, ກຳລັງປະກອບອາວຸດທ້ອງຖິ່ນ ກໍຄືກອງບັນຊາການທະຫານແຂວງໄຊສົມບູນ ໄດ້ກຳເນີດເກີດຂຶ້ນ, ກ່ອນການສ້າງ ຕັ້ງແຂວງໄຊສົມບູນ, ຍ້ອນຄວາມຮຽກຮ້ອງຕ້ອງການ ໃນການປົກປັກຮັກສາບ້ານເມືອງ ແລະ ຂະບວນການຕໍ່ສູ້ຂອງປະຊາຊົນ, ຕະຫຼອດໄລຍະຊຸມປີຜ່ານມາ ກຳລັງປະກອບອາວຸດປ້ອງກັນຊາດ ແຂວງໄຊສົມບູນ ໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງຈົບງາມ ແລະ ປັບປຸງກໍ່ສ້າງກຳລັງ ນັບມື້ເຕີບໃຫຍ່ຂະ ຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ຄະນະພັກແຂວງໄຊສົມບູນ ໄດ້ມີຄວາມເຊື່ອໝັ້ນໜັກແໜ້ນ ຕໍ່ກຳລັງປະ ກອບອາວຸດປ້ອງກັນຊາດ, ເພື່ອຮັກສາມູນເຊື້ອອັນດີງາມຂອງກອງທັບ, ມູນເຊື້ອຕໍ່ສູ້ພິລະອາດຫານ ພ້ອມກັນສ້າງຜົນງານໃໝ່ ໃຫຍ່ຫຼວງກວ່າເກົ່າ ສ້າງຄວາມໄວ້ເນື້ອເຊື່ອໃຈ ຕໍ່ການນຳຂອງແຂວງ ແລະ ປະຊາຊົນລາວບັນ ດາເຜົ່າ, ທີ່ໃຫ້ຄວາມເຊື່ອໝັ້ນ ໃຫ້ສົມເປັນກຳລັງປະກອບອາວຸດຂອງປະຊາຊົນ ໂດຍປະຊາຊົນເພື່ອປະຊາຊົນ ຢ່າງແທ້ຈິງ.
ສະຫາຍ ພົນຈັດຕະວາ ໝອນຄຳ ດວງສະຫວັນ ກຳມະ ການຄະນະປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ ໃຫ້ຮູ້ວ່າ: ນັບແຕ່ມື້ສ້າງຕັ້ງ ກອງບັນຊາການທະຫານແຂວງໄຊສົມບູນ ໃນວັນທີ 8 ພຶດສະພາ 2014, ມາຮອດປັດຈຸບັນ (ປີ 2026) ຄົບຮອບ 12 ປີພໍດີ, ເຊິ່ງຕະຫຼອດໄລຍະຜ່ານມາ ກຳລັງປະກອບອາວຸດຂອງພວກເຮົາ ກໍໄດ້ຮັບການປັບປຸງກໍ່ສ້າງຕົນເອງ ໃນທຸກດ້ານ ເປັນຕົ້ນແມ່ນ ຂະບວນການແກ້ໄຂເຮັດໃຫ້ສະພາບມີຄວາມສະຫງົບ ໄປພ້ອມກັນການປັບປຸງກໍ່ສ້າງກຳລັງ ໃຫ້ພຽງພໍກັບໂຄງປະກອບດ້ານຈຳ ນວນພົນ ເຮັດໃຫ້ກົມກອງມີ ຄວາມເຕີບໃຫຍ່ຂຶ້ນເທື່ອລະກ້າວ, ມີບັນດາກອງພັນນ້ອຍທີ່ມາຈາກຫຼາຍເຂດແຂວງ, ກອງພົນ, ກົມກອງ ກໍໄດ້ກໍ່ສ້າງບັນດາກົມກອງເຫຼົ່າຮົບວິຊາສະເພາະ ເຊັ່ນ: ກອງ ຮ້ອຍທະຫານຮາບ, ວິຊາສະ ເພາະ, ສ້າງຕັ້ງກອງພັນນ້ອຍເພີ່ມອີກ 2 ກອງພັນນ້ອຍ. ນອກນີ້, ຢູ່ແຕ່ລະເມືອງກໍມີກຳລັງທະຫານເມືອງ, ສ່ວນດ້ານການຊີ້ນຳ-ນຳພາຈັດຕັ້ງປະຕິບັດໜ້າທີ່ວຽກງານ, ທຸກການເຄື່ອນໄຫວ ໄດ້ມີການປະສານສົມທົບຢູ່ແຕ່ລະກົມກອງ.
ໄປຄຽງຄູ່ກັບວຽກງານປັບປຸງກໍ່ສ້າງກຳລັງ, ກອງ ບັນຊາການທະຫານແຂວງ ຍັງໄດ້ພົວພັນຮ່ວມມືກັບຕ່າງປະ ເທດ ຍາດແຍ່ງເອົາທຶນຮອນມາ ພັດທະນາພື້ນຖານໂຄງລ່າງ ແລະ ຮ່ວມກັບກອງຂຸດຄົ້ນ ຊອກຂຸດຄົ້ນຮ່າງອັດຖິ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ໃນປາງສົງຄາມ ຢູ່ເຂດລ້ອງແຈ້ງ, ທົ່ງໄຫຫີນຊຽງຂວາງ, ສ້າງເງື່ອນໄຂເຮັດໃຫ້ແຂວງໄຊສົມບູນ ມີຄວາມສະຫງົບຢ່າງໜັກແໜ້ນ. ເພື່ອປະ ຕິບັດແຜນການຟື້ນຟູພື້ນຖານໂຄງລ່າງ ຂອງກຳລັງໃຫ້ແໜ້ນໜາກວ່າເກົ່າ, ໂດຍຕິດພັນກັບການຟື້ນຟູເສດຖະກິດ-ສັງຄົມຂອງແຂວງ ແລະ ກ້າວເຂົ້າຂະຫຍາຍເສດຖະກິດສັງຄົມ 5 ປີຂອງແຂວງສຳເລັດ, ນັບແຕ່ມື້ປະກາດສ້າງຕັ້ງກຳລັງປະກອບອາວຸດທ້ອງຖິ່ນ ກອງບັນຊາການທະ ຫານແຂວງໄຊສົມບູນ ໄດ້ມີລະ ບຽບແບບແຜນ ແລະ ທັນສະໄໝເປັນກ້າວໆ ພ້ອມກັນນັ້ນ, ການປັບປຸງການຂະຫຍາຍກຳລັງກອງຫຼອນ-ປ້ອງກັນຕົວ ກໍໄດ້ຮັບການຂະຫຍາຍຕົວຢ່າງກວ້າງຂວາງ ຢູ່ບັນດາເມືອງ, ບ້ານ, ດ້ານໂຄງປະກອບການຈັດຕັ້ງ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຮັບການປັບປຸງເຮັດໃຫ້ກຳລັງ ນັບມື້ນັບຂະຫຍາຍຕົວ ສາມາດຕອບສະໜອງໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນ ບັນດາເມືອງ, ກົມກອງ ແລະ ທີ່ຕັ້ງຍຸດທະສາດ ໄດ້ເພີ່ມທະວີດ້ານປະລິມານ ແລະ ຄຸນນະພາບ, ເພື່ອປົກປັກຮັກ ສາຈຸດຕ່າງໆ ບັນດາປ້ອມ, ບໍລິ ສັດ ແລະ ຕາມເສັ້ນທາງ, ນີ້ແມ່ນ ການຈັດຕັ້ງຜັນຂະຫຍາຍຕາມ ທິດທາງຍຸດທະສາດ ຂອງກະ ຊວງປ້ອງກັນປະເທດ ກຳລັງທະ ຫານຮາບໄດ້ຮັບການປັບປຸງ, ການປະກອບເພີ່ມເຕີມໃຫ້ແກ່ເຫຼົ່າຮົບຕ່າງໆ ພ້ອມນັ້ນ, ກຳລັງຂອງກອງບັນຊາການທະຫານແຂວງ ໄດ້ຮັກສາທາດແທ້ມູນເຊື້ອການຂົນຂວາຍປະຊາຊົນ ລົງກໍ່ສ້າງ ຮາກຖານ ແລະ ເພີ່ມພູນຜະລິດ ຜົນ, ຍາມໃດກໍຢູ່ໃນທ່າກຽມພ້ອມສູ້ຮົບ, ຮັກສາຄວາມສະຫງົບ ໃນຂອບເຂດທົ່ວແຂວງໄຊສົມບູນ, ໂຄສະນາຂົນຂວາຍ, ປຸກລະດົມມະຫາຊົນກໍ່ສ້າງອຳນາດການປົກຄອງ ແລະ ບັນດາການຈັດຕັ້ງມະຫາຊົນຂອງຕົນ, ເຂົ້າຮ່ວມໃນການກໍ່ສ້າງເສດຖະກິດຄອບຄົວ. ໃນຂະບວນວິວັດການກໍ່ສ້າງກຳ ລັງ ຍາມໃດກໍເອົາໃຈໃສ່ເຝິກແອບ ກຳລັງປະຈຳປີ, ເອກະພາບບັນ ດາບົດຮຽນຕ່າງໆ ກາຍເປັນກຳ ລັງທີ່ຊື່ສັດບໍລິສຸດຕໍ່ພັກ ຕໍ່ປະຊາ ຊົນບັນດາເຜົ່າ, ຜົນສຳເລັດທຸກໜ້າທີ່ການເມືອງ-ການທະຫານ ກໍຍ້ອນມີຂັ້ນເທິງ ເປັນຜູ້ຊີ້ນຳ-ນຳພາໃກ້ຊິດຕິດແທດ ເຮັດໃຫ້ກຳ ລັງພວກເຮົາ ສາມາດປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຖືກຕ້ອງ, ດ້ານສິລະປະຍຸດ-ຍຸດທະວິທີສອດ ຄ່ອງກັບສະພາບພູມີປະເທດ ແລະ ເງື່ອນໄຂຕົວຈິງຂອງແຂວງ, ຮູ້ ແກ້ໄຂ ແລະ ເສີມຂະຫຍາຍມູນ ເຊື້ອໃນການຕີສັດຕູດ້ວຍຄວາມສະຫຼາດຄ່ອງແຄ້ວຂອງພັກ, ເຄື່ອນໄຫວຊອກຄົ້ນ ແຕ່ລະຈຸດທີ່ສົງໄສໜີບຮັດຕີສັດຕູພວກທີ່ເຄື່ອນໄຫວສ້າງຄວາມບໍ່ສະ ຫງົບ, ຄະນະພັກກະຊວງປ້ອງກັນປະເທດ, ສູນກາງພັກ, ຄະນະບໍລິຫານພັກແຂວງໄຊສົມບູນ ໄດ້ເອົາໃຈໃສ່ຊຸກຍູ້ດ້ານວັດຖຸ ແລະ ດ້ານຈິດໃຈໃຫ້ແກ່ກຳລັງກອງບັນ ຊາການທະຫານແຂວງໄຊສົມບູນ ໃນທຸກສະພາບການ.
ການເຄື່ອນໄຫວແກ້ໄຂເຮັດໃຫ້ສະພາບມີຄວາມສະຫງົບ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງໄຊ ສົມບູນ ສົມທົບກັບການນຳຂອງ ແຂວງ, ກະຊວງປ້ອງກັນປະ ເທດ ໄດ້ຖືເອົາການຫັນລົງກໍ່ສ້າງຮາກຖານການເມືອງ, ເອົາວຽກງານສຶກສາອົບຮົມປຸກລະດົມເປັນບັນຫາສຳຄັນ ເຮັດໃຫ້ພະ ນັກງານ-ນັກຮົບ ແຕ່ລະສະຫາຍ ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ. ໃນຕະຫຼອດໄລຍະຊຸມ ປີຜ່ານມາ ກອງບັນຊາການທະ ຫານແຂວງໄຊສົມບູນ ໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກຕົ້ນຕໍ ແລະ ຈະຕ້ອງໄດ້ສືບຕໍ່ເຮັດໃຫ້ດີທີ່ສຸດ, ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ ເຮັດສຳເລັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໄດ້ດີກວ່າເກົ່າ, ເພື່ອກ້າວຂຶ້ນປະຕິບັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້, ກອງບັນຊາການທະຫານແຂວງໄຊສົມບູນ ຕ້ອງໄດ້ເພີ່ມທະວີຄວາມສະມັກຄີຮ່ວມມືທົ່ວປວງຊົນຮອບດ້ານ ແລະ ຕ້ອງລະດົມທຸກຄວາມສາມາດ ຂອງບັນດາການນຳອົງການຂອງແຂວງລົງຮອດເມືອງ ແລະ ບ້ານ ໃຫ້ພ້ອມກັນເຂົ້າຮ່ວມເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງກຳລັງແຮງສັງລວມ ເພື່ອສາມາດຕີເອົາຊະນະສັດຕູທຸກໂຕໄດ້, ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ໄປຄຽງຄູ່ກັບການຊຸກຍູ້ການຟື້ນຟູ ແລະ ຂະຫຍາຍພື້ນຖານການຜະລິດ, ວັດທະນະທຳຂອງກົມກອງ ຮ່ວມກັບບັນດາອົງການຂອງແຂວງ, ກຳລັງປ້ອງກັນຄວາມສະຫງົບຂອງແຂວງ ແລະ ກຳລັງແຕ່ລະຂັ້ນ ກໍ່ສ້າງປັບປຸງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາແຂວງໄຊສົມບູນ ທັບມ້າງກົນອຸບາຍຂອງກຸ່ມຄົນບໍ່ດີ ຢູ່ຂອບເຂດເມືອງອະນຸວົງ, ເມືອງລ້ອງແຈ້ງ ແລະ ເມືອງທ່າໂທມໃຫ້ຫຼຸດໜ້ອຍຖອຍລົງ.
ສະຫາຍ ພົນຈັດຕະວາ ໝອນຄຳ ດວງສະຫວັນ ໃຫ້ຮູ້ຕື່ມວ່າ: ຕະຫຼອດໄລຍະ 12 ປີ ຜ່ານມາ, ກອງບັນຊາການທະຫານ ແຂວງໄຊສົມບູນ, ໄດ້ເຮັດສຳເລັດໜ້າ ທີ່ການເມືອງຂອງຕົນ ຢ່າງຈົບ ງາມ, ກົມກອງໄດ້ມີການເຝິກຝົນຫຼໍ່ຫຼອມໃຫ້ກ້າແກ່ນ ແລະ ເຕີບໃຫຍ່ຂະຫຍາຍຕົວເລື້ອຍໆ, ການນຳຂອງແຂວງ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນ ຕໍ່ກຳລັງປະກອບອາວຸດທ້ອງຖິ່ນທະຫານແຂວງໄຊສົມບູນ ແລະ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຊາດ, ຂອງກຳລັງປະກອບອາວຸດປ້ອງ ກັນຊາດ ຜ່ານຜ່າຄວາມຫຍຸ້ງ ຍາກ ແລະ ອຸປະສັກຕ່າງໆ, ສ້າງຜົນງານໃໝ່ໃຫ້ໃຫຍ່ຫຼວງກວ່າເກົ່າ, ປົກປັກຮັກສາຄວາມໄວ້ເນື້ອ ເຊື່ອໃຈ ຈາກແຂວງ ແລະ ປະຊາ ຊົນບັນດາເຜົ່າ ໃຫ້ສົມກຽດ.
ຕະຫຼອດໄລຍະຕໍ່ສູ້ກູ້ຊາດ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຮັບການຍ້ອງຍໍລະ ດັບຕ່າງໆ ຄື: ໄດ້ຮັບການຍ້ອງຍໍເປັນເມືອງວີລະຊົນ 1 ເມືອງ (ເມືອງຮົ່ມ), ຕາແສງວີລະຊົນ ມີ 2 ຕາແສງ (ຕາແສງພູຫວດ ເມືອງລ້ອງຊານ ແລະ ຕາແສງຜາລະແວກ ເມືອງຮົ່ມ), ບ້ານວີລະຊົນ ມີ 2 ບ້ານ (ບ້ານພູປ່າມັນ ເມືອງລ້ອງຊານ ແລະ ບ້ານນ້ຳຄຽນ ເມືອງຮົ່ມ), ບ້ານນັກຮົບແຂ່ງຂັນ ມີ 11 ບ້ານ (ບ້ານແກ້ງນ້ອຍ, ບ້ານນ້ຳເປາະ, ບ້ານພູແຊໃຫຍ່, ບ້ານຜາຂາວ, ບ້ານພູໂຊດ, ບ້ານນ້ຳອອມ ເມືອງລ້ອງຊານ, ບ້ານ ພູກະທະ, ບ້ານພູງູ, ບ້ານພູທາດ, ບ້ານພູຫວີງ ແລະ ບ້ານສາມເສົ້າ ເມືອງຮົ່ມ), ນັກຮົບວີລະຊົນແຫ່ງຊາດ 8 ສະຫາຍ, ນັກຮົບແຂ່ງຂັນແຫ່ງຊາດ 40 ສະຫາຍ, ໄດ້ຮັບການຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນ ຄື: ຫຼຽນໄຊອິດສະຫຼະ ຊັ້ນ II ມີ 3 ສະຫາຍ, 1 ກົມກອງ, ຫຼຽນໄຊອິດສະຫຼະ ຊັ້ນ III ມີ 16 ສະຫາຍ, 1 ກົມກອງ, ຫຼຽນໄຊແຮງງານ ຊັ້ນ II ມີ 38 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ມີ 84 ສະຫາຍ, 1 ກົມກອງ, ຫຼຽນລະນຶກ 70 ປີ ກອງທັບ 325 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ I ມີ 4 ສະຫາຍ, ຊັ້ນ II ມີ 12 ກົມກອງ, 15 ສະຫາຍ, ຊັ້ນ III ມີ 24 ກົມກອງ, 205 ສະຫາຍ, ຫຼຽນກາແຮງງານ 105 ສະຫາຍ, ໃບຍ້ອງຍໍລັດຖະບານ 191 ສະຫາຍ, 3 ກົມກອງ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 314 ສະຫາຍ, 15 ກົມກອງ, ໃບຍ້ອງຍໍທ່ານເຈົ້າແຂວງ ແຂວງໄຊສົມບູນ 563 ສະຫາຍ ແລະ ໃບຍ້ອງຍໍກອງບັນຊາການທະຫານແຂວງ 1.336 ສະຫາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















