ກອງບັນຊາການທະຫານແຂວງບໍລິຄຳໄຊ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2026-05-21 08:47:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ: ![]()
ວັນທີ 13 ພຶດສະພາ 2026 ຜ່ານມາ, ຢູ່ຫ້ອງປະຊຸມເບີ1 ຂອງກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025. ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຈັນນີ ສີສຸກ ຮອງເລຂາຄະນະພັກກອງບັນຊາການ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ ຕະ ຫຼອດຮອດຄະນະພັກ-ຄະນະບັນ ຊາກົມກອງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ພິດາວັນ ພິມເຮືອງສີ ຄະນະປະຈຳພັກ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຜ່ານບົດສະຫຼຸບໃນການ ຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນໄລຍະ 1 ປີຜ່ານມາ ໂດຍປະຕິບັດຕາມຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ອີງຕາມຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ອີງຕາມຄຳສັ່ງຂອງຄະນະປະຈຳພັກແຂວງບໍລິຄຳໄຊ ກ່ຽວກັບການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ. ເຊິ່ງກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ປະກອບມີໜ່ວຍພັກຂຶ້ນກັບກອງບັນຊາການທະຫານແຂວງ ທັງໝົດ 63 ໜ່ວຍພັກ, ມີຄະນະພັກຮາກຖານ 10 ຮາກຖານພັກ, ມີໜ່ວຍພັກຂື້ນກັບຮາກຖານ 52 ໜ່ວຍພັກ ແລະ ໜ່ວຍພັກຮາກຖານ 11 ໜ່ວຍພັກ. ຕະຫຼອດໄລຍະຜ່ານມາກອງບັນຊາການທະຫານແຂວງບໍລິຄຳໄຊ ຍັງໄດ້ເອົາໄຈໃສ່ນຳພາ-ຊີ້ນຳຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ປຸກລະດົມສະມາຊິກພັກເຂົ້າຮ່ວມເຊື່ອມຊຶມ ບັນດາເອກະສານ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ-ກົດໝາຍຂອງລັດເປັນປົກ ກະຕິ ພ້ອມທັງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາສຳຄັນ, ຕິດພັນກັບການຈັດຕັ້ງປະຕິບັດກົດລະບຽບຂອງພັກ ໂດຍຖືເອົາ 5 ຫຼັກການ 3 ທິດນຳຂອງພັກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຮັດໃຫ້ພະນັກງານພາຍໃນອົງການ, ກົມກອງທົ່ວທະຫານແຂວງໄດ້ເຂົ້າໃຈຕໍ່ພະລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ, ກຳແໜ້ນທາງດ້ານທິດສະດີ, ຫຼັກການ ໃນການປັບປຸງກໍ່ສ້າງກົມກອງໜ່ວຍພັກ ປອດໃສ,ເຂັ້ມແຂງ, ໜັກແໜ້ນ ຕາມ 5 ເນື້ອໃນ ແລະ ໃນພິທີຍັງໄດ້ມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ອົງການ 5 ຫ້ອງ, ພະແນກການ, ກົມກອງ ຈຳນວນ 32 ໜ່ວຍພັກ ທົ່ວທະຫານແຂວງບໍລິຄຳໄຊ. ໂດຍເປັນກຽດມອບຂອງ ສະຫາຍ ພັນເອກ ຈັນນີ ສີສຸກ.
ໃນຕອນທ້າຍ, ສະຫາຍ ປະທານ ໄດ້ຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນ ທີ່ໄດ້ເອົາໃຈໃສ່ປະຕິບັດຕາມມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານສະມາຊິກພັກແຕ່ລະຂັ້ນໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີຄຸນສົມບັດສິນທຳປະຕິວັດ, ເອົາ ໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີຄຸນນະພາບ,ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ເຮັດວຽກເປັນໝູ່ຄະນະ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ ແລະ ເຮັດສຳເລັດຕາມການຈັດຕັ້ງມອບໝາຍໃຫ້.
ໂດຍ: ວັນ ນ້ອຍວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















