ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຄະນະຜູ້ແທນອົງການກວດກາ ກະຊວງປ້ອງກັນປະເທດ ຫວຽດນາມ ສືບຕໍ່ຢ້ຽມຢາມ ແລະ ເຮັດວຽກຢູ່ ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2026-05-20 14:32:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 417 | ຄວາມນິຍົມ:



ວັນທີ 20 ພຶດສະພາ 2026 ນີ້, ຄະນະຜູ້ແທນອົງການກວດກາ ກະຊວງປ້ອງກັນປະເທດ ຫວຽດນາມ, ນຳໂດຍສະຫາຍ ພົນຈັດຕະວາ ຫງຽນວັນຊ່ຽນ ຮອງຫົວໜ້າອົງການກວດກາ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສືບຕໍ່ຢ້ຽມຢາມ ແລະ ເຮັດວຽກຢູ່ ກອງບັນຊາການທະຫານແຂວງວຽງຈັນ, ໃຫ້ການຕ້ອນຮັບໂດຍ ສະຫາຍ ພັນເອກ ສຸດມາ ສີສະຫຼາດ ກຳມະການຄະນະພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ ພ້ອມຄະນະ, ມີສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ຮອງຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ, ມີພະນັກງານວິຊາການຈາກກົມກວດກາ ແລະ ກອງບັນຊາການທະຫານແຂວງວຽງຈັນ ເຂົ້າຮ່ວມ. ສະຫາຍ ພັນເອກ ສຸດມາ ສີສະຫລາດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ທົ່ວກອງບັນຊາການທະຫານແຂວງວຽງຈັນ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຍິນດີຕ້ອນຮັບ ຢ່າງຈິງໃຈຕໍ່ ສະຫາຍ ພົນຈັດຕະວາ ຫງຽນວັນຊ່ຽນ ພ້ອມດ້ວຍຄະນະ ແລະ ຂໍຖືໂອກາດນີ້ ຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນສະໜິດແໜ້ນ ດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ໄປຍັງຄະນະອົງການກວດກາ ກະຊວງປ້ອງກັນປະເທດ ສສ ຫວຽດນາມ. ພ້ອມທັງ ລາຍງານທີ່ຕັ້ງດ້ານພູມສາດຂອງແຂວງວຽງຈັນ ເຊິ່ງຕັ້ງທິດຕາເວັນຕົກເຂດພາກກາງ ຂອງ ສປປ ລາວ, ແຍກອອກຈາກນະຄອນຫຼວງປີ 1981, ມີຊາຍແດນຕິດຈອດກັບ 5 ແຂວງ ຄື: ນະຄອນຫຼວງ, ແຂວງໄຊສົມບຸນ, ບໍລິຄຳໄຊ, ແຂວງໄຊຍະບູລີ, ທິດຕາເວັນຕົກຕິດກັບຈັງຫວັດເລີຍ ( ປະເທດໄທ ) ມີແມ່ນໍ້າຂອງເປັນຊາຍແດນຍາວ 97 ກິໂລແມັດ ມີເນື້ອທີ່ທັງ ໝົດ 22.550 ກິໂລແມັດ ປະກອບມີ 11 ເມືອງ, ມີພົນລະເມືອງ 480.619 ຄົນ. ດ້ານຄວາມຮັບຜິດຊອບໜ້າທີ່ການເມືອງ ໃນຂົງເຂດວຽກງານກວດກາ ໄລຍະຜ່ານມາ ກອງບັນຊາການທະຫານແຂວງວຽງຈັນ ກໍໄດ້ປະຕິບັດຕາມພະລາບົດບາດ ຊີ້ນຳ ຄະນະພັກ-ຄະນະກຳມະການກວດກາ ແຕ່ລະຂັ້ນ, ແຕ່ລະຂະແໜງການ ເຄື່ອນໄຫວຕິດຕາມກວດກາບັນດາການຈັດຕັ້ງພັກ, ການຈັດຕັ້ງບັນຊາ ແລະ ການປະຕິບັດໜ້າທີ່ຂອງພະນັກງານສະມາຊິກພັກໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ, ມະຕິກອງປະຊຸມໃຫຍ່ຂອງຄະນະພັກ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ບັນດາມະຕິ, ຄຳສັ່ງ ແລະ ອື່ນໆ. ໂດຍຖືສຳຄັນຕໍ່ວຽກງານກວດກາພັກ-ກວດກາລັດ ດ້ວຍການປັບປຸງການຈັດຕັ້ງພັກ-ລັດ ທັງ 3 ດ້ານ, ຈັດຕັ້ງກວດກາການດຳເນີນກອງປະຊຸມໃຫຍ່ ຂອງບັນດາການຈັດຕັ້ງພັກ, ຕິດພັນກັບຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກອງວັດທະນາທຳ ກອງປອດໃສ, ປອດໄຟ, ປອດຄະດີ ເຮັດໃຫ້ການຈັດຕັ້ງພັກ, ສະມາຊິກພັກ ແລະ ກົມກອງມີຄວາມສະຫງົບປອດໄພແລະ ມີຄວາມໜັກແໜ້ນ, ເຂົ້ມແຂງ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຫງຽນວັນຊ່ຽນ ໄດ້ຕາງໜ້າໃຫ້ຄະນະກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ສະພາບພາຍໃນທ້ອງຖິ່ນ ແຂວງວຽງຈັນ ມີຄວາມສະຫງົບປອດໄພ ໃນໄລຍະຜ່ານມາ ທີ່ໄດ້ຮັບຟັງຈາກການລາຍງານຂອງຫົວໜ້າການທະຫານ ແລະ ເຊື່ອໜັ້ນວ່າພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງວຽງຈັນ ພະນັກງານ-ນັກຮົບທຸກສະຫາຍຈະເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້. ຈາກນັ້ນ, ທັງສອງຝ່າຍກໍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນທີ່ທັງສອງຝ່າຍມີຄວາມສົນໃຈ ໃນການປະຕິບັດໜ້າທີ່ວຽກງານກວດກາ ປ້ອງກັນຊາດ ຂັ້ນທ້ອງຖິ່ນແຂວງ ຂອງແຕ່ລະຝ່າຍ ຢ່າງກົງໄປກົງມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ