ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ເຄົາລົບ​ທຸງຊາດ ປະຈຳ​ເດືອນ ພຶດສະພາ
ເວລາອອກຂ່າວ: 2026-05-20 09:20:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງ ທັບ ໄດ້​ຈັດ​ພິທີເຄົາລົບ​ທຸງຊາດ ປະຈຳ​ເດືອນ​ພຶດສະພາ, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ຄຳ​ສິງ ບຸດ​ຈັນ​ແພງ ຮັກສາ​ການ ຫົວໜ້າ​ການເມືອງ, ຫົວໜ້າ​ຫ້ອງ​ການເມືອງ ໂຮງຮຽນ​ວັດ ທະນະທຳ​ຊົນເຜົ່າ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ, ກອງພັນ ຕະຫຼອດ​ຮອດ ພະນັກງານ-ນັກຮົບ ແລະ ນັກຮຽນ​ທົ່ວ​ໂຮງຮຽນ ເຂົ້າ​ຮ່ວມ. ພາຍຫຼັງ ເຄົາລົບທຸງຊາດ ແລະ ຜ່ານ​ຄຳ​ປະຕິຍານ 8 ຂໍ້ສຳ ເລັດ, ສະຫາຍ ພັນ​ເອກ ຄຳສິງ ບຸດ​ຈັນ​ແພງ ໄດ້​ສະຫຼຸບ​ຫຍໍ້ການ ເຄື່ອນໄຫວ​ວຽກ​ງານ ໃນ 1 ເດືອນ​ຜ່ານ​ມາ ແລະ ວາງ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ, ໂດຍ​ປີ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ເປັນຕົ້ນ​ແມ່ນວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ, ວຽກ​ງານ​ວິຊາ​ສະເພາະ, ການ​ຮຽນ-ການ​ສອນ, ການ​ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງ ທັບ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄືຂອງ​ກົມ​ກອງ ເພື່ອ​ເຮັດ​ໃຫ້​ໂຮງຮຽນ ມີ​ຄວາມ​ສະຫງົບ​ປອດ​ ໄພ. ທັ້ງ​ນີ້, ກໍ​ເພື່ອ​ເປັນ​ການ​ປະ ຕິບັດ ຕາມ​ລະບຽບ​ການ​ເຄົາລົບ​ທຸງຊາດ ປະຈຳ​ເດືອນ ທີ່​ຂັ້ນເທິງ​ ໄດ້​ກຳນົດ​ໄວ້ ໃຫ້​ມີ​ຄວາມ​ເຂັ້ມ ແຂງດ້ານ​ລະບຽບ​ວິໄນ ກໍ​ຄືການ​ປະຕິບັດ 7 ລະບອບ 18 ວຽກ ໃນ​ມື້ໜຶ່ງ​ຂອງ​ກອງທັບ. ໂອກາດ​ນີ້, ສະຫາຍ ພັນເອກ ຄຳ​ສິງ ບຸດ​ຈັນ​ແພງ ໄດ້​ໂອ້​ລົມ ພ້ອມ​ທັງ​ເນັ້ນ​ໜັກໃຫ້ຄະນະພັກ- ຄະນະ​ບັນຊາ​ແຕ່​ລະ​ຂັ້ນສືບຕໍ່ດຳ ເນີນ​ວຽກ​ງານ​ສຶກ​ສາອົບຮົມການ ເມືອງ​ແນວ​ຄິດ ເຮັດ​ໃຫ້​ພະນັກ ງານ-ນັກຮົບ ແລະ ນ້ອງ​ນັກຮຽນ ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ ສິນ​ທຳ​ປະ ຕິວັດ ແລະ ຫ້າວຫັນ​ຕໍ່ໜ້າ​ທີ່​ວຽກ​ງານ ສາມາດ​ເຮັດ​ສຳເລັດ​ທຸກ​ໜ້າ ທີ່ ທີ່​ໄດ້​ຮັບ​ການ​ມອບໝາຍຈາກ ຂັ້ນ​ເທິງ. ຈາກ​ນັ້ນ, ຍັງ​ໄດ້​ຮັບ​ຊົມ​ ການ​ສວນສະໜາມ ຂອງ​ພະນັກ ງານ-ນັກຮົບ ແລະ ນັກຮຽນ ຕື່ມ​ອີກ. ໂດຍ: ໂອ​ລິນ ມິ່ງ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ