ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ພິທີ ປະກາດ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ໜ່ວຍ​ຊາວ​ໜຸ່ມ-ສະຫະພັນ​ແມ່ຍິງ ກອງພັນ​ສ້ອມແປງ​ເຄື່ອນ​ທີ່ ເລກ 1
ເວລາອອກຂ່າວ: 2026-05-20 09:17:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ:



ພິທີ ປະກາດ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ໜ່ວຍ​ຊາວ​ໜຸ່ມ-ສະຫະພັນ​ແມ່ ຍິງ ກອງພັນ​ສ້ອມແປງ​ເຄື່ອນ​ທີ່​ເລກ 1 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ພຶດສະພາ 2026 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສາຍ​ຄຳ ພົມ​ມະ​ວົງ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະ​ແນກ​ສະຫະພັນ​ແມ່ຍິງ-ພະ​ແນກ​ຊາວ​ໜຸ່ມ ກົມ​ໃຫຍ່​ເຕັກນິກ ແລະ ພັກ​ນັກ​ງານ-ສະມາຊິກ​ຊາວ​ໜຸ່ມ-ແມ່ຍິງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ມິດ​ສະໝອນ ແກ້ວ​ພອນ​ວິໄລ ເລຂາ​ຄະນະ​ໜ່ວຍ​ ຊາວ​ໜຸ່ມ ກອງພັນ​ສ້ອມແປງ​ເຄື່ອນ​ທີ່ ເລກ 1 ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ຫຍໍ້ ໂດຍ​ໃຫ້​ຮູ້​ວ່າ: ໜ່ວຍ​ຊາວ​ໜຸ່ມ​ກອງພັນ​ສ້ອມແປງ​ເຄື່ອນ​ທີ່​ເລກ 1 ແມ່ນ​ໜ່ວຍ​ໜຶ່ງ​ທີ່​ຂຶ້ນ​ກັບ​ກົມ​ກອງ​ວິຊາ​ສະເພາະ ເຊິ່ງ​ມີ​ຈຳນວນ​ພົນ 34 ສະຫາຍ, ຍິງ 8 ສະຫາຍ, ມີ 5 ຈຸ, ສ່ວນ​ໜ່ວຍ​ສະຫະພັນ​ແມ່ຍິງ​ມີ​ຈຳນວນ​ພົນ 20 ສະຫາຍ, ມີ 3 ຈຸ, ເຊິ່ງ​ປະ ກອບ​ດ້ວຍ​ວິຊາ​ສະເພາະ​ທີ່​ແຕກ​ຕ່າງ​ກັນ, ມີ​ພາລະ​ບົດບາດ​ໜ້າທີ່ ຮັບປະກັນ​ວຽກ​ງານ​ເຕັກນິກ​ທົ່ວ​ກົມ​ກອງ​ເຫຼົ່າ​ຮົບ​ໃນ​ວຽກ​ງານ​ສ້ອມແປງ​ລົດ​ຕັງ, ລົດ​ກົນ​ຈັກ​ໜັກ, ສ້ອມແປງ​ອາວຸດ-ກະ​ສູນ, ລະບົບ​ລາດ ແລະ ເຄື່ອງ​ສື່ສານ, ເພື່ອ​ຮັບປະກັນ​ວຽກ​ງານ​ອາ​ໄຫຼ່ ໃຫ້​ແກ່​ການ​ກູ້-ແກ່​ຂົນສົ່ງ​ພາຫະນະ​ອາວຸດ​ຍຸດ​ໂທ​ປະກອນ​ການ​ທະ ຫານ​ຢູ່​ກັບ​ທີ່ ແລະ ຮັບປະກັນ​ພາກ​ສະໜາມ, ຊ້ອມ​ຮົບ​ຫັດ​ແອບ-ສູ້​ຮົບ​ມີ​ໄຊ. ຈາກ​ນັ້ນ ສະຫາຍ ພັນ​ໂທ ນາງ ວຽງ​ສະຫວັນ ຊົມ​ພູ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ ບົ່ງ​ຕົວ​ແຕ່ງຕັ້ງ​ໜ່ວຍ​ສະຫະພັນ​ແມ່ຍິງ ຂອງ​ກອງພັນ​ສ້ອມແປງ​ເຄື່ອນ​ທີ່​ເລກ 1 ໃນ​ນີ້​ໄດ້​ຕົກລົງ​ບົ່ງ​ຕົວ​ແຕ່ງຕັ້ງ: ສະຫາຍ ພັນ​ໂທ ນາງ ຂັນ​ແຊງ ໄຊ​ຍະ​ວົງ ເປັນ​ເລຂາ​ໜ່ວຍ, ສະຫາຍ ພັນ​ໂທ ນາງ ຄຳ​ພູ ລໍ​ວັນນາ ເປັນ​ຮອງ​ເລຂາ ແລະ ສະຫາຍ ພັນ​ຕີ ນາງ ສີ​ອຳໄພ ພັນ​ທອງຄຳ ເປັນ​ກຳມະການ, ພ້ອມ​ດຽວ​ກັນ​ນັ້ນ, ສະຫາຍ ພັນ​ຕີ ອາ​ນຸ​ສອນ ແສງ​ສຸວັນ ຮອງ​ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ກົມ​ໃຫຍ່​ເຕັກນິກ​ກອງທັບ ກໍ​ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ບົ່ງ​ໂຕ​ແຕ່ງຕັ້ງ​ຄະນະ​ໜ່ວຍ​ຊາວ​ໜຸ່ມ ກອງພັນ​ສ້ອມແປງ​ເຄື່ອນ​ທີ່ ເລກ 1, ໃນ​ນັ້ນ​ໄດ້​ຕົກລົງ​ບົ່ງ​ຕົວ​ແຕ່ງຕັ້ງ: ສະຫາຍ ພັນ​ໂທ ມິດ​ສະໝອນ ແກ້ວ​ພອນ​ວິໄລ ເປັນ​ເລຂາ​ໜ່ວຍ, ສະຫາຍ ພັນ​ຕີ ພຸດ​ສະ​ພອນ ສໍ​ລຽນ​ຄຳ ເປັນ​ຮອງ​ເລຂາ ແລະ ສະຫາຍ ຮ້ອຍ​ໂທ ລຳ​ໂບ້ ແສງ​ໃບ​ມະນີ ເປັນ​ກຳມະການ. ໂດຍ: ພູ​ສະ​ນິດ ສິງ​ເມືອງ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ